spot_img
Homeຂ່າວການພັດທະນາຈີນຊ່ວຍສະໜອງທຶນ ໂຄງການຄວບຄຸມພະຍາດສັດຂ້າມຊາຍແດນ ແກ່ ສປປ ລາວ

ຈີນຊ່ວຍສະໜອງທຶນ ໂຄງການຄວບຄຸມພະຍາດສັດຂ້າມຊາຍແດນ ແກ່ ສປປ ລາວ

Published on

ເມື່ອມໍ່ໆມານີ້, ກົມຮ່ວມມືເສດຖະກິດ ກະຊວງການຄ້າ ສປ ຈີນ ໄດ້ຕົກລົງຊ່ວຍເຫຼືອ ໂຄງການຄວບຄຸມພະຍາດສັດ ຂ້າມຊາຍແດນແກ່ລາວ ເປັນມູນຄ່າຫຼາຍກວ່າ 39 ລ້ານຢວນ (ສະກຸນເງິນຈີນ) , ຊຶ່ງພິທີລົງນາມບົດບັນທຶກໄດ້ມີຂຶ້ນ, ທີ່ກະຊວງກະສິກຳ ແລະ ປ່າໄມ້, ລະຫວ່າງ ທ່ານ ໄຊປລາເດດ ຈຸນລະມະນີ, ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເຈີ້ງຮົວເສີງ, ຮອງຫົວໜ້າກົມເສດຖະກິດກະຊວງການຄ້າ ສປຈີນ.

ຮອງຫົວໜ້າກົມຮ່ວມມືເສດຖະກິດ ກະຊວງການຄ້າ ສປ ຈີນ ໃຫ້ຮູ້ວ່າ: ເພື່ອເປັນການປ້ອງກັນ ແລະ ຄວບຄຸມພະຍາດສັດຂ້າມຊາຍແດນ, ທັງເປັນການປະກອບສ່ວນ ໃຫ້ແກ່ການພັດທະນາຍຸດທະສາດ ການຜະລິດສະບຽງອາຫານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃຫ້ແກ່ ສປປລາວ ແລະ ເປັນການສົ່ງເສີມການຄ້າຂາຍສັດ ແລະ ຜະລິດຕະພັນສັດລະຫວ່າງສອງປະເທດ ລາວ-ຈີນ ໃຫ້ມີການເຊື່ອມໂຍງກັບ ຕະຫຼາດອາຊຽນ ແລະ ຕະຫຼາດສາກົນ, ພ້ອມເປັນການເພີ່ມທະວີ ຄວາມສາມັກຄີລະຫ່ວາງປະຊາຊົນ ຕາມຊາຍແດນລາວ-ຈີນ, ໂດຍສະເພາະແມ່ນວຽກງານປ້ອງກັນ ແລະ ຄວບຄຸມພະຍາດສັດ, ດັ່ງນັ້ນລັດຖະບານຈີນ ຈົ່ງໄດ້ຕົກລົງໃຫ້ການຊ່ວຍເຫຼືອ ສຳລັບວຽກງານດັ່ງກ່າວແກ່ ສປປ ລາວ, ຊຶ່ງເບື້ອງຕົ້ນຈະຈະເລີ່ມສ້າງ ສູນເຝົ້າລະວັງພະຍາດສັດ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ບ່ອນລະ 1 ແຫ່ງ, ເພື່ອຄວາມສະດວກ ໃນການປະສານງານ ແລະ ການວາງແຜນຮັບມື ກັບການລະບາດຂອງພະຍາດສັດ ທີ່ອາດຈະເກີດຂຶ້ນໄດ້ຢ່າງທັນການ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...