Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວຄວາມເຊື່ອທີ່ມີຕໍ່ ຕົ້ນໂພ ຂອງຊາວພຸດ

ຄວາມເຊື່ອທີ່ມີຕໍ່ ຕົ້ນໂພ ຂອງຊາວພຸດ

Published on

ເມື່ອ​ມີ​ການ​ສ້າງ​ວັດ​ຂຶ້ນ​ຢູ່ບ່ອນ​ໃດ​ແນ່­ນອນ​ວ່າ​ຊາວ​ພຸດ​ກໍ ຕ້ອງ​ປູກ​ຕົ້ນ​ໂພ​ໄວ້​ຢູ່​ກັບ​ວັດ​ນັ້ນ​ສະ ເໝີ ທັງ​ນີ້ ກໍ​ເພື່ອ​ເປັນ​ທີ່​ລະ­ນຶກ​ເຖິງ ບຸນ­ຄຸນ​ຂອງ​ອົງ​ສົມ​ມາ​ສຳ​ພຸດ​ທະ ເຈົ້າ ເພາະ​ຊາວ​ພຸດ​ຮູ້​ວ່າ​ເຈົ້າ​ຊາຍ

ສີ​ທັດ​ຖະ​ໄດ້​ນັ່ງ​ບຳ­ເພັນ​ພາ­ວະ­ນາ ສະ­ມາ­ທິ​ຈົນ “ຕັດ­ສະ­ຮູ້“ ເປັນ​ພະ ພຸດ­ທະ­ເຈົ້າ​ໄດ້​ກໍ​ແມ່ນ​ເພິ່ນ​ພາ​ອາ­ໄສ ກ້ອງ​ຮົ່ມ​ໂພ​ນີ້​ເອງ ດັ່ງ­ນັ້ນ ຊາວ​ພຸດ ຈິ່ງ​ຖື​ວ່າ​ຕົ້ນ​ໂພ​ເປັນ­ຕົ້ນ​ໄມ້​ສັນ​ຍະ ລັກ​ທາງ​ສາ­ສະ­ໜາ​ພຸດ ແລະ​ເຊື່ອ ກັນ​ວ່າ​ມີ​ຄວາມ​ສັກ­ສິດ​ຫຼາຍ.

ຕົ້ນ​ໂພ ຫຼື ກົກ​ໂພ ມີ​ຄຳ​ກ່າວ ຂານ​ກັນ​ມາ​ແຕ່​ດົນ​ນານ​ມາ​ວ່າ​ເອົາແນວ​ມາ​ແຕ່​ປະ­ເທດ​ອິນ​ເດຍ ແຕ່​ຈະ ເປັນ­ຄວາມ​ຈິງ​ພຽງ​ໃດ​ນັ້ນ​ຍັງ​ບໍ່​ມີ ເອ­ກະ­ສານ​ໃດ​ອ້າງ​ອີງ​ເທື່ອ ແລະເມື່ອ 50 ກວ່າ​ປີ​ມາ​ນີ້​ຄື​ປີ ພສ 2500 ກົງ​ກັບ ຄສ 1957 ໄດ້​ມີ ຊາວ​ພຸດ​ນຳ​ເບ້ຍ​ໂພ 2 ເບ້ຍ ມາ​ປູກຢູ່​ລາວ​ແທ້​ຕົ້ນ​ໜຶ່ງ​ປູກ​ຢູ່​ວັດ​ທາດ ຫຼວງ​ເໜືອ ແລະ​ອີກ​ຕົ້ນ​ໜຶ່ງ​ປູກ​ໄວ້ ຢູ່​ວັດ​ອົງ​ຕື້.

ຖ້າ​ເວົ້າ​ໃນ​ທາງ​ວິ­ທະ­ຍາ­ສາດ ແລ້ວ ເຫັນ​ວ່າ​ໃບ​ໂພ​ແຕ່​ລະ​ໃບ​ຍາມ ກາງ­ເວັນ​ມັນ​ຖ່າຍ​ເທ​ທາດ​ອາຍ ອ໋ອກ​ຊີ​ເຈນ​ອອກ​ຫຼາຍ​ທີ່​ສຸດ​ເພາະ ຕົນ​ໂພ​ມີ​ລັກ­ສະ­ນະ​ຕົ້ນ​ຕ່ຳ​ງ່າ​ກາງ ອອກ​ເປັນ​ບໍ­ລິ­ເວນ​ກວ້າງ­ຂວາງ ງ່າ​ທັງ​ໃຫຍ່ ແລະ​ສູງ, ທາດ​ອອກ​ຊີ ເຈນ ແມ່ນ​ທາດ​ອາຍ​ທີ່​ໃຫ້​ຄວາມ ສົດ­ຊື່ນ​ຕໍ່​ສຸ­ຂະ­ພາບ​ໃຫ້​ຄວາມ​ໂປ່ງ ໃສ​ໃຫ້​ມັນ­ສະ­ໝອງ​ເສີມ​ສ້າງ​ສະ­ຕິ ປັນ­ຍາ ແລະ​ອື່ນໆ​ໃຫ້​ມະ­ນຸດ ແລະສັດ­ສາ​ວ່າ​ສິ່ງ​ທີ່­ຢູ່​ກ້ອງ​ຮົ່ມ​ໂພ​ໄດ້ ເປັນ​ຢ່າງ​ດີ, ດັ່ງ­ນັ້ນ ຈິ່ງ​ບໍ່​ແມ່ນ ເລື່ອງ​ແປກ​ທີ່​ເຈົ້າ​ຊາຍ​ສີ​ທັດ​ຖະ ໄດ້​ຮັບ​ແຕ່​ສິ່ງ​ດີໆນັ້ນ ຈາກ​ຄວາມ ຮູ້​ແຈ້ງ​ທີ່​ຕົ້ນ​ໂພ​ໃຫ້​ອາ­ກາດ​ດີ ພະ​ອົງ​ຈິ່ງ​ຕັດ­ສະ­ຮູ້​ໄດ້​ແລ້ວ​ມີ​ຄຳ​ສອນ​ແຫ່ງ​ຄວາມ​ເປັນ​ຈິງ (ສັດ­ຈະ­ທຳ) ອອກ​ເປັນ​ຄຳ​ພີ​ມີ​ອາ­ຍຸ​ໄດ້ 2500 ກວ່າ​ປີ​ແລ້ວ ຊຶ່ງ​ມະ­ນຸດ​ເຮົາ​ສ່ວນ​ໜຶ່ງ​ຂອງ​ໂລກ​ກໍ​ຍັງ​ນຳ​ມາ​ປະ­ຕິ­ບັດ​ຮອດ​ປະ­ຈຸ​ບັນ.

ມາ​ຮອດ​ປະ​ຈະ​ບັນ ຕົ້ນ​ໂພ​ຍັງ​ແມ່ນ​ໜຶ່ງ​ທີ່​ຊາວ​ພຸດ​ມີ​ຄວາມ​ເຊື່ອ ວ່າ​ສັກ­ສິດ ດັ່ງ­ນັ້ນ ຕົ້ນ​ໂພ​ຈິ່ງ​ກາຍ ເປັນ­ຕົ້ນ​ໄມ້​ທີ່­ຢູ່​ກັບ​ວິ­ຖີ​ຊີ­ວິດ ແລະ ປະ­ເພ­ນີ​ບາງ​ຢ່າງ​ຂອງ​ຊາວ​ພຸດ ເຊັ່ນ​ວ່າ: ຊາວ​ພຸດ​ມັກ​ຫຼໍ່​ຮູບ​ພະ​ພຸດ ທະ​ເຈົ້າ​ຫຼາຍ​ອາ​ລິ​ຍະ​ບົດ​ຫຼາຍ​ຢ່າງ ໄວ້​ກ້ອງ​ຮົ່ມ​ໂພ​ຕາມ​ແຕ່​ລະ​ວັດ, ຢູ່​ແຕ່​ລະ​ທ້ອງ­ຖິ່ນ​ມີ​ຄວາມ​ເຊື່ອ ເລື່ອງ​ຕົ້ນ​ໂພ​ແຕກ​ຕ່າງ​ກັນ​ໄປ​ຄື ຊາວ​ພຸດ​ເກືອບ​ທຸກ​ຄົນ​ເຊື່ອ​ວ່າ​ຕົ້ນ ໂພ​ທຸກ​ຕົ້ນ​ມີ​ເທບ​ພະ​ບຸດ​ເທບ​ທິ­ດາ ສະ­ຖິດ​ຢູ່, ບາງ​ທ້ອງ­ຖິ່ນ​ເຊື່ອ​ວ່າ ອະ­ທິ­ຖານ, ຂໍ​ພອນ, ການ​ທຳ​ພິ­ທີ ແລະ​ອື່ນໆ ຈາກ​ຕົ້ນ​ໂພ​ແລ້ວ​ເອົາ ໄມ້​ຄ້ຳ​ງ່າ​ໂພ​ນັ້ນ ຫຼື (ຄ້ຳ​ໂພ) ແມ່ນມີ​ຄວາມ​ເຊື່ອ​ວ່າ: ຈະ​ເຮັດ​ໃຫ້​ເຮົາ ມີ​ສຸ­ຂະ­ພາບ​ແຂງ­ແຮງ ແລະ​ມີ​ອາ ຍຸ​ຍືນ​ຍາວ​ຢູ່​ບາງ​ທ້ອງ­ຖິ່ນ​ຫາກ ເຫັນ​ວ່າ​ງ່າ​ໂພ​ນັ້ນ​ໃຫຍ່​ຍາວ​ເກີນ ໄປ ຫຼື ຈະ​ເປັນ​ອັນ­ຕະ­ລາຍ​ຕໍ່​ຜູ້​ຄົນ ຫຼື ສິ່ງ​ກໍ່­ສ້າງ​ກໍ​ຕ້ອງ​ໄດ້​ຕັດ​ອອກ​ແຕ່ ກ່ອນ​ເພິ່ນ​ຈະ​ຕັດ​ອອກ​ຕ້ອງ​ໄດ້​ທຳ ພິ­ທີ​ແຕ່ງ​ຂັນ 5, ຂັນ 8 ເພື່ອ​ຄອບສິ່ງ​ສັກ­ສິດ​ຢູ່​ຕົ້ນ​ໂພ​ສາ­ກ່ອນ ແລະ ອື່ນໆ ຊຶ່ງ​ສະ­ແດງ​ເຖິງ​ຄວາມ​ເຄົາ ລົບ​ນັບ­ຖື​ຕໍ່​ຕົ້ນ​ໂພ.

ປະ­ຈຸ​ບັນ ບໍ່​ວ່າ​ແຕ່​ຕົ້ນ​ໂພ​ຕົ້ນ ໄມ້​ອື່ນໆ​ພັກ-ລັດ​ເຮົາ​ຍາມ​ໃດ​ກໍ ບອກ​ວ່າ​ບໍ່​ຄວນ​ຕັດ​ຕົ້ນ­ໄມ້​ຊະ­ຊາຍ ຈົ່ງ​ຄອບ​ກ່ອນ​ຈິ່ງ​ຕັດ​ໄດ້​ເພາະ​ຕົ້ນ ໄມ້​ທຸກ​ຊະ­ນິດ​ລ້ວນ​ແຕ່​ມີ​ຄຸນ​ຕາມ ຄຸນ​ລັກ­ສະ­ນະ​ຂອງ​ມັນ​ນັ້ນ​ເອງ.

 

ແຫລ່ງຂໍມູາຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...