spot_img
Homeຂ່າວຕ່າງປະເທດອັງກິດ​ອາດ​ເສຍ​ຫາຍ​ໜັກ ຫາກ​ອອກ​ຈາກ​ອີ​ຢູ

ອັງກິດ​ອາດ​ເສຍ​ຫາຍ​ໜັກ ຫາກ​ອອກ​ຈາກ​ອີ​ຢູ

Published on

ຈາກການ​ສຶກສາ​ທີ່​ເປີດເຜີຍ​ຫຼ້າ​ສຸດ​ຊີ້​ໃຫ້ເຫັນວ່າ ການ​ອອກ​ຈາກ​ການ​ເປັນ​ສະມາຊິກ​ສະຫະພາບ​ເອີຣົບ ຫຼື ອີ​ຢູ ອາດ​ເຮັດ​ໃຫ້​ເສດຖະກິດ​ອັງກິດ​ເສຍ​ຫາຍ​ຮຸນ​ແຮງ​ເຖິງ 100 ຕື້​ປອນ ​ແລະ ສ່ຽງ​ມີ​ຄົນ​ວ່າງ​ງານ​ເກືອ​ບລ້ານ​ຄົນ.

ສະມາ​ພັນ​ອຸດສາຫະກຳ​ອັງກິດ ຫຼື ຊີ​ບີ​ໄອລະບຸ​ວ່າ ການ​ທີ່​ອັງກິດ​ອອກ​ຈາກ​ອີ​ຢູອາດ​ກະທົບ​ຕໍ່​ຜົນ​ຜະລິດ​ທາງ​ເສດຖະກິດ​ຫຼາຍ​ເຖິງ 100 ຕື້​ປອນ​ພາຍ​ໃນ​ປີ 2020 ຄິດ​ເປັນ 5% ຂອງ​ຕົວ​ເລກ​ລວມຍອດຜະລິດ​ຕະພັນ​ພາຍ​ໃນ ຜົນ​ການ​ວິ​ເຄາະ​ລະບຸ​ວ່າ ການ​ທີ່​ອັງກິດ​ອອກ​ຈາກ​ອີ​ຢູຈະ​ມີ​ຜົນ​ກະທົບ​ຮຸນ​ແຮງ​ຕໍ່​ມາດຕະຖານ​ການ​ຄອງ​ຊີບ, ການ​ຈ້າງງານ ​ແລະ ການ​ເຕີບ​ໂຕ​ທາງ​ເສດຖະກິດ ອາດ​ມີ​ຄົນ​ວ່າງ​ງານຫຼາຍ​ເຖິງ 950 ພັນ​ຄົນ ຫຼື​ ສູງ​ຂຶ້ນ 2-3% ທຽບ​ກັບ​ການ​ຍັງ​ຢູ່​ອີ​ຢູ.

ກຸ່​ມຂົນຂວາຍ​ໃຫ້​ຊາວ​ອັງກິ​ດລົງ​ປະຊາ​ມະຕິ​ອ​ອກຈາກ​ອີ​ຢູ​ລະບຸ​ວ່າ ການ​ອອກ​ຈາກ​ອີ​ຢູຄື​ທາງ​ອອກ​ດຽວ​ທີ່​ປອດ​ໄພ​ສຳລັບ​ອັງກິດ ຊຶ່ງ​ຜົນ​ການ​ຢັ່ງ​ສຽງ​ພົບ​ວ່າ ຊາວ​ອັງກິດ​ທີ່​ສະໜັບສະໜູນ​ໃຫ້​ຢູ່ ​ແລະອອກ​ຈາກ​ອີ​ຢູມີ​ສຽງ​ໃກ້​ຄຽງ​ກັນ ​ໂດຍ 20% ຍັງ​ບໍ່​ຕັດສິນ​ໃຈ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...