ງ່າຍໆ…ວິທີເຮັດໃຫ້ສາຍໂທລະສັບຂາວເໝືອນຂອງໃໝ່!

ສາຍສາກໂທລະສັບສີແຫລ້ໆ ຫຼາຍຄົນກຳລັງພົບກັບບັນຫານີ້ຢູ່ແມ່ນບໍ່ ວັນນີ້ລາວໂພສຕ໌ມີວິທີເຮັດໃຫ້ສາຍໂທລະສັບທ່ານຂາວເໝືອນຂອງໃໝ່ມາຝາກ ເຊິ່ງຈະເປັນແນວໃດນັ້ນເຮົາມາຮູ້ພ້ອມກັນເລີຍ:

ວິທີເຮັດ:

ປີບໂລຊັ່ນທາຜິວຂອງທ່ານໃສ່ເທິງແຜ່ນສຳລີ ຈາກນັ້ນກໍ່ນຳສາຍສາກມາເຊັດໆຖູໆ ຈົນລືບຄາບຄວາມດຳທີ່ຕິດຢູ່ສາຍສາກອອກ.

ຫາກເຮັດຄັ້ງທຳອິດຍັງບໍ່ຂາວ ກໍ່ໃຫ້ເຮັດແບບເກົ່ານີ້ຊ້ຳໆອີກ ແລ້ວທ່ານຈະໄດ້ສາຍສາກທີ່ຂາວໃໝ່ກັບມາໃຊ້ອີກຄັ້ງ ລອງເຮັດເບິ່ງເດີ້!

 

ຂໍ້ມູນຈາກ: ເວັບໄຊ໌ ເລີຟຢູນ່ະ.ຄອມ

1 COMMENT

Comments are closed.