Homeຂ່າວຕ່າງປະເທດ"ທີມວິໄຈຢີ່ປຸ່ນ" ໂຄດເກັ່ງ! ຄົ້ນພົບ "ແບັກທີເຣຍ" ກິນພລາສຕິກ ພໍກັນທີຂີ້ເຫຍື້ອລົ້ນໂລກ.

“ທີມວິໄຈຢີ່ປຸ່ນ” ໂຄດເກັ່ງ! ຄົ້ນພົບ “ແບັກທີເຣຍ” ກິນພລາສຕິກ ພໍກັນທີຂີ້ເຫຍື້ອລົ້ນໂລກ.

Published on

ວັນທີ 18 ມີນາ 2016 ທີ່ຜ່ານມາ ແຟນເພສ MySci ເຜີຍວ່າ ສາດສະດາຈານ ໂຊສຸເກະ ໂຍສິດະ ສາດສະດາຈານດ້ານຊີວະວິທະຍາປະຍຸກ ສະຖາບັນເທັກໂນໂລຢີແຫ່ງໂຕກຽວ ປະກາດຄວາມສຳເລັດໃນການຄົ້ນພົບ ແບັກທີເຣຍ “ໄອດີໂອເນລລາ ຊາໄຄເອນຊີສ 201-ເອຟ6” ທີ່ສາມາດທຳລາຍພັນທະທາງເຄມີຂອງ “ໂພລິເອທິລິນ ເທເຣຟຣາເລດ” (ພີອີທີ) ເຊິ່ງເປັນສະຫນິດຂອງພລາສຕິກທີ່ມະນຸດນິຍົມໃຊ້ກັນຫຼາຍທີ່ສຸດ ທັງຍັງສາມາດເຮັດໃຫ້ພລາສຕິກແຕກຕົວເປັນ 2 ຊະນິດຄື: ເອທິລິນກຣີໂຄນ ກັບ ກຣົດເທເຣຟຣາເລດ ເຊິ່ງບໍ່ເປັນຜິດຕໍ່ສິ່ງແວດລ້ອມ ເຖິງແມ່ນວ່າຂະບວນການຍ່ອຍສະລາຍນີ້ເປັນໄປຢ່າງຊ້າໆ ໂດຍໃຊ້ເວລາກ່ວາ 6 ອາທິດຈິ່ງສາມາດຍ່ອຍພລາສຕິກດັ່ງກ່າວໄດ້ ແຕ່ກໍ່ນັບວ່າເປັນຂ່າວດີສຳລັບວົງການສິ່ງແວດລ້ອມໂລກ.

ແຫລ່ງຂ່າວຈາກ: ເວັບໄຊ໌ ທີນິວສ.ຊີໂອ.ທີເອັສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...