spot_img
Homeຂ່າວການພັດທະນາເສັ້ນທາງປາກເຊ-ດ່ານວັງເຕົ່າ ບັນລຸແລ້ວ 90% ຄາດຈະໃຫ້ສຳເລັດທ້າຍປີນີ້!

ເສັ້ນທາງປາກເຊ-ດ່ານວັງເຕົ່າ ບັນລຸແລ້ວ 90% ຄາດຈະໃຫ້ສຳເລັດທ້າຍປີນີ້!

Published on

ພາຍຫຼັງ​ທີ່​ໄດ້​ດຳເນີນ​ການກໍ່ສ້າງ​ມາ​ແຕ່​ປີ 2013 ໂດຍ​ບໍ​ລິສັດ ດວງ​ດີ​ກໍ່ສ້າງ​ຂົວ-ທາງ ຈຳກັດ ເປັນ​ຜູ້​ຮັບ​ເໝົາ​ສຳ​ປະທານ ດ້ວຍ​ຄວາມ​ຍາວ​ຂອງ​ເສັ້ນທາງຫຼາຍ​ກວ່າ 40 ກິໂລແມັດ ຈາກທາງ 2 ເລນ​ມາ​ເປັນ 4-6 ເລນ ໃຫ້​ໄດ້​ເສັ້ນທາງ​ໃນ​ລະດັບ​ມາດຕະ​ຖານ​ສາກົນ​ຮອງ​ຮັບ​ການເຊື່ອມ​ໂຍງ AEC ປັດຈຸບັນ ເສັ້ນທາງ​ດັ່ງກ່າວ​ສຳເລັດ​ແລ້ວ 90% ຍັງ​ເຫຼືອ​ພຽງ​ແຕ່​ການ​ປັບປຸງຄວາມ​ລະອຽດ​ຂອງ​ເສັ້ນທາງ ແລະ ຂົວ​ບາງ​ແຫ່ງ.

ທ່ານ ອຸດອນ ແກ້ວ​ດວງ​ດີ ປະທານ​ບໍລິສັດ​ ດວງ​ດີ​ກໍ່ສ້າງ​ຂົວ-ທາງ ຈຳກັດ ໃຫ້​ສຳພາດ​ຕົ້ນເດືອນມີນາ 2016 ຜ່ານ​ມາ​ວ່າ: ເສັ້ນທາງ​ເລກ​ທີ 16W ຫຼື ເສັ້ນທາງປາກ​ເຊ-ດ່ານ​ຊາຍ​ແດນສາກົນ​ວັງ​ເຕົ່າ ທີ່​ມີ​ຄວາມ​ຍາວ 42,8 ກິໂລແມັດ ແຕ່​ສົ້ນ​ຂົວ​ຂ້າມແມ່ນ້ຳ​ຂອງ ບ້ານ​ຄັນ​ແຍງ-ດ່ານສາກົນ​ວັງ​ເຕົ່າ ເມືອງ​ໂພນ​ທອງ ແຂວງ​ຈຳປາ​ສັກ ໂດຍ​ບໍລິສັດ ດວງ​ດີ​ກໍ່ສ້າງ​ຂົວ-ທາງ ຈຳກັດ ລົງທຶນ​ໃນ​ເບື້ອງ​ຕົ້ນຫຼາຍ​ກວ່າ 30 ລ້ານ​ໂດ​ລາ​ສະຫະລັດ (240 ຕື້​ກີບ) ມາ​ເຖິງ​ປັດຈຸບັນ ​ຜ່ານ​ການລົງ​ຕິດຕາມ ແລະ ກວດກາ​ຕົວຈິງ ​ເສັ້ນທາງ​ດັ່ງກ່າວ​ສຳເລັດແລ້ວ​ຫຼາຍ​ກວ່າ 90% ສ່ວນ​ວຽກງານ​ທີ່​ຍັງ​ເຫຼືອ​ມີ​ພຽງ​ແຕ່​ຄວາມລະອຽດ​ຂອງ​ເສັ້ນທາງ ແລະ ຂົວບາງ​ແຫ່ງ​ຈາກ​ທີ່​ມີ​ທັງ​ໝົດ 4 ຂົວ ຄາດ​ວ່າ​ຈະ​ໃຫ້​ສຳເລັດ ແລະ ເປີດ​ນຳ​ໃຊ້​ເປັນ​ທາງ​ໃນ​ທ້າຍ​ປີ 2016 ນີ້.

ເສັ້ນທາງປາກ​ເຊ-ດ່ານຊາຍ​ແດນ​ສາກົນ​ວັງ​ເຕົ່າ ຫຼື ເອີ້ນວ່າ​ເສັ້ນທາງ​ວັງ​ເຕົ່າ-ຊ່ອງ​ເມັກ (ປະເທດ​ໄທ) ຈາກ​ເດີມ​ທີ່​ມີ 2 ເລນ​ຈະ​ຖືກ​ຍົກ​ລະດັບ​ມາ​ເປັນ 4-6 ເລນ ທີ່​ປູ​ດ້ວຍ​ຢາງ​ອັດ​ສະ​ຟານ (ຢາງ​ຂົ້ວ) ສາມາດ​ຮັບ​ນ້ຳໜັກ​ໄດ້ 9,1 ໂຕນ​ຕໍ່​ເພົາ ເສັ້ນທາງ​ດັ່ງກ່າວ​ແມ່ນ​ນອນ​ໃນ​ເສັ້ນທາງ​ຍຸດທະ​ສາດ​ສຳຄັນ ​ໃນ​ການ​ເຊື່ອມ​ຕໍ່ລະຫວ່າງ​ປະເທດ ແລະ ອະນຸພາກ​ພື້ນ ໂດຍ​ສະເພາະແມ່ນ ການ​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ​ຈຳປາ​ສັກ ​ສປປ ລາວ ກັບແຂວງອຸບົນ ປະເທດ​ໄທ ສຳລັບ​ການເປີດ​ປະຕູ​ສູ່ AEC ເສັ້ນທາງ​ດັ່ງກ່າວ ຈະ​ມີ​ຄວາມ​ສຳຄັນ​ກັບ​ການຂົນສົ່ງ​ທາງ​ດ້ານ​ການ​ຄ້າ ​ເພື່ອເຊື່ອມ​ໂຍງ​ກັບ​ບັນດາ​ປະເທດ​ໃກ້ຄຽງ ໂດຍ​ສະເພາະແມ່ນ: ໄທ ຫວຽດນາມ ແລະ ກຳປູເຈຍ.

ຈຳປາ​ສັກ ເປັນ​ແຂວງ​ໜຶ່ງທີ່ມີ​ປະຊາກອນ​ຢູ່​ໃນ​ອັນ​ດັບ 3 ຂອງປະເທດ ປັດຈຸບັນ ລະບົບ​ການ​ພັດທະ​ນາ​ພື້ນຖານ​ໂຄງ​ລ່າງ ​ດ້ານເສດຖະກິດ​ໄດ້​ຮັບ​ການ​ພັດທະນາຢ່າງ​ຕໍ່​ເນື່ອງ ເປັນຕົ້ນ​ແມ່ນຖະໜົນ​ຫົນທາງ​ຕ່າງໆ ລວມ​ທັງ​ເຂດເສດຖະກິດ​ພິເສດ​ທີ່​ມີ​ຢູ່ 2 ແຫ່ງ ທີ່​ຈະ​ຊ່ວຍ​ຍົກ​ລະດັບ​ເສດຖະກິດຂອງ​ແຂວງ​ ໃຫ້​ກ້າວ​ຂຶ້ນ​ມາ​ອີກລະດັບ ໂດຍ​ສະເພາະ ໃນ​ຍຸກ​ຂອງການ​ເຊື່ອມ​ໂຍງ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ (AEC) ຈຳປາ​ສັກ ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ນັກທຸລະກິດໃຫ້​ຄວາມ​ສົນໃຈ​ເຂົ້າ​ໄປ​ລົງທຶນ ໃນ​ຫຼາຍ​ຂະແໜງການ ທັງ​ດ້ານການ​ບໍລິການ ການ​ຄ້າ ກະສິກຳ ແລະ ກໍ່ສ້າງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...