Homeວິທະຍາສາດ-ວິທະຍາການໂຣກມັກໃຊ້ຄວາມຮຸນແຮງ (Rage) ໂຣກມັກໃຊ້ຄວາມຮຸນແຮງ (Rage) ວິທະຍາສາດ-ວິທະຍາການສຸຂະພາບ ແລະ ສີ່ງແວດລ້ອມ Published on 30/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1720 ວັນນີ້ເຮົາຈະມາຮູ້ຈັກກ່ຽວກັບ ໂຣກມັກໃຊ້ຄວາມຮຸນແຮງ ເຊິ່ງໂຣກນີ້ແມ່ນໜຶ່ງໃນອາການທາງຈິດ ທີ່ຄວນໄດ້ຮັບການຮັກສາຢ່າງຖືກວິທີ. ສຳລັບຫົວຂໍ້ນີ້ທາງທີມງານລາວໂພສຕ໌ ບໍ່ໄດ້ມີເຈດຕະນາທີ່ຈະເວົ້າໃຫ້ພາກສ່ວນ ຫຼື ກຸ່ມຄົນທີ່ມັກໃຊ້ຄວາມຮຸນແຮງຕັດສິນບັນຫາໃນເລື່ອງຕ່າງໆຫຼາຍກ່ວາການໃຊ້ເຫດຜົນ ແຕ່ພວກເຮົາຢາກສື່ໃຫ້ເຫັນເຖິງອາການ, ສາເຫດ ແລະ ວິທີຮັກສາຂອງໂຣກນີ້ ໃຫ້ທຸກທ່ານໄດ້ຮູ້ ຖ້າຫົວຂໍດັ່ງກ່າວເກີດສ້າງຄວາມບໍ່ພໍໃຈກັບບຸກຄົນໃດທາງພວກເຮົາກໍ່ຂໍອະໄພດ້ວຍ. ສາເຫດຂອງໂຣກນີ້ ອີງຕາມສາດສະດາຈານ ສີລິໄຊ ຫົງສະຫງວນສິຣິ ພາກວິໄຈຈິດເວນຕະສາດ ຄະນະແພດສາດໂຮງໝໍ ຣາມາທິບໍດີ ປະເທດໄທ ລະບຸວ່າ ບັນຫາຄວາມຮຸນແຮງເກີດຈາກຫຼາຍໆສາເຫດ ຕັ້ງແຕ່ການລ້ຽງດູຂອງພໍ່ແມ່ ພຶດຕິກຳການຮຽນແບບຂອງຕົວເອງ ພັດທະນາການສະໝອງຕັ້ງແຕ່ຢູ່ໃນທ້ອງ, ບັນຫາຕ່າງທີ່ຜ່ານເຂົ້າມາໃນຊີວິດ ຫຼື ຄວາມຜິດປົກກະຕິທາງຈິດ ເຊັ່ນ: ເປັນໂຣກຊຶມເສົ້າ, ໂຣກໄພລາສ໌ ເຮັດໃຫ້ການຄວບຄຸມອາລົມບົກຜ່ອງ ເຊິ່ງອາດກໍ່ໃຫ້ເກີດໂຣກມັກໃຊ້ຄວາມຮຸນແຮງໄດ້. ອາການຂອງໂຣກນີ້ ມັກຈະເປັນຄົນງຸດງິດງ່າຍ ມັກລຳຄານງ່າຍ ອາລົມເສຍໄດ້ງ່າຍ ໂວຍວາຍໄດ້ກັບທຸກຢ່າງ ຫຼື ຖ້າຖືກຂັດໃຈ ຖືກໃຜເຮັດໃຫ້ບໍ່ພໍໃຈ ຖືກກະທຳ ອາດລະເບີດຢ່າງຮຸນແຮງ ເໝືອນບໍ່ສາມາດຄວບຄຸມຕົວເອງໄດ້. ການຮັກສາ ສຳລັບເດັກນ້ອຍ ການລ້ຽງດູຕັ້ງແຕ່ເກີດທຳອິດສຳຄັນຫຼາຍ ຄວາມຜູກພັນການເອົາໃຈໃສ່ຈະຊ່ວຍໃຫ້ເດັກນ້ອຍມີສຸຂະພາບຈິດທີ່ດີ ແລະ ມີຄວາມພ້ອມໃນທຸກໆດ້ານທີ່ສຳຄັນຍັງຊ່ວຍໃຫ້ລູກສາມາດຄຸມຕົວເອງໄດ້ອີກ. ສ່ວນໃນການຮັກສາໄວໜຸ່ມທີ່ມັກໃຊ້ຄວາມຮຸນແຮງ ຜູ້ປົກຄອງຄວນທຳຄວາມເຂົ້າໃຈເຂົາໃຫ້ຫຼາຍ ພ້ອມກັນນັ້ນກໍ່ຄວນເອົາໃຈໃສ່ຢ່າງພໍເໝາະພໍຄວນ ຫຼື ໃນກໍລະນີທີ່ອາການໜັກຄົນທີ່ເຮືອນເອົາບໍ່ຢູ່ ຄວນພາໄປປຶກສາແພດສະເພາະທາງເພື່ອການຮັກສາ. ຢ່າງໃດກໍ່ຕາມ ຄົນທີ່ມີບັນຫາ ຫຼື ມີອາການທາງຈິດບໍ່ໄດ້ໝາຍຄວາມວ່າບໍ່ແມ່ນຄົນດີ ພວກເຂົາຄວນໄດ້ຮັບການຮັກສາດ້ວຍຄວາມຮັກ ຄວາມເຂົ້າໃຈຈາກຄອບຄົວ, ໝູ່ເພື່ອນ ແລະ ຄົນໃນສັງຄົມ. Tagsບັນຫາທາງຈິດສຸຂະພາບໂຣກຈິດໂຣກມັກໃຊ້ຄວາມຮຸນແຮງ (Rage) ບົດຄວາມຫຼ້າສຸດ ຄວາມຮູ້ຮອບຕົວ ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່... 22/09/2025 ຂ່າວເຫດການ ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona... 22/09/2025 ຂ່າວການສຶກສາ ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352... 21/09/2025 ຂ່າວພາຍໃນ ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025” ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ... 21/09/2025