Homeຂ່າວການສຶກສາແຈ້ງການທຶນການສຶກສາ ຈາກສະຖານທູດໄທ ແຫ່ງ ສປປ ລາວ

ແຈ້ງການທຶນການສຶກສາ ຈາກສະຖານທູດໄທ ແຫ່ງ ສປປ ລາວ

Published on

ສຳຫຼັບບຸກຄະລາກອນໃນມະຫາວິທະຍາໄລຕ່າງໆຂອງ ສປປ. ລາວ ທີ່ສົນໃຈສຶກສາຕໍ່ໃນປະເທດໄທ ໃນປີ 2016 ສຳນັກງານຄະນະກຳມະການການອຸດົມສຶກສາຮ່ວມກັບສະຖາບັນການສຶກສາຂອງໄທ ໄດ້ຈັດໂຄງການ Thailand Scholarships (Year 2016) ໂດຍຈັດສັນທຶນການສຶກສາ ຈຳນວນ 11 ທຶນ ໃຫ້ແກ່ອາຈານ, ນັກສຶກສາ ແລະ ບຸກຄະລາກອນທົ່ວໄປ (ສຳຫຼັບ ສປປ.ລາວ, ກຳປູເຈຍ ແລະ ມຽນມ້າ) ເພື່ອສຶກສາໃນລະດັບປະລິນຍາໂທຫຼັກສູດນານາຊາດ ສາຂາວິທະຍາສາດ, ວິສະວະກຳສາດ ແລະ ເສດຖະສາດ ສາຂາການສະໝັກ ແລະ ເອກະສານໃບສະໝັກສາມາດດາວໂຫຼດໄດ້ທີ່ http://www.inter.mua.go.th ຫຼື http://inter.mua.go.th/ts/index.htm

ຫຼືສົນໃຈຂໍຮັບໃບສະໝັກໄດ້ທີ່ສະຖານທູດໄທ ໂທລະສັບ 021-214581 ຕໍ່ 112-113 ໃນວັນ ແລະ ເວລາລັດຖະການ ຫຼື ສອບຖາມເພີ່ມຕື່ມໄດ້ທີ່ teeratorn.lk@gmail.com

ໝົດກຳນົດຮັບສະໝັກວັນທີ 29 ເມສາ 2016

126701267112672

ແຫລ່ງຂ່າວຈາກ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...