Homeຂ່າວການສຶກສາມສ ວຽງຈັນ ໄດ້ຮັບການຢັ້ງຢືນ ຄຸນະພາບການສອນພາສາຝຣັ່ງ ແຫ່ງທຳອິດຂອງອາຊຽນ!

ມສ ວຽງຈັນ ໄດ້ຮັບການຢັ້ງຢືນ ຄຸນະພາບການສອນພາສາຝຣັ່ງ ແຫ່ງທຳອິດຂອງອາຊຽນ!

Published on

ພິທີ​ມອບ-ຮັບ​ປ້າຍ “La Belle France Education” ເພື່ອຢັ້ງຢືນ​ຄຸນະພາບ​ທີ່​ດີເລີດ​ຂອງການ​ຮຽນ-ການ​ສອນ ສຳລັບຫ້ອງ​ສອງ​ພາສາລາວ-ຝຣັ່ງ ຂອງ​ໂຮງຮຽນ​ມັດທະຍົມ​ສຶກ​ສາສົມບູນ (​ມສ) ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 26 ມີນາ 2016 ທີ່​ໂຮງຮຽນດັ່ງກ່າວ ມີ​ທ່ານ ລີ​ຕູ້ ບົວ​ປາວ ຮອງ​ລັດຖະມົນຕີ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ທ່ານ​ນາງ ຄຼໍ​ດີນ ເລີ​ດຸກ (Claudine Ledoux) ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະຈຳ​ລາວ ຄະນະ​ອຳນວຍ​ການ ພະນັກງານ​ຄູ-ອາຈານ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ທ່ານ​ນາງ ຄຳ​ຊ້ອຍ ວົງສຳພັນ ທີ່​ປຶກສາ​ໂຮງຮຽນ ​ມສ ວຽງ​ຈັນ ຄູ​ເຝິກ​ຂັ້ນ​ສູນ​ກາງ​ສອນພາສາ​ຝຣັ່ງ ໄດ້​ກ່າວ​ວ່າ: ​ສປປ ລາວ ແມ່ນ​ໜຶ່ງ​ໃນ​ບັນດາ 70 ປະເທດຂອງ​ກຸ່ມ​ປະເທດ​ທີ່​ມີ​ການສິດສອນ​ພາສາ​ຝຣັ່ງ ໃນ​ສາຍ​ວິທະ​ຍາ​ສາດ​ທຳ​ມະ​ຊາດ ວິທະຍາສາດ​ສັງຄົມ ແລະ ການ​ສອນສອງ​ພາສາ ເຊິ່ງ ​ມສ ວຽງ​ຈັນ ກໍ່​ເປັນ​ໂຮງຮຽນ​ໜຶ່ງ​ທີ່​ໄດ້​ສິດສອນພາສາ​ຝຣັ່ງ ມີ​ຜົນງານ​ອັນ​ໂດດເດັ່ນ ມີ​ຜົນ​ການ​ຮຽນ​ທີ່​ດີ ໄດ້​ມາດຕະ​ຖານ ເປັນ​ທີ່​ຍອມຮັບ​ໃນ​ລະດັບ​ສາກົນ.

ຈາກ​ເຫດຜົນ​ດັ່ງກ່າວ ລັດ​ຖະບານ​ຝຣັ່ງ ຈຶ່ງ​ໄດ້​ມອບ​ປ້າຍ “La Belle France Education” ເພື່ອ​ຢັ້ງຢືນ​ຄຸນະພາບ​ທີ່​ດີເລີດຂອງ​ການ​ຮຽນ-ການ​ສອນ ສຳລັບ​ຫ້ອງ​ສອງ​ພາສາ​ລາວ-ຝຣັ່ງ ໃຫ້​ກັບ​ໂຮງຮຽນ ​ມສ ວຽງ​ຈັນ ເປັນ​ໂຮງຮຽນ​ແຫ່ງ​ດຽວ​ໃນ ​ສປປ ລາວ ແລະ ເປັນ​ປະເທດ​ທຳ​ອິດໃນ​ພາກ​ພື້ນ (ອາ​ຊຽນ) ທີ່​ໄດ້​ຮັບປ້າຍ​ຢັ້ງຢືນ​ນີ້ ຈາກ​ລັດຖະບານປະເທດ​ຝຣັ່ງ ຜົນ​ປະໂຫຍດ​ທີ່​ຈະຕາມ​ມາ​ຄື: ຄູ-ອາຈານ ແລະ ນັກຮຽນ ຈະ​ມີ​ໂອກາດໃນ​ການເຂົ້າ​ອົບຮົມ ຍົກ​ລະດັບ​ການ​ສຶກສາຈາກ​ໂຄງການ​ຕ່າງໆ ​ທີ່​ກ່ຽວຂ້ອງ​ກັບ​ການ​ນຳ​ໃຊ້​ພາສາ​ຝຣັ່ງ ​ທີ່ຈະ​ຕາມ​ມາ​ໃນ​ອະນາຄົດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...