spot_img
Homeຂ່າວທ້ອງຖິ່ນສົງ​ການນີ້​ນະຄອນ​ຫຼວງ​ວຽງ​ຈັນ​ເນັ້ນ​​ຮັບປະກັນ 3 ຄາດໝາຍ​ໃຫຍ່

ສົງ​ການນີ້​ນະຄອນ​ຫຼວງ​ວຽງ​ຈັນ​ເນັ້ນ​​ຮັບປະກັນ 3 ຄາດໝາຍ​ໃຫຍ່

Published on

ໃນ​ພິທີ​ຖະ​ແຫຼງຂ່າວ​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ຮອງ​ເຈົ້າ​ຄອງນະຄອນ​ຫຼວງ​ວຽງ​ຈັນ ສາຍທອງ ​ແກ້ວ​ດວງ​ດີ ​​ເປີດ​ເຜີຍວ່າ: ບຸນປີ​ໃໝ່​ລາວ​ປີ​ນີ້​ນອກຈາກ​ຈະ​ຈັດ​ໃຫ້​ຟົດ​ຟື້ນກວ່າ​ທຸກ​ປີ​ຜ່ານ​ມາ, ​ເພື່ອ​ສະຫຼອງ​ຜົນສຳ​ເລັດ​ຂອງ​ບັ້ນ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​​ແຫ່ງ​ຊາດ ​ແລະ ສະພາ​ແຂວງ-ນະຄອນຫຼວງ ​ເພື່ອ​ປັບປຸງ​ເຂົ້າ​ໃນ​ໂຄງ​ປະກ​ອບລັດຖະບານ​ຢ່າງ​ມີ​ຄຸນ​ນະພາ​ບ, ​ແຕ່​ຕ້ອງ​ຮັບປະກັນ​ໃຫ້​ໄດ້ 3ລະດັບ​ຄາດໝາຍ​ຄື: (1)​ ​​ປົກ​ປັກຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ລາວ​ເຮົາທີ່​ສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ,​ ​ໃຫ້​ຢູ່​ຄຽງ​ຄູ່​ກັນ​ຄົນ​ລາວ​ຕະຫຼອດ​ໄປ, (2) ​ຕ້ອງ​ຮັບປະກັນ​ການ​ສົ່ງ​ເສີມ ​ແລະ ປົກ​ປັກ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມຂອງ​ຊາດ, ຕິດ​ພັນ​ກັບ​ການ​ຜະລິດ​ສິນຄ້າ ​​ແລະ ການ

ທ່ອງ​ທ່ຽວ, (3) ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ ​​ແລະ ຄວາມ​ສະຫງົບ​ປອດ​ໄພ​ຮອບດ້ານ, ຮັບປະກັນ​ໄດ້​ຄວາມ​ເບີກບານ​ມ່ວນ​ຊື່ນ, ສະອາດຈົບງາມ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​​ເຂົ້າ​ມາ​ທ່ຽວ​ນະຄອນຫຼວງ​ວຽງ​ຈັນໃນ​ໂອກາດ​ວັນ​ບຸນ​ໃຫຍ່​ຂອງ​ຊາດ​ດັ່ງກ່າວ, ​ໂດຍ​ຈະຈັດ​ຂຶ້ນ​ເປັນ​ເວລາ 4 ວັນຕາມຮອບ​ວຽນ​ຂອງ​ຮີດຄອງ​ປະ​ເພ​ນີ້ຄື: ວັນ​ທີ 13 – 16 ​ເມສາ​ທີ່​ຈະ​ມາ​ເຖິງ.
ທ່ານ​ຮອງ​ເຈົ້າ​ຄອງ​ໃຫ້​ຮູ້​ອີກ​ວ່າ: ສຳລັບ​ກິດຈະ​ກຳ​ຕ່າງໆ​ແມ່ນ​ຈະ​​ເລີ່​ມຈັດ​ຂື້ນ​ໃນ​ວັນ​ທີ 13 ​ເມສາ​ເປັນ​ຕົ້ນ​ໄປຄື:ຢູ່ບໍລິເວນ​ຫາດ​ດອນ​ຈັນ​ ​ແລະ ​ເສັ້ນທາງ​​ແຄ​ມຂອງ, ຖະໜົນ​ເສດ​ຖາ​ທິລາດ, ຈະ​ມີ​ການ​ເປີດ​ຕະຫຼາດນັດວາງສະ​ແດງ ​​ແລະ ຂາຍ​ສິນຄ້າ, ​ແຂ່ງຂັນ​ກິລາ,  ຕົບ​ພະທາດ​ຊາຍ, ​ແຫ່​ນາງ​ສັງຂານ ແລະ ຫົດສົ່ງພະພຸດທະຮູບຕາມປະເພນີ ແລະວັນທີ 16 ຈະມີພິທີໃສ່ບາດ, ຖວາຍສັງຄະທານ, ບາສີສູ່ຂວັນດັ່ງ​ແຕ່​ລະ​ຄອບຄົວ​ເຄີຍ​ປະຕິບັດ​ມາ, ​ເພື່ອ​ສະ​ແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຂອງ​ຜູ້​ຫຼັກ​ຜູ້​ໃຫຍ່, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ພະນັກງານ,ທະຫານ, ຕຳຫຼວດ ​ແລ​ະ ປະຊາຊົນລາວ​ບັນ​ດາ​ເຜົ່າ ຈົ່ງເປັນເຈົ້າການບອກສອນລູກຫຼານຂອງຕົນໃນການຫຼິ້ນບຸນປີໃໝ່​ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະຫງົບ​ປອດ​ໄພ, ໂດຍສະເພາະແມ່ນການຫົດສົງ​ກັນ​ຕ້ອງໃຊ້ນ້ຳທີ່ສະອາດ, ຫ້າມບໍ່ໃຫ້ເອົານ້ຳໃສ່ຖົງຢາງດຶກ-ແກ່ວງໃສ່ກັນ ​ແລະ ກ່ອນ​ຈະ​ຫົດສົງ​​ແຂ​ກຕ້ອງຂໍອະນຸຍາດຈາກເພິ່ນກ່ອນແລະ ຫ້າມບໍ່ໃຫ້ຫຼິ້ນສິ່ງເປິະເປື້ອນ, ນຸ່ງຖືຕ້ອງໃຫ້ສຸພາບ, ບໍ່ໃຫ້ໂປ້ເປືອຍຈົນເກີນໄປ, ການໄປມາຕ້ອງມີສະຕິ ເພື່ອປ້ອງກັນບໍ່ໃຫ້ມີອຸປະຕິເຫດ​ເກີດ​ຂື້ນ ແລະ ຫ້າມຂັບລົດຢ່າງ​ເດັດຂາດ​ໃນ​ເວລາ​ມີ​ອາການ​ມືນ​ເມົາ

 

ແຫລ່ງຂ່ວຈາກ: ໜັງສືພິມລາວພັດທະນາ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...