Homeຊີວິດແລະຄວາມຮັກບອກຮັກສາວທີ່ທ່ານແອບຮັກແນວໃດ?... ເພື່ອໃຫ້ໄດ້ໃຈນາງມາຄອງ ບອກຮັກສາວທີ່ທ່ານແອບຮັກແນວໃດ?… ເພື່ອໃຫ້ໄດ້ໃຈນາງມາຄອງ ຊີວິດແລະຄວາມຮັກ Published on 31/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1974 ຜູ້ຊາຍ ເຖິງຈະເປັນຄົນມີຄວາມກ້າຫານ, ມີຄວາມໝັ້ນໃຈໃນຕົນເອງຫຼາຍພຽງໃດກໍ່ຕາມ ແຕ່ພໍໃຫ້ເວົ້າຄວາມໃນໃຈກັບແມ່ຍິງທີ່ຕົນເອງແອບຮັກແລ້ວ ເປັນຕ້ອງເວົ້າບໍ່ຖືກ ຫຼື ປາກບໍ່ອອກ ຫຼື ເວົ້າປາກບໍ່ຕົງກັບໃຈສະເໝີ ແຕ່ຖ້າຈະເກັບຫງຽບໄປຕະຫຼອດກໍ່ຢ້ານມີຊາຍຄົນອື່ນມາບອກຮັກຕັດໜ້າຕົນເອງໄປກ່ອນ ເອົາເປັນວ່າ… ຖ້າບໍ່ຮູ້ຈະບອກແນວໃດ ກໍ່ໄປເບິ່ງວິທີທີ່ລາວໂພສຕ໌ນຳມາຝາກກັນເລີຍ. ບອກຕົງໆຕໍ່ໜ້າເລີຍວ່າທ່ານຮູ້ສຶກແນວໃດ ການບອກຮັກກັບແມ່ຍິງດ້ວຍວິທີນີ້ ອາດມີຄວາມສ່ຽງສູງ ເພາະທ່ານບໍ່ຮູ້ວ່ານາງຈະຄິດ ຫຼື ຮູ້ສຶກແນວໃດກັບທ່ານ ແຕ່ຖ້າບໍ່ບອກໄປຕົງໆ ກໍ່ຄົງເຮັດໄດ້ພຽງແອບຮັກໄປຕະຫຼອດ ໜຸ່ມໆທີ່ຄິດຈະໃຊ້ວິທີນີ້ ຄວນກຽມຕົວກຽມໃຈໄວ້ລ່ວງໜ້າ ບໍ່ວ່າຜົນຈະອອກມາເປັນແບບໃດ ກໍ່ຕ້ອງຍອມຮັບມັນໃຫ້ໄດ້ ແຕ່ອາດບໍ່ແນ່ວ່າ ນາງອາດຈະຮູ້ສຶກດີໆກັບທ່ານເຊັ່ນກັນ. ແຊັທໄປສາລະພາບ ສຳລັບຜູ້ຊາຍທີ່ຂີ້ອາຍສຸດໆ ແບບວ່າເຫັນສາວທີ່ຕົນເອງຍ່າງຜ່ານຊື່ໆກໍ່ຮູ້ສຶກເຂີນອາຍແລ້ວ ວິທີບອກຮັກຜ່ານການແຊັທຈະສາມາດຊ່ວຍທ່ານໄດ້ ເພາະທ່ານສາມາດບອກຄວາມໃນໃຈໄດ້ເຕັມທີ່ ເຊິ່ງບາງເທື່ອນາງອາດຈະບໍ່ຕອບກັບທັນທີ ແຕ່ທ່ານກໍ່ຢ່າຟ້າວໃຈຮ້ອນເບິ່ງໂລກໃນແງ່ຮ້າຍ ເພາະເລື່ອງແບບນີ້ມັນຕ້ອງໃຊ້ເວລາ. ໃຫ້ແມ່ສື່ຊ່ວຍ ແມ່ສື່ທີ່ທ່ານຄວນໃຊ້ໃຫ້ຊ່ວຍກໍ່ບໍ່ແມ່ນໃຜອື່ນໄກ ແຕ່ເປັນເພື່ອນຫຼືຄົນຮູ້ຈັກກັບຝ່າຍຍິງນັ້ນເອງ ເຊິ່ງການຕີສະໜິດກັບແມມ່ສື່ເພື່ອໃຫ້ພວກເຂົາເວົ້າຊ່ວຍທ່ານ (ໃນແງ່ດີ) ຊ່ວຍນັດໝາຍພວກທ່ານມາພົບກັນ ຢ່າງໜ້ອຍກໍ່ຊ່ວຍສ້າງໂອກາດດີໆ ໄດ້ຫຼາຍກ່ວາການຈີບດ້ວຍຕົນເອງ ແຕ່ຫຼັງຈາກນັ້ນແລ້ວມັນກໍ່ຂຶ້ນກັບວິທີຂອງທ່ານເອງວ່າຈະສານຕໍ່ຄວາມສຳພັນແນວໃດກັບນາງເພື່ອໃຫ້ໄດ້ໃຈນາງມາຄອງ. ໃຫ້ຂອງຂັວນແທນໃຈ ຄວນໃຫ້ຂອງຂັວນນາງໃນວັນສຳຄັນຕ່າງໆ ບໍ່ວ່າຈະເປັນວັນເກີດ ຫຼື ປີໃໝ່, ວາເລັນທາຍ…ເປັນຕົ້ນ ເຊິ່ງຂອງຂັວນທີຈະໃຫ້ນັ້ນຕ້ອງເປັນສິ່ງຂອງທ່ານນາງມັກ ຂຽນຂໍ້ຄວາມ ຄວາມຮູ້ຂອງຕົນເອງໃສ່ໃນຂອງຂັວນນັ້ນສັ້ນໆ ໃສ່ໃນກາດສ໌ໄວ້ ພຽງເທົ່ານີ້ນາງກໍ່ຈະຮັບຮູ້ຄວາມຮູ້ສຶກຂອງທ່ານແລ້ວ ໂທໄປສາລະພາບຮັກເລີຍ ວິທີນີ້ເດັດຂາດພໍສົມຄວນ ເໝືອນກັບການບອກຮັກຕໍ່ໜ້າ ເພາະທ່ານຈະໄດ້ຮູ້ສຶກທັນທີເລີຍວ່ານາງຮູ້ສຶກແນວໃດ ເຊິ່ງຜ່ານຈາກນ້ຳສຽງຂອງນາງ ຫາກນາງມີນ້ຳສຽງເຂີນທ ປົນຕື່ນເຕັ້ນແນ່ ສະແດງວ່ານາງມີສິດ ແຕ່ຖ້ານາງຫງຽບໄປ ຫຼື ຕອບສັ້ນໆ ຫຼື ຊວນທ່ານລົມເລື່ອງອື່ນໄປເລີຍ ທ່ານຄວນຖອຍອອກມາກ່ອນດີກ່ວາ ເພາະເບິ່ງແລ້ວນາງຈະບໍ່ໂອເຄ. ເວົ້າຢອກເພື່ອເບິ່ງທ່າທີ ລອງບອກກັບນາງແບບເົ້ວາຫຼິ້ນແກມແທ້ເບິ່ງ ໝັ່ນຢອດມຸກຫວານໆໃສ່ນາງ ແລ້ວທ່ານຄ່ອຍສັງເກດເບິ່ງວ່ານາງຈະມີປະຕິກິລິຍາແນວໃດກັບທ່ານ ຖ້າມີແນວໂນ້ມໄປທາງບວກທ່ານກໍ່ສານສຳພັນຕໍ່ ຫາກວ່ານາງບໍ່ຫຼິ້ນນຳທ່ານຄວນຖອຍອອກມາຕັ້ງຫຼັກກ່ອນດີກ່ວາ. ໃຊ້ການກະທຳແທນຄຳເວົ້າ ເຊື່ອວ່າມີໜຸ່ມຫຼາຍຄົນທີ່ບໍ່ກ້າບອກຮັກສາວດ້ວຍຄຳເວົ້າຕົງໆ ແຕ່ໃຊ້ການກະທຳສະແດງໃຫ້ນາງຮູ້ແທນ ໂດຍການເຮັດສິ່ງດີທໃຫ້ນາງເຊັ່ນ: ຄອຍດູແລຫ່ວງໃຍຢູ່ຫ່າງໆ ແລະ ຄອຍໃຫ້ຄວາມຊ່ວຍເຫຼືຕອນທີ່ນາງລຳບາກ ແລ້ວເວລາຜ່ານໄປຝ່າຍຍິງເຂົາຈະຮັບຮູ້ຄວາມຮູ້ສຶກໃນໃຈທີ່ມີໃຫ້ທ່ານເອງ. ສົ່ງຍິ້ມໃຫ້ທຸກຄັ້ງທີ່ພົບເຫັນ ນີ້ອາດເປັນພຶດຕິກຳທີ່ເຮັດໃຫ້ຝ່າຍຍິງຫັນມາສົນໃຈທ່ານໄດ້ງ່າຍທີ່ສຸດ ເພາະນາງຈະສົງໃສວ່າເປັນຫຍັງທຸກຄັ້ງທີ່ພົບກັນທ່ານຕ້ອງຍິ້ມໃສ່ນາງຕະຫຼອດ ບວກກັບສາຍຕາທີ່ສື່ຄວາມໝາຍໃນໆ ວ່າ ທ່ານຮູ້ສຶກດີໆກັບນາງຫຼາຍເປັນພິເສດ. ຫາກຕອນນີ້ໃຜທີ່ມີສາວທີ່ມັກຢູ່ໃນໃຈ ລອງຫາວິທີ່ທີ່ເໝາະສົມກັບຕົວທ່ານໄປເຮັດລອງເບິ່ງ ແຕ່ບໍ່ວ່າຜົນຈະອອກມາເປັນແບບໃດກໍ່ຄວນເຜື່ອໃຈໄວ້ແນ່ກໍ່ດີ ຖ້າຫາກນາງໂອເຄ ກໍ່ຖືເປັນໂຊກດີຂອງທ່ານ ແຕ່ຖ້ານາງເຊໂນກໍ່ຖືວ່າເປັນໂຊກຮ້າຍຂອງທ່ານ ກໍ່ຄວນທຳໃຈ ແລະ ກ້າວຍ່າງຕໍ່ໄປ. Tagsຄວາມຮັກ ກັບຊີວິດບອກຮັກສາວທີ່ທ່ານແອບຮັກແນວໃດ?... ເພື່ອໃຫ້ໄດ້ໃຈນາງມາຄອງວິທີບອກຮັກເລື່ອງຄວາມຮັກ ບົດຄວາມຫຼ້າສຸດ ຂ່າວນໍ້າຖ້ວມ ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2 ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1... 04/10/2024 ຂ່າວພາຍໃນ ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024 ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ... 04/10/2024 ຂ່າວຄວາມສະຫງົບ ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45 ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່... 04/10/2024 ຂ່າວພາຍໃນ ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024 ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້) 04/10/2024