spot_img
Homeຂ່າວພາຍ​ໃນລັດ​ກຳ­ນົດ 12 ເມ­ສາພັກ​ຊົດ​ເຊີຍ​ປີ​ໃໝ່​ລາວ, ພາກ­ສ່ວນ​ກ່ຽວ­ຂ້ອງຕ້ອງ​ເປັນ​ເຈົ້າ​ການ ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ

ລັດ​ກຳ­ນົດ 12 ເມ­ສາພັກ​ຊົດ​ເຊີຍ​ປີ​ໃໝ່​ລາວ, ພາກ­ສ່ວນ​ກ່ຽວ­ຂ້ອງຕ້ອງ​ເປັນ​ເຈົ້າ​ການ ​ຄຸ້ມ​ຄອງ​ລາ­ຄາ​ສິນ­ຄ້າ

Published on

   ເນື່ອງ​ຈາກ​ການ​ສະ­ເຫຼີມ­ສະ­ຫຼອງບຸນ­ປີ­ໃໝ່​ລາວ ປະ­ຈຳ ພສ 2559 ໄດ້​ຖືກ​ວັນ​ພັກ​ການ​ໜຶ່ງ​ວັນ​ກໍ​ຄື​ວັນ​ເສົາ​ທີ 16 ເມ­ສາ ດັ່ງ­ນັ້ນ​ລັດ​ຈິ່ງ​ກຳ­ນົດ​ເອົາ​ວັນ ອັງ­ຄານ​ທີ 12 ເມ­ສາ ເປັນ​ວັນ​ພັກຊົດ​ເຊີຍ​ສະ­ແດງ​ວ່າ­ການ​ສະ­ຫຼອງ​ປີ​ນີ້​ມີ​ໄລ­ຍະ​ເວ­ລາ​ຍາວອັນ​ຈະເຮັດ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ໄດ້​ຈັດ​ກິດ­ຈະ­ກຳ​ສ້າງ­ສັນ​ມ່ວນ­ຊື່ນ​ກັບຄອບ­ຄົວ​ຫຼາຍ​ຂຶ້ນ, ຂະ­ນະ​ດຽວ​ກັນ​ລັດ​ກໍ​ເນັ້ນ​ໃຫ້​ພາກ­ສ່ວນ​ກ່ຽວຂ້ອງ​ຂອບ​ເຂດ​ທົ່ວ​ປະ­ເທດ​ເອົາ­ໃຈ­ໃສ່​ຕິດ­ຕາມ ແລະ​ຄຸ້ມ​ຄອງ​ລາຄາ​ສິນ­ຄ້າ​ໃນ​ທ້ອງ​ຕະ­ຫຼາດ​ບໍ່​ໃຫ້​ພໍ່­ຄ້າ​ຊາວ​ຂາຍ, ຜູ້​ປະ­ກອບ​ການ ສວຍ­ໂອ­ກາດ​ຂຶ້ນ​ລາ­ຄາ​ສິນ­ຄ້າ​ໂດຍ​ບໍ່​ມີ​ເຫດ­ຜົນ​ໄປ​ພ້ອມ​ກັບ​ການຊຸກ­ຍູ້​ການ​ຜະ­ລິດ​ໃຫ້​ສາ­ມາດ​ຕອບ​ສະ­ໜອງ​ໄດ້​ພຽງ­ພໍ​ກັບ​ຄວາມຕ້ອງ­ການ​ຂອງ​ສັງ­ຄົມ.

    ວັນ​ທີ 28 ມີ­ນາ 2016 ຫ້ອງວ່າ­ການ​ລັດ­ຖະ­ບານ​ໄດ້​ອອກ​ແຈ້ງການ​ສະ­ບັບ​ເລກ​ທີ 478/ຫລບ, ກລຂ ຊຶ່ງ​ມີ​ເນື້ອ​ໃນ​ລະ­ບຸ​ໃຫ້​ຮູ້​ວ່າ:ການ​ສະ­ເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່ ລາວ ປະ­ຈຳ ພສ 2559 ທີ່​ຈະ​ໝູນວຽນ­ມາ​ເຖິງ​ນີ້​ເປັນ​ໂອ­ກາດ​ໜຶ່ງ​ທີ່ສຳ­ຄັນ​ໃນ​ການ​ສືບ­ຕໍ່​ເສີມ​ຂະ­ຫຍາຍມູນ­ເຊື້ອ, ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມແລະ​ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນຂອງ​ຊາດ​ທີ່​ມີ​ມາແຕ່​ດົນ​ນານ ແລ້ວ, ເປັນ​ບຸນ​ໃຫຍ່​ປະ­ຈຳ​ຊາດທີ່​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ໄດ້​ຖື​ເອົາ​ໂອ­ກາດ​ນີ້​ເປັນ​ການ​ອ່ວຍ​ໄຊໃຫ້​ພອນຊຶ່ງ​ກັນ ແລະ​ກັນ, ພ້ອມກັນ​ຈັດ​ຕັ້ງ​ສະ­ເຫຼີມ­ສະ­ຫຼອງ​ບຸນ​ປີໃໝ່​ລາວ​ເຮົາ​ດ້ວຍ​ບັນ­ຍາ­ກາດເບີກ­ບານ​ມ່ວນ­ຊື່ນ, ຖືກ­ຕ້ອງ​ຕາມຮີດ­ຄອງ​ປະ­ເພ­ນີ ແລະ​ຮັກ­ສາ​ໄດ້ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດທີ່​ຕິດ​ພັນ​ກັບ​ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ບົນ​ຈິດ­ໃຈ​ປະ­ຢັດມັດ­ທະ­ຍັດ, ບໍ່​ໃຫ້​ຈັດ​ງານ​ລ້ຽງ​ແບບ​ຟຸ້ມ​ເຟືອຍ, ບໍ່​ໃຫ້​ນຳ​ໃຊ້​ງົບປະ­ມານ ແລະ​ພາ­ຫະ­ນະ​ຂອງ​ລັດ​ໄປ​ທ່ຽວ​ຫຼິ້ນ​ບຸນ.

ແນວ­ໃດ​ກໍ​ດີ ເນື່ອງ​ຈາ​ກວ່າ​ປີ​ໃໝ່​ລາວ​ປີ​ນີ້ ແມ່ນ​ກົງ​ກັບວັນ​ພຸດ ທີ 13, ພະ­ຫັດ ທີ 14, ສຸກ ທີ 15  ແລະ​ວັນ​ເສົາ​ທີ  16  ເມ­ສາ 2016 ສະ­ເພາະ​ວັນ​ເສົາ​ແມ່ນ​ເປັນ​ມື້​ພັກ​ລັດ​ຖະ​ການສະນັ້ນ​ຈິ່ງ​ຕົກ­ລົງ​ກຳ­ນົດ​ເອົາ​ວັນ​ອັງ­ຄານ ທີ 12 ເມ­ສາ 2016 ເປັນ ວັນ​ພັກ​ຊົດ​ເຊີຍ.

ຕໍ່​ກັບ​ໄລ­ຍະ​ເວ­ລາ​ໃນ​ການ​ພັກ​ທີ່​ຍາວຈິ່ງ​ໃຫ້​ກະ­ຊວງ​ອຸດ​ສາ​ຫະກຳ ແລະ​ການ​ຄ້າ, ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ບັນ­ດາ​ແຂວງໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ເອົາ­ໃຈ­ໃສ່​ຊີ້​ນຳ, ຕິດ­ຕາມ ແລະ​ຄຸ້ມ​ຄອງລາ­ຄາ​ສິນ­ຄ້າ​ໃນ​ທ້ອງ​ຕະ­ຫຼາດ​ບໍ່​ໃຫ້​ພໍ່­ຄ້າຊາວ​ຂາຍ, ຜູ້​ປະ­ກອບ​ການ​ສວຍ­ໂອ­ກາດຂຶ້ນ​ລາ­ຄາ​ສິນ­ຄ້າ​ໂດຍ​ບໍ່​ມີ​ເຫດ­ຜົນ, ພ້ອມກັນ​ນັ້ນ​ກໍ​ໃຫ້​ກະ­ຊວງ​ກະ­ສິ­ກຳ ແລະ​ປ່າໄມ້​ສົມ­ທົບ​ກັບ​ກະ­ຊວງ​ທີ່​ກ່ຽວ­ຂ້ອງ​ເອົາໃຈ​ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ການ​ຜະ­ລິດ​ຕິດ​ພັນ​ກັບ​ການ​ສະ­ໜອງ​ສິນ­ຄ້າ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ສັງ­ຄົມ.

5818

ພ້ອມ​ກັນ​ນີ້​ກໍ​ໃຫ້​ບັນ­ດາ​ກະ­ຊວງ-ອົງ­ການ​ທຽບ​ເທົ່າ, ນະ­ຄອນ­ຫຼວງ ແລະບັນ­ດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ຕໍ່​ການ​ຮັກ­ສາຄວາມ​ສະ­ຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ໂດຍ​ໃຫ້​ມີການ​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການເວນ­ຍາມ ແລະ​ປະ­ຈຳ­ການ​ຄັກ­ແນ່, ໃຫ້ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ເປັນເຈົ້າ​ການ​ສົມ­ທົບ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ລວມ​ເຖິງ​ທ້ອງ­ຖິ່ນ​ຕ່າງໆ ເພື່ອ​ຈັດ​ສັນ ແລະ​ອຳ­ນວຍ​ຄວາມ​ສະ­ດວກໃນ​ການ​ສັນ­ຈອນ​ໄປ-ມາ​ພ້ອມ​ທັງ​ຮັບ​ປະກັນ​ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະ­ໜົນແລະ​ໃຫ້​ເພີ່ມ​ທະ­ວີ​ການ​ໂຄ­ສະ­ນາ​ສ້າງ​ຈິດສຳ­ນຶກ​ໃຫ້​ພົນ­ລະ­ເມືອງ​ໃນ​ທົ່ວ​ສັງ­ຄົມເຄົາ­ລົບ​ຕໍ່​ກົດ​ລະ­ບຽບ​ຈະ­ລາ­ຈອນ ແລະ ເຂັ້ມ​ງວດ​ໃນ​ການ​ກວດ­ກາ.

ໃນ​ຕອນ​ທ້າຍ​ເພີ່ນ​ຍັງ​ແຈ້ງ​ໃຫ້​ກະຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ, ນະ­ຄອນ­ຫຼວງ​ວຽງ​ຈັນ​ແລະ ບັນ­ດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດເພີ່ມ​ທະ­ວີ​ການ​ປະ­ຊາ­ສຳ­ພັນ​ໃຫ້​ປະ­ຊາຊົນ​ໃນ​ທົ່ວ​ສັງ­ຄົມ​ຮັບ​ຮູ້ ແລະ​ເຂົ້າ­ໃຈ​ຕໍ່​ການ​ສະ­ເຫຼີມ­ສະ­ຫຼອງ​ບຸນ­ປີ­ໃໝ່​ປະ­ຈຳຊາດ​ໃຫ້​ສອດ­ຄ່ອງ​ກັບ​ວັດ­ທະ­ນະ­ທຳ, ຮີດຄອງ​ປະ­ເພ­ນີ​ຂອງ​ຊາດ ແລະ​ສະ­ພາບຕົວ​ຈິງເພື່ອ​ຮັບ­ປະ­ກັນ​ຄວາມ​ປອດ​ໄພ ແລະ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ​ນຳ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...