spot_img
Homeຂ່າວພາຍ​ໃນລາວ-ກໍາປູເຈຍ ແຂ່ງຂັນກີລາມິດຕະພາບ

ລາວ-ກໍາປູເຈຍ ແຂ່ງຂັນກີລາມິດຕະພາບ

Published on

     ຕອບ​ສະ­ໜອງ​ຕາມ​ຄຳ​ເຊີນ ຂອງ​ພະ­ນະ​ທ່ານ ຮໍ ນຳ​ຮົງ, ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະຮ່ວມ​ມື​ສາ­ກົນ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກກຳ­ປູ­ເຈຍ, ພະ­ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການຕ່າງ­ປະ­ເທດ​ແຫ່ງ ສປປ ລາວ ພ້ອມ ດ້ວຍ​ຄະ­ນະ​ໄດ້​ເດີນ­ທາງ​ໄປ​ຮ່ວມ​ກິດ­ຈະ­ກຳ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ມິດ​ຕະພາບ​ລະ­ຫວ່າງ​ສອງ​ປະ­ເທດ​ລາວ ແລະ​ກຳ­ປູ­ເຈຍ​ໃນ​ວັນ​ທີ 18 ມີ­ນາ 2016 ຢູ່​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ເພື່ອ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ລະຫວ່າງ ສາ­ທາ­ລະ­ນະ​ລັດ ປະ­ຊາ​ທິປະ​ໄຕ ປະ­ຊາ­ຊົນ​ລາວ ແລະ​ຣາ​ຊະອາ­ນາ­ຈັກ​ກຳ­ປູ­ເຈຍ ຄົບ­ຮອບ 60 ປີ (15/6/1956-Œ15/6/2016).

     ໃນ​ໂອ­ກາດ​ດຽວ​ກັນ​ນີ້, ພະ­ນະ ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ­ຍົກ ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ການ​ຕ່າງ­ປະ­ເທດ​ໄດ້​ເຂົ້າຢ້ຽມ​ຂ່ຳ­ນັບ​ສົມ­ເດັດ​ອັກ​ຄະ­ມະ​ຫາ​ເສນາ​ບໍ­ດີ​ເຕ​ໂຈ​ຮຸນ​ແຊນ, ນາ­ຍົກ​ລັດ​ຖະມົນ­ຕີ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ ການ​ພົບ​ປະ​ໂອ້​ລົມ​ຄັ້ງ​ນີ້​ຕ່າງ​ຝ່າຍ ໄດ້​ສະ­ແດງ​ຄວາມ​ເພິ່ງ​ພໍ­ໃຈ ແລະຊົມ­ເຊີຍ​ຕໍ່​ສາຍ​ພົວ­ພັນ​ຂອງ​ສອງ​ປະເທດ​ທີ່​ເປັນ​ສາຍ​ພົວ­ພັນ​ຖານ​ບ້ານ ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ແລະ​ທີ່​ໄດ້ນຳ​ເອົາ​ຜົນ​ປະ­ໂຫຍດ​ມາ­ສູ່​ປະ­ຊາ­ຊົນ ສອງ​ຊາດ​ທີ່­ແທ້​ຈິງ ຊຶ່ງ​ການ​ພົບ​ປະໄດ້​ດຳ­ເນີນ​ໄປ​ໃນ​ບັນ­ຍາ­ກາດ​ແຫ່ງ ໄມ­ຕີ​ຈິດ​ມິດ­ຕະ­ພາບ​ທີ່​ສະ­ໜິດ​ສະໜົມ, ອົບ​ອຸ່ນ ແລະ​ເຂົ້າ​ອົກ​ເຂົ້າ­ໃຈກັນ​ຢ່າງ​ເລິກ­ເຊິ່ງ.

ຫຼັງ​ຈາກ​ນັ້ນ, ພະ­ນະ​ທ່ານ ທອງ ລຸນ ສີ​ສຸ​ລິດ, ຮອງ​ນາ­ຍົກ​ລັດ​ຖະ​ມົນຕີ, ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການຕ່າງ­ປະ­ເທດ​ໄດ້​ໃຫ້​ກຽດ​ເປັນ​ປະ ທານ​ຮ່ວມ​ກັບ​ພະ­ນະ​ທ່ານ ຮໍ ນຳ​ຮົງ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ​ຖະ ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ​ປະ ເທດ ແລະ​ຮ່ວມ​ມື​ສາ­ກົນ​ແຫ່ງ​ຣາ​ຊະ ອາ­ນາ­ຈັກ​ກຳ­ປູ­ເຈຍ  ໃນ​ການ​ແຂ່ງ ຂັນ​ກີ­ລາ​ບານ­ເຕະ​ມິດ­ຕະ­ພາບ​ລາວŒກຳ­ປູ­ເຈຍ, ໃນ​ຄັ້ງ​ນີ້​ແມ່ນ​ໜຶ່ງ​ໃນ​ກິດ ຈະ​ກຳ​ທີ່​ທັງ​ສອງ​ຝ່າຍ​ພ້ອມ​ກັນ​ຈັດ ຂຶ້ນ​ເພື່ອ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ ດັ່ງ­ກ່າວ ຊຶ່ງ​ເປັນ​ການ​ສ້າງ​ໂອ­ກາດ ທີ່​ດີ​ເພື່ອ​ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ​ມິດຕະ​ພາບ​ທີ່​ເປັນ​ມູນ­ເຊື້ອ​ມາ​ແຕ່​ບູ­ຮານ ນະ​ການ​ລະ­ຫວ່າງ​ສອງ​ປະ­ເທດ​ກໍ​ຄື ປະ­ຊາ­ຊົນ​ສອງ​ຊາດ​ໃຫ້​ນັບ​ມື້​ແໜ້ນແຟ້ນ​ຍິ່ງ​ຂຶ້ນ, ການ​ແຂ່ງ­ຂັນ​ຄັ້ງ​ນີ້ ຝ່າຍ​ກຳ­ປູ­ເຈຍ​ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງໃຫຍ່ ໂດຍ​ມີ​ປະ­ຊາ­ຊົນ​ເຂົ້າ​ຊົມ​ຢ່າງຫຼວງ­ຫຼາຍ ຊຶ່ງ​ໄດ້​ດຳ­ເນີນ​ໄປ​ດ້ວຍບັນ­ຍາ­ກາດ​ຟົດ­ຟື້ນ, ມ່ວນ­ຊື່ນ ແລະເຕັມ​ໄປ​ດ້ວຍ​ນ້ຳ­ໃຈ​ມິດ­ຕະ­ພາບ, ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ເຊິ່ງ​ກັນ ແລະ​ກັນ​ຈົບ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ອັນຈົບ­ງາມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...