Homeຂ່າວພາຍ​ໃນພາກທຸລະກິດລາວ ຫາລືການສົ່ງເສີມທຸລະກິດຫວາຍ-ໄມ້ປ່ອງ ສ້າງຂີດຄວາມສາມາດແຂ່ງຂັນ

ພາກທຸລະກິດລາວ ຫາລືການສົ່ງເສີມທຸລະກິດຫວາຍ-ໄມ້ປ່ອງ ສ້າງຂີດຄວາມສາມາດແຂ່ງຂັນ

Published on

ວັນ​ທີ 24 ມີນາ 2016 ທີ່​ສະພາ​ອຸດສາຫະກຳ ແລະ ການ​ຄ້າແຫ່ງ​ຊາດ​ລາວ ໂດຍ​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ໂຄງການຫວາຍ-ໄມ້ປ່ອງ ສະມາຄົມ​ຫັດຖະ​ກຳ​ລາວ ໄດ້​ຈັດ​ກອງ​ປະຊຸມກ່ຽວ​ກັບ​ການ​ຊຸກຍູ້​ສົ່ງເສີມ​ທຸລະກິດ​ຫວາຍ ແລະ ໄມ້ປ່ອງ​ຂຶ້ນເປັນ​ປະທານ​ຂອງ​ທ່ານ ຫານ​ຊະນະ ສີ​ສານ ປະທານ​ສະມາຄົມຫັດຖະກຳ​ລາວ ມີ​ທ່ານ​ນາງ ແສງ​ດາ​ວອນ ບັງອອນ​ແສງ​ເດດ ເລຂາທິການສະພາ​ການ​ຄ້າ ແລະ ອຸດສາຫະກຳ ການ​ຄ້າ​ແຫ່ງຊາດ​ລາວ ທ່ານ​ນາງ ບົວ​ວັນ ພະຈອມພົນ ຫົວໜ້າ​ໂຄງການຫວາຍ-ໄມ້ປ່ອງ ພ້ອມ​ດ້ວຍ​ບັນດາ​ຜູ້​ປະກອບ​ການ​ດ້ານ​ທຸລະ​ກິດໄມ້ປ່ອງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກງານ​ຊຸກຍູ້ ແລະ ສົ່ງເສີມ​ທຸລະ​ກິດຫວາຍ-ໄມ້ປ່ອງ ໂດຍ​ແນໃສ່​ບັນຫາ​ຕ່າງໆ​ ໃນ​ການ​ດຳເນີນ​ທຸລະກິດ​ທີ່​ໄດ້​ສັງ​ລວມປຶກສາ​ຫາລື​ກັນ ໃນ​ກອງ​ປະຊຸມ​ຄັ້ງ​ວັນ​ທີ 11 ພະຈິກ 2015 ພ້ອມ​ທັງ​ຈັດ​ລຽງ​ບຸລິມະ​ສິດ ຄວາມ​ສຳຄັນ​ທີ່​ຈຳເປັນຕ້ອງ​ໄດ້​ຮັບ​ການ​ປັບປຸງ ເພື່ອ​ຊຸກຍູ້ສົ່ງເສີມ​ໄປ​ຕາມ​ທິດ​ທາງ​ການ​ພັດທະ​ນາ​ເສດຖະກິດ-ສັງຄົມ​ໃນ​ ຕໍ່ໜ້າ​ຂອງ​ພັກ-ລັດ ນອກຈາກ​ນີ້ ເພື່ອ​ຂໍ​ຄຳ​ເຫັນທິດ​ຊີ້​ນຳ​ຈາກ​ຜູ້ຕາງໜ້າ​ຂອງ​ພາກ​ລັດ ແລະ ພາກສ່ວນ​ອື່ນໆ ເພື່ອ​ຊ່ວຍ​ໃນ ການ​ແກ້​ໄຂ​ບັນຫາ​ຂໍ້ຄົງຄ້າງ ໃນການ​ດຳເນີນ​ທຸລະ​ກິດ​ຜ່ານ​ມາ ໂດຍ​ສະເພາະແມ່ນ​ວຽກ​ງານ​ນະໂຍ​ບາຍ​ຂອງ​ລັດ​ຕໍ່​ທຸລະ​ກິດ​ດ້ານຫວາຍ-ໄມ້ປ່ອງ ທັງ​ນີ້​ເພື່ອ​ເຮັດໃຫ້​ທຸລະ​ກິດ​ດັ່ງກ່າວ​ມີ​ຄວາມ​ເຂັ້ມແຂງ ໃຫ້​ມີ​ຄວາມ​ສາມາດ​ແຂ່ງຂັນ​ກັບ​ປະເທດ​ອື່ນ ໃຫ້​ຖືກຕ້ອງຕາມ​ລະບຽບ​ກົດໝາຍ ຮັບ​ຜິດຊອບ​ຕໍ່​ພັນທະ​ຕ່າງໆ ແລະ ໃຫ້ເປັນ​ໄປ​ຕາມ​ກົນ​ໄກ​ຂອງ​ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ ​ກ້າວໄປ​ເຖິງ​ການ​ລົບ​ລ້າງ​ຄວາມທຸກຍາກ​ໃນ​ອະນາຄົດ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...