spot_img
Homeຂ່າວການພັດທະນາບໍ່ຮູ້ວ່າຍັງດົນປານໃດເສັ້ນທາງແຕ່ໄຟແດງຕານມີໄຊຫາໜອງບຶກຈຶ່ງຈະໄດ້ຮັບການສ້ອມແປງ

ບໍ່ຮູ້ວ່າຍັງດົນປານໃດເສັ້ນທາງແຕ່ໄຟແດງຕານມີໄຊຫາໜອງບຶກຈຶ່ງຈະໄດ້ຮັບການສ້ອມແປງ

Published on

ນີ້ແມ່ນຄໍາຖາມຂອງຜູ້ສັນຈອນໄປມາ ແລະ ອາໄສຢູ່ບໍລິເວນໃກ້ຄຽງເສັ້ນທາງດັ່ງກ່າວ, ພາຍຫລັງເຫັນວ່າເສັ້ນທາງສາຍນີ້ມີສະພາບຊຸດໂຊມເປ່ເພໜັກໜ່ວງຂຶ້ນນັບມື້.

ພາຍຫລັງມີປະຊາຊົນສະເໜີມາຫານັກຂ່າວພວກເຮົາກໍໄດ້ລົງໄປຕິດຕາມເບິ່ງຕົວຈິງໃນເສັ້ນທາງດັ່ງກ່າວ ແລະ ປະກົດເຫັນວ່າສະພາບການສັນຈອນມີຄວາມໜາແໜ້ນ,ແຕ່ເສັ້ນທາງຕົກຢູ່ໃນສະພາບເປ່ເພໜັກໜ່ວງ,ມີຂຸມຢັງຢາຍຕະຫລອດທາງ,ບາງຍ່ານກໍເປັນຂຸມເລິກ ແລະ ຈາກການສອບຖາມປະຊາຊົນຢູ່ບໍລິເວນໃກ້ຄຽງໃຫ້ຮູ້ວ່າ:ຜ່ານມາກໍມີພາກສ່ວນກ່ຽວຂ້ອງໄດ້ມາສ້ອມແປງຫລາຍຄັ້ງດ້ວຍການເອົາດິນມາຖົມ ແລະ ຕາບຈູນບ່ອນທີ່ເປັນຂຸມໃຫ້ຮາບພຽງ,ແຕ່ບໍ່ດົນກໍກັບຄືນມາເປັນຂຸມຄືເກົ່າຍ້ອນ

ເສັ້ນທາງສາຍນີ້ມີລົດສັນຈອນຜ່ານໄປມາຫລາຍໃນແຕ່ລະມື້,ໂດຍສະເພາະແມ່ນລົດບັນທຸກຕ່າງໆ,ຈຶ່ງເຮັດໃຫ້ເສັ້ນທາງນໍາໃຊ້ບໍ່ໄດ້ຍາວນານກໍເປ່ເພຄືນຄືດັ່ງເຫັນນໍາກັນໃນປັດຈຸບັນ, ອັນໄດ້ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍໃນການດໍາລົງຊີວິດຂອງຜູ້ມີເຮືອນຊານບ້ານຊ່ອງຢູ່ບໍລິເວນແຄມເສັ້ນທາງດັ່ງກ່າວໃນແຕ່ລະມື້ຕ້ອງໄດ້ສູດດົມເອົາຂີ້ຝຸ່ນຕະຫລອດວັນ.

ແນວໃດກໍດີ, ປະຊາຊົນສ່ວນຫລາຍຍັງມີຄວາມຫວັງວ່າອີກບໍ່ດົນພວກເຂົາຄົງຈະໄດ້ມີຂ່າວດີໃນການກໍ່ສ້າງເສັ້ນທາງສາຍນີ້,ໂດຍສະເພາະພາຍຫລັງການກໍ່ສ້າງເສັ້ນທາງແຕ່ໄຟແດງຕານມີໄຊຫາໄຟແດງດົງໂດກສໍາເລັດ,  ພາກລັດກ່ຽວຂ້ອງກໍຄົງຈະມີການຄົ້ນຄວ້າຫາທຶນຮອນເພື່ອມາສ້າງເສັ້ນ ທາງໃຫ້ມີມາດຕະຖານດີຄືກັບເສັ້ນທາງອື່ນ

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...