HomeBaby-ແມ່ແລະເດັກລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່? ລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່? Baby-ແມ່ແລະເດັກ Published on 25/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 2373 ສາເຫດທີ່ລູກຮາກຫຼັງປ້ອນຢາ ອາການຮາກຫຼັງປ້ອນຢາລູກນ້ອຍ ເປັນບັນຫາທີ່ພົບປະຈຳ ແລະ ເກີດຂຶ້ນຊ້ຳໆໄດ້ ລູກຮາກຫຼັງປ້ອນຢາມັກເກີດການຮ້ອງໄຫ້ຢ່າງໜັກ ເພາະບໍ່ມັກຣົດຊາດຂອງຢາ ບໍ່ມັກກິ່ນຂອງຢາ ເຮັດໃຫ້ລູກນ້ອຍຮາກອອກມາ ຄຳຖາມທີ່ແມ່ສົງໃສຫຼາຍທີ່ສຸດແມ່ນເມື່ອລູກຮາກອອກມາ ຈະປ້ອນຢາຊ້ຳໄດ້ຫຼືບໍ່! ວັນນີ້ພວກເຮົາມີຄຳຕອບມາໃຫ້ເພື່ອຫາຍຂໍ້ຂ້ອງໃຈ. ລູກຮາກອອກມາຫຼັງປ້ອນຢາ ຕ້ອງປ້ອນຢາຊ້ຳ ຫຼື ບໍ່! ແມ່ສ່ວນຫຼາຍເມື່ອເຫັນລູກກິນຢາຍາກ ກິນແລ້ວຮາກຊ້ຳໆ ຮາກທຸກຄັ້ງກໍ່ເກີດຄວາມດູຕົນສົງສານລູກ ແມ່ບາງຄົນແມ່ນບໍ່ໃຫ້ລູກກິນຢາເລີຍເພາະຢ້ານລູກຮາກອອກຄືເກົ່າ ຄວາມຄິດນີ້ຖືວ່າຜິດຫຼາຍ ເພາະຖ້າລູກເກີດເຈັບປ່ວຍແລ້ວບໍ່ໄດ້ກິນຢາຮັກສາ ພະຍາດທີ່ຢູ່ໃນຕົວລູກກໍ່ບໍ່ຫາຍຂາດ ເມື່ອທ່ານເຮັດແບບນີ້ຍິ່ງເຮັດໃຫ້ພະຍາດໃນຕົວລູກນ້ອຍລຶ້ງຢາ ແລະ ຕ້ອງໃຊ້ເວລາຫຼາຍໃນການປິ່ນປົວໃຫ້ຫາຍດີ ຄົນທີ່ທໍລະມານທີ່ສຸດແມ່ນລູກນ້ອຍຂອງທ່ານເອງ ໂດຍສະເພາະເດັກເກີດໃໝ່ຍັງເວົ້າສື່ສານກັບທ່ານບໍ່ໄດ້ຍິ່ງທໍລະມານທັງຜູ້ເປັນພໍ່ແມ່ ແລະ ລູກນ້ອຍ. ຕ້ອງປ້ອນຢາຊ້ຳ ກໍລະນີປ້ອນແລ້ວຮາກທັນທີ ໃຫ້ແມ່ປ້ອນຢາຊ້ຳອີກຄັ້ງໃນປະລິມານເທົ່າເດີມ ຖ້າປ້ອນລົງໄປປຸບ ແລ້ວຍັງຮາກອອກມາຄືເກົ່າແມ່ນໃຫ້ພັກເວລາ 5 ນາທີແລ້ວກັບມາປ້ອນຊ້ຳອີກ ແຕ່ລຸດປະລິມານລົງຄືປ້ອນຢາເທື່ອລະໜ້ອຍໃນປະລິມານ 1/4 ບ່ວງຢາ ສັງເກດເບິ່ງອາການລູກວ່າມີອາການຮາກບໍ່ ຖ້າບໍ່ຮາກແລ້ວ ທ່ານພັກເວລາໄວ້ກ່ອນ 5 ນາທີແລ້ວກັບມາປ້ອນໃໝ່ໃນປະລິມານຂະໜາດ 1/4ຄືເກົ່າອີກ ທຽງປ້ອນຢາລູກຈົບຄົບປະລິມານ 1 ບ່ວງ ພາຍໃນ ເຄິ່ງຊົ່ວໂມງລູກຕ້ອງໄດ້ກິນຢາຄົບຕາມທີ່ແພດຈັດໃຫ້. 2. ບໍ່ປ້ອນຊ້ຳ ກໍລະນີລູກນ້ອຍກິນຢາລົງໄປດົນເຖິງເຄິ່ງຊົ່ວໂມງແລ້ວຈິ່ງຮາກອອກ ເພາະຢາບາງສ່ວນອາດຖືກຊຶມ ເຂົ້າໃນຮ່າງກາຍລູກແລ້ວ ຫາກທ່ານປ້ອນຢາລູກອີກກໍລະນີນີ້ຈະເຮັດໃຫ້ລູກນ້ອຍໄດ້ຮັບຢາເກີນຂະໜາດ. ເມື່ອທ່ານມີຄວາມຮູ້ກ່ຽວກັບການປ້ອນຢາລູກນ້ອຍແລ້ວຫວັງວ່າ ພໍ່-ແມ່ຈະນຳໄປປະຕິບັດໃນເວລາປ້ອນຢາລູກທຸກຄັ້ງ ເພື່ອເຮັດໃຫ້ລູກນ້ອຍໄດ້ຮັບຢາຕາມປະລິມານທີ່ກຳນົດ ແລະ ລຸດຜ່ອນອາການຮາກທຸກຄັ້ງທີ່ກິນຢາຂອງລູກນ້ອຍໄດ້ ແລະ ທຸກຄັ້ງທີ່ເອົາຢາໃຫ້ລູກກິນຜູ້ເປັນພໍ່-ແມ່ກໍ່ຕ້ອງສັງເກດເບິ່ງລູກພ້ອມວ່າລູກມີອາການແພ້ຢານັ້ນຫຼືບໍ່ ເຊັ່ນ: ມີຜື່ນຂຶ້ນ, ຕາບວມ, ປາກບວມ ຫາຍໃຈຝືດ ຫາກລູກມີອາການເຫຼົ່ານີ້ໃຫ້ນຳລູກສົ່ງໂຮງໝໍດ່ວນ. ຂໍ້ມູນຈາກ: ວາລະສານ ບັນທຶກຂອງແມ່. Tagsລູກກິນຢາແລ້ວຮາກອອກເຮັດແນວໃດລູກນ້ອຍກິນຢາຍາກເຮັດແນວໃດ!ລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່?ວິທີປ້ອນຢາລູກບໍ່ໃຫ້ຮາກເຄັດລັບການປ້ອນຢາລູກແມ່ແລະ ລູກແມ່ແລະເດັກ ບົດຄວາມຫຼ້າສຸດ ຂ່າວພາຍໃນ ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026. ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ... 30/07/2026 ຂ່າວພາຍໃນ ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ. ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5... 29/07/2026 ຂ່າວພາຍໃນ ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ. ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ... 28/07/2026 ຂ່າວພາຍໃນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ.... 27/07/2026