ປາ​ກີສະຖານ-​ອີຣານ ​​ຮ່ວມ​ມື​ທາງເສດຖະກິດ ເພີ່ມມູນຄ່າການຄ້າ

0
1564

ປາ​ກີສະຖານ ​ແລະ ອີຣານປະກາດ​ຍົກ​ລະດັບ​ຄວາມ​ສຳພັນ​ທາງ​ເສດຖະກິດ ​ແລະ ​ເປີດ​ດ່ານ​ຊາຍ​ແດນ​ອີກ 2 ຈຸດ ​ເພື່ອ​ເພີ່​ມມູນ​ຄ່າ​ການ​ຄ້າ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ລັດຖະບານ​ປາ​ກີ​ສະຖານ ​ແລະ ອີຣານຕົກລົງ​ໃນ​ທ້າຍ​ອາທິ​ດທີ່​ຜ່ານ​ມາ ຈະ​ຍົກ​ລະດັບ​ຄວາມ​ສຳພັນ​ທາງ​ເສດຖະກິດ ​ພ້ອມທັງ​ເປີດ​ດ່ານ​ຊາຍ​ແດນ​ອີກ 2 ຈຸດ ​ເພື່ອ​ເພີ່ມ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ສູ່​ລະດັບ 5 ຕື້​ໂດ​ລາ ພາຍ​ໃນ​ປີ 2021, ຖະ​ແຫຼ​ງການ​ຂອງ​ນາຍົກລັດຖະມົນຕີປາກີສະຖານ​ທ່ານ ນາວາ​ຊ ຊາຣີຟ ລະບຸ​ວ່າ ທ່ານ ຮັສ ຊັນ ​ໂຣຮາ​ນີ ປະທານາທິບໍດີ​ອີຣານ ທີ່​ເດີນທາງ​ຢ້ຽມ​ຢາມ​ປາ​ກີ​ສະຖານ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 2 ວັນໄດ້​ພົບ​ປະ​ຫາລື​ກັບ​ທ່ານ ຊາຣີຟ​ ໃນ​ປະ​ເດັນ​ຕ່າງໆ​ທີ່​ເປັນ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ “ຄວາມ​ສຳພັນ​ດ້ານ​ການ​ຄ້າ ​ແລະ ​ເສດຖະກິດ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ມາດ​ຕະການ​ລົງ​ໂທ​ດສອງ​ຝ່າຍ​ໄດ້​ຕົກລົງ​ກັນ​ທີ່​ຈະ​ເສີມ​ສ້າງ​ຄວາມ​ສຳພັນ​ທະວີ​ພາຄີ​ທາງ​ດ້ານ​ການ​ຄ້າ, ​ເສດ​ຖະກິດ ​ແລະ ພະລັງງານ, ຫຼັງຈາກ​ການ​ພົບ​ປະ​ຫາລື​ທ່ານ ຊາຣີຟ ​ແລະ ​ໂຣຮາ​ນີ ຮ່ວມ​ເປັນ​ສັກຂີ​ພະຍານ ການ​ເຊັນ​ລົງ​ນາມ​ຂໍ້​ຕົກລົງ​ຄວາມ​ຮ່ວມ​ມື 6 ສະບັບ ທາງ​ດ້ານ​ກາ​ນຄ້າ ​ແລະ ​ເສດຖະກິດ​ລວມ​ເຖິງ​ແຜນການ​ຄວາມ​ຮ່ວມ​ມື​ຍຸດ​ທະ​ສາດ​ການ​ຄ້າ 5 ປີ ຊຶ່ງ​ການ​ຫາລື​ໄດ້​ມີ​ການ​ຕົກລົງ​ໃຫ້​ເປີດ​ດ່ານຊາຍ​ແດນ 2 ຈຸດ ​ເພື່ອ​ກະ​ຕຸ້ນ​ການ​ຄ້າ​ຂາ​ຍລະຫວ່າງ​ 2 ປະ​ເທດ.

ທ່ານ ​ໂຣຮາ​ນີ ກ່າວ​ວ່າ ທັງ​ສອງ​ຝ່າ​ຍ​ໄດ້​ຫາລື​ກັນ​ເຖິງ​ການ​ສຳ​ຫຼວດ​ໂອກາດ​ໃໝ່ໆ​ສຳລັບ​ຄວາມ​ຮ່ວມ​ມື​ດ້ານ​ພະລັງງານ ຊຶ່ງ​​ລວມ​ເຖິງ​ການ​ສົ່ງ​ອອກ​ໄຟຟ້າ​ຈາກ​ອີຣານ​ໄປ​ຍັງ​ປາ​ກິດ​ສະຖານການ​ສົ່ງ​ເສີມ​ການ​ຄ້າ​ທະວີ​ພາຄີ ສຳ​ຫຼວດຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຄ້າ​ທາງ​ທະ​ເລ​ລະຫວ່າງ​ທ່າ​ເຮືອ​ກວາ​ດາ​ຂອງ​ປາ​ກີສະຖານ​ກັບ​ທ່າ​ເຮືອ​ຊາ​ບາ​ຮາ​ຂອງ​ອີຣານ ​ແລະ ​ເດີນ​ໜ້າ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ.