spot_img
Homeຂ່າວຕ່າງປະເທດບາຣັກ ໂອ​ບາ​ມາ ​ລົງ​ໂທດ​ຄັ້ງ​ໃໝ່ ​ຕໍ່​ເກົາຫຼີ​ເໜືອ ​ແລະ​ແນ​ເປົ້າ​ໝາຍ ​ໃສ່​ຄູ່​ພາ​ຄີທາງ​ການ​ຄ້າ​ນຳ

ບາຣັກ ໂອ​ບາ​ມາ ​ລົງ​ໂທດ​ຄັ້ງ​ໃໝ່ ​ຕໍ່​ເກົາຫຼີ​ເໜືອ ​ແລະ​ແນ​ເປົ້າ​ໝາຍ ​ໃສ່​ຄູ່​ພາ​ຄີທາງ​ການ​ຄ້າ​ນຳ

Published on

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ລົງ​ນາມໃນດຳລັດ​ສະບັບ​ນຶ່ງ​ສັ່ງ​ໃຫ້ລົງ​ໂທດ​ຄັ້ງ​ໃໝ່​ຕໍ່​ເກົາຫຼີ​ເໜືອ ເພື່ອ​ເປັນ​ການ​ຕອບ​ໂຕ້ຕໍ່ອຳນາດ​ການ​ປົກຄອງ​ພະ​ດັດ​ການ​ດັ່ງ​ກ່າວ​ໄດ້​ທົດ​ລອງ​ອາ​ວຸດ​ນິວ​ເຄລຍ ​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

ດຳລັດ​ຂອງປະທານາທິບໍດີມີ​ຂຶ້ນ ​ຫຼັງ​ຈາກເກົາຫຼີ​ເໜືອ ​ໄດ້​ທົດ​ລອງ​ອາ​ວຸດ​ນິວ​ເຄລຍ ​ໃນ​ທີ 6 ມັງກອນ ​ແລະ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ໃນວັນ​ທີ 7 ກຸມພາ ຜ່ານ​ມາ​ນີ້ ຊຶ່ງເປັນ​ການລະ​ເມີດຕໍ່​ຄວາມ​ພະຍາຍາມ​ຢ່າງ​ຍາວ​ນານ​ຂອງ​ນາໆປະ​ເທດ​ທີ່​ແນ​ໃສ່​ເພື່ອ​ຫລຸດຜ່ອນ ຄວາມ​ໄຝ່ຝັນ​ໃນ​ການ​ຢາກ​ມີ​ອາວຸດ​ນິວ​ເຄລຍ​.

​ໂຄ​ສົກ​ທຳນຽບຂາວ ທ່ານ Josh Earnest ​ໄດ້ປະກາດກ່ຽວ​ກັບການ​ຕັດສິນ​ໃຈ​ຂອງປະທານາທິບໍດີ​ ໃນ​ວັນພຸດທີ່ຜ່ານມາ​ນີ້.

 

ຈຸດ​ຮື​ອທີ່​ເຫັນ​ໃນ ກຳ​ປັ່ນ​ລົບ Mu Du Bong ທີ່​ໜັກ 6,700 ​ໂຕນ ​ໃນ​ເມືອງ​ທ່າ Tuxpan, 9 ​ເມສາ, 2015.

ທ່ານ Earnest ​ໄດ້​ກ່າວ​ວ່າ ການ​ລົງ​ໂທດ​ຢ່າງ​ຕາມ​ລຳ​ພັງ​ພຽງ​ຝ່າຍ​ດຽວ​ຄັ້ງ​ໃໝ່​ນີ້ ຈະອະນຸ ຍາດ​ໃຫ້​ສະຫະລັດ ເລີ້ມຈັດຕັ້ງປະຕິບັດ​ການ​ລົງ​ໂທດ​ຢ່າງ​ເປັນ​ເອກ​ກະສັນທີ່ໄດ້​ຕົກລົງ​ກັນໂດຍ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະປະຊາ​ຊາດ.

ທ່ານ Earnest ​ໄດ້​ກ່າວ​ວ່າ “ສະຫະລັດ ​ແລະ​ບັນດາ​ປະຊາ​ຄົມນາໆ​ຊາດ ຈະ​ບໍ່ຍອມຮັບ​ເອົາ​ກິດຈະ​ກຳ​ໃນການທົດ​ລອງ​ອາ​ວຸດ​ນິວ​ເຄລຍ ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແບບ​ຜິດ​ກົດໝາຍ​ຂອງ​ເກົາຫລີ​ເໜືອ ​ແລະ​ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່ ລົງ​ໂທດຢ່າງ​ສາ​ຫັດ​ຕໍ່​ເກົາຫຼີ​ເໜືອ ຈົນ​ກວ່າ​ວ່າ ​ເກົາຫຼີເໜືອ​ໄດ້​ທຳ​ຕາມ​ກົດ​ລະບຽບ​ການ ພາລະ​ໜ້າ​ທີ່​ຕໍ່​ນາໆ​ຊາດ​ໄດ້​ນັ້ນ.”

ການ​ລົງ​ໂທດ​ທີ່​ວ່າ​ນີ້ ​ແມ່ນ​ອອກ​ແບບ​ມາ​ເພື່ອ​ກັກຊັບ​ສິນ​ຂອງ​ຜູ້​ໃດກໍ​ຕາ​ມ​ທີ່​ລະ​ເມີດ​ການ​ປິດລ້ອມ​ເກົາຫລີ​ເໜືອ​ຂອງ​ນາໆ​ຊາດ ນັ້ນ​ໝາຍ​ເຖິງ​ບັນດາ​ບາງ​ປະ​ເທດ​ທີ່ ພົວພັນ​ດ້ານການຄ້າ​ກັບ​ເກົາຫຼີ​ເໜືອ ​ເຊັ່ນ​ຈີນ ກໍ​ຈະ​ບໍ່​ສົ່ງ​ເສີມ​ໃຫ້​ກະທຳ​ການ​ເຊັ່ນ​ນີ້.

ດຳລັດ​ທີ່​ວ່າ​ນີ້ ​ແມ່ນ​ຮວມທັງ​ການ​ແນ​ເປົ້າ​ໝາຍໃສ່ການລະ​ເມີ​ດ​ເລື້ອງ​ສິດທິ​ມະນຸດຂອງ​ເກົາຫລີເໜືອ ​ໂດຍອະນຸຍາດ​ໃຫ້​ກະຊວງ​ການຄັງ​ສະຫະລັດ​ກັກ​ຊັບ​ສິນ​ຂອງ​ສ່ວນ​ບຸກຄົນ​ຫລື​ບໍລິສັດ​ໃດໆ ກໍ​ຕາມ ທີ່​ພົວພັນ​ກັບ​ການ​ສົ່ງ​ອອກ​ພວກແຮງ​ງານ​ຈາກ​ເກົາຫຼີ​ເໜືອ​ນຳ. ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາ​ດ ສະບັບ​ນຶ່ງ ​ໄດ້​ພົບ​ເຫັນ​ວ່າ ພຽງ​ຢາງ ​ໃນ​ປີ​ກາຍ​ນີ້ ມີລາຍ​ໄດ້​ຈຳ​ນວນ 2,300 ລ້ານ​ໂດ​ລ່າຕໍ່​ປີ ຈາກ​ພວກແຮງ​ງານ​ທັງຫຼາຍ ທີ່​ສົ່ງ​ອອກໄປ​ຍັງ​ບັນ​ດາ​ປະ​ເທດ​ອື່ນໆ​ນັ້ນ ບ່ອນທີ່​ພວກ​ເຂົາ​ເຈົ້າ​ເຫຼົ່າ​ນີ້ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນຖືກລ່ວງ​ລະ​ເມີດ​ແລະ​ຊອກ​ສະແຫວ​ງຫາ​ຜົນ​ປະ​ໂຫຍ​ດ ຢູ່​ເລື້ອຍໆ.

ລາຍ​ງານ​ໄດ້​ກ່າວ​ວ່າ ມີ​ຊາວ​ເກົາຫຼີ​ເໜືອປະມານ 50 ພັນ​ຄົນ ທີ່​ເຊື່ອ​ວ່າ​ ໄດ້​ອອກໄປເຮັດ​ວຽກ​ຢູ່​ນອກ​ປະ​ເທດ ຊຶ່ງ​ສ້າງ​ລາຍ​ໄດ້​ເລັກໆ​ນ້ອຍໆ ສຳຫຼັບ​ພວກ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ຜູ້ຈ້າງວຽກ​ງານ​ນັ້ນ​ແມ່ນ​ຈ່າຍ​ເງິນ​ຫຼາຍ​ໃຫ້​ລັດຖະບານ​ເກົາຫຼີ​ເໜືອ. ພວກ​ພະນັກງານ​ທັງຫຼາຍນັ້ນ ​ແມ່ນ​ຖືກ​ບັງຄັບ ​ໃຫ້​ເຮັດ​ວຽກ ນານ​ເຖິງ 20 ຊົ່ວ​ໂມງ​ຕໍ່​ມື້ ໂດຍ​ມີ​ມື້​ພັກ​ໜ້ອຍ​ ອິງ​ຕາມ​ບົດລາຍ​ງານດັ່ງກ່າວ.

 

ແຫລ່ງຂ່າວຈາກ: ຂ່າວວີໂອເອລາວ

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...