spot_img
Homeຂ່າວທ້ອງຖິ່ນປີໃໜ່ຫຼວງພະບາງ ມີຫຼາຍກິດຈະກຳໝ້າທ່ຽວ

ປີໃໜ່ຫຼວງພະບາງ ມີຫຼາຍກິດຈະກຳໝ້າທ່ຽວ

Published on

   ການ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ​ຂອງພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ແຕ່​ລະ​ປີ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ແຕ່​ເໜືອ​ຮອດ​ໃຕ້ໂດຍ​ສະ­ເພາະ​ຢູ່​ແຂວງ​ຫຼວງ​ພະ​ບາງແມ່ນມີ​ຄວາມ​ຄຶກ­ຄື້ນ​ພໍ​ສົມ­ຄວນ​ທ່າມ­ກາງຄວາມ​ສົນ­ໃຈ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທົ່ວສາ­ລະ​ທິດ​ຂອງ​ໂລກ​ເຂົ້າ​ມາ​ຮ່ວມ​ມ່ວນ­ຊື່ນນຳ​ຊາວ​ຫຼວງ​ພະ​ບາງ​ນັບ​ຫຼາຍ​ພັນ​ຄົນຄຽງ​ຄູ່​ກັນ​ນັ້ນ​ທາງ​ການ​ນຳ​ຂອງ​ແຂວງກໍ​ຄື​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຫຼວງພະ​ບາງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ທີ່​ກ່ຽວ­ຂ້ອງຈົ່ງ​ເປັນ​ເຈົ້າ​ການ​ນຳກັນ​ໃນ​ການ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ 2016 ນີ້ທຸກ​ຄົນ​ໃຫ້​ມີ​ສະ­ຕິ, ປະ­ຢັດ, ຮັກ​ວັດທະ­ນະ​ທຳ​ອັນ​ດີ­ງາມ​ຂອງ​ຊາວ​ຫຼວງ​ພະບາງ​ໄວ້​ໃຫ້​ຍືນ​ຍົງ​ໂດຍ​ປີ​ນີ້ທີ່​ແຂວງ​ດັ່ງກ່າວ​ມີ​ຫຼາຍ​ກິດ­ຈະ­ກຳ​ດຶງດູດ​ນັກ​ທ່ອງ​ທ່ຽວ.

   ທ່ານດຣ. ຄຳ​ໝັ້ນຈັນ­ທະ​ລົງ​ສີຮອງເຈົ້າ­ແຂວງໆ​ຫຼວງ​ພະ​ບາງ, ຜູ້​ຊີ້​ນຳ​ວຽກງານ​ວັດ­ທະ­ນະ­ທຳ-ສັງ­ຄົມໄດ້​ໃຫ້​ຮູ້​ຫວ່າງບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ເຮັດ​ໃຫ້​ງານ​ບຸນ​ປີໃໝ່​ລາວ 2016 ນີ້​ໄດ້​ມີ​ບັນ­ຍາ­ກາດ​ຄຶກຄື້ນ​ມ່ວນ­ຊື່ນ​ທ່າມ­ກາງ​ຄວາມ​ສະ­ຫງົບປອດ​ໄພທາງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການແລະ​ອະ­ນຸກຳ­ມະ­ການ​ຮັບ­ຜິດ­ຊອບ​ຈັດ​ງານ​ບຸນ​ກຸດສົງ­ການປີ​ໃໝ່​ລາວພສ 2559 ຄສ 2016 ພ້ອມ​ທັງ​ມອບ​ໜ້າ­ທີ່​ຮັບ­ຜິດ­ຊອບໃຫ້​ແຕ່​ລະ​ພະ­ແນກ­ການ, ກົມ​ກອງ​ຂະແໜງ​ການແລະ​ສົມ­ທົບ​ກັບ​ທຸກໆ​ອະ­ນຸ​ກຳມະ​ການເພື່ອ​ຕິດ­ຕາມ​ປະ​ເມີນ​ຜົນ​ສະ­ພາບການ­ເຄື່ອນ­ໄຫວ​ການ­ຈັດ­ຕັ້ງ​ປະ​ຕິດ​ບັດວຽກ​ງານ, ຮັບ­ປະ­ກັນ​ດ້ານ​ຄວາມ​ປອດໄພ​ຮັກ­ສາ​ໄດ້​ຄວາມ​ສະ­ຫງົບ, ຄວາມ​ເປັນລະ­ບຽບ​ໃນ​ງານ​ບຸນແລະ​ການ​ໂຄ­ສະ­ນາຜ່ານ​ສື່​ຕ່າງໆເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວເຂົ້າ​ມາ​ທ່ຽວ​ຊົມພ້ອມ​ນັ້ນ​ຍັງ​ໄດ້​ເນັ້ນໃຫ້​ແຕ່​ລະ​ພາກ­ສ່ວນ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ສອດ­ຄ່ອງ​ກັບ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາວ​ເມືອງ​ຫຼວງ​ພະ​ບາງ, ເປັນ​ເຈົ້າການ​ນຳ​ກັນ​ໃນ​ການ​ຫຼິ້ນ​ບຸນ­ປີ­ໃຫມ່​ລາວ 2016 ນີ້, ທຸກ​ຄົນ​ໃຫ້​ມີ​ສະ­ຕິແລະ​ຫຼິ້ນແບບ​ປະ­ຢັດ, ຮັກ­ສາ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ໄວ້​ໃຫ້​ຄຽງ​ຄູ່​ຢູ່​ກັບ​ເມືອງ​ມໍ­ລະ­ດົກໂລກ​ຫຼວງ​ພະ​ບາງ.

ສຳ­ລັບ​ກິດ­ຈະ­ກຳ​ງານ​ບຸນ​ກຸດ​ສົງ­ການປີ​ໃໝ່​ລາວຄສ 2016 ນີ້ແມ່ນ​ຈະ​ໄດ້ເລີ່ມ​ຈັດ​ລະ­ຫວ່າງ​ວັນ​ທີ 9-20 ເມ­ສາຈະມາ​ເຖິງ​ນີ້ໃນ​ນັ້ນ​ມີ​ການ​ເປີດ​ຕະ­ຫຼາດ­ນັດວາງ­ສະ­ແດງ​ສິນ­ຄ້າ​ຢູ່​ເດີ່ນ​ທາດ­ຫຼວງ, ມີ​ການ​ຈັດ­ການ​ແຂ່ງ­ຂັນ​ກິ­ລາ​ພື້ນ­ເມືອງຂອງ​ຊາວ​ຫຼວງ​ພະ​ບາງ,ຊົມ​ການ­ສະ­ແດງສິ­ລະ​ປະ-ວັນ­ນະ­ຄະ­ດີ, ປະ​ກວດ​ນາງ​ສັງຂານ, ແຫ່​ຊ້າງ​ຮຽງ​ເກີຍເຮັດ​ພິ­ທີ​ຢູ່​ຂ້າງຫໍ​ພິ​ພິ​ທະ​ພັນແລະ​ແຫ່​ໄປ​ຮຽງ​ເກີຍ​ທີ່​ໜ້າວັດ​ຊຽງ​ທອງ,ໂລະ​ລາດຫຼືລົງ​ຕະ­ຫຼາດນັດ​ແບບ​ມວນ​ຊົນ​ຢູ່​ເສັ້ນ­ທາງ​ໃຈ­ກາງເມືອງ, ຊົມ​ກາ­ນວາງ­ສະ­ແດງ​ຜະ­ລິດ​ຕະພັນ​ແບບ​ພື້ນ­ເມືອງແລະ​ສິນ­ຄ້າ​ທັງ​ພາຍໃນແລະ​ຕ່າງ­ປະ­ເທດ, ລົງ​ຕົບ​ພະ­ທາດຊາຍ​ທີ່​ດອນ​ຊາຍ​ມຸງ­ຄຸນຟາກ​ເມືອງຈອມ​ເພັດໃນ​ນັ້ນຈະ​ມີ​ພິ­ທີ​ຕາມ​ປະ­ເພ­ນີ
ເຊັ່ນ: ການ​ບູ­ຊາ​ພະ­ທາດ​ຊາຍ, ສະ­ແດງສິ­ລະ​ປະ-ວັນ­ນະ­ຄະ­ດີ, ຊົມ​ກີ­ລາ​ພື້ນ­ເມືອງ, ຈູດ​ບັ້ງ­ໄຟ​ຫາງ​ຍາວ, ທ່ຽວ​ຊົມ​ສະ­ຖານທີ່​ທ່ອງ​ທ່ຽວ​ຂອງ​ເມືອງ. ຈາກ​ນັ້ນໃນຕອນ​ເຊົ້າ​ຂອງ​ວັນ​ທີ 14 ເມ­ສາບັນ­ດາການ​ນຳ​ເຂົ້າ​ຮ່ວມ​ງານ​ບຸນ​ກໍ​ຈະ​ໄດ້​ໄປ​ບາສີ​ສູ່­ຂວັນແລະ​ທ່ຽວ​ຊົມ​ບ້ານ​ວັດ­ທະ­ນະທຳ​ບ້ານ​ລື້​ຜາ​ນົມ, ຕອນ​ບ່າຍ​ວັນ​ດຽວ​ກັນຈະ​ໄດ້​ຊົມ​ຂະ​ບວນ​ແຫ່​ວໍ້ຢູ່​ເສັ້ນ­ທາງ​ສີສະ­ຫວ່າງ​ວົງແຕ່​ວັດ​ທາດ​ນ້ອຍ​ຫາ​ວັດຊຽງ​ທອງ, ທັງ​ແຫ່​ໄປແລະ​ແຫ່​ກັບຊຶ່ງໃນ​ປີ​ນີ້​ຂະ​ບວນ​ແຫ່​ມີ​ທັງ​ໝົດ 43 ຂະບວນ, ນອກ­ຈາກ​ນີ້ຍັງ​ມີ​ກິດ­ຈະ­ກຳ​ທາງພະ​ພຸດ​ທະ​ສາ­ສະ­ໜາ​ເປັນ­ຕົ້ນ​ແມ່ນ​ການ​ຫົດ­ສົງ​ອົງ​ພະ​ເຈົ້າ​ຕາມ​ວັດ​ແຫ່ງ​ຕ່າງໆ​ໂດຍ​ສະ­ເພາະ​ແມ່ນ​ການ​ແຫ່​ເອົາ​ອົງ​ພະ​ບາງ​ພະ​ມິ່ງ​ບ້ານ​ຂວັນ​ເມືອງ​ຂອງ​ຊາວເມືອງ​ຫຼວງ​ພະ​ບາງ​ລົງ​ຫົດ­ສົງ​ຢູ່​ວັດ​ໃໝ່ສຸ­ວັນ­ນະ​ພູມ​ມາ​ລາມ​ຂ້າງ​ຫໍ​ພິ​ພິ​ທະ​ພັນ, ປະ­ເພ­ນີ​ໃສ່​ບາດ­ຕາ​ມວັດ​ແຫ່ງ​ຕ່າງໆ, ຂຶ້ນບູ­ຊາ​ພະ­ທາດ​ຈອມ​ສີ, ຕອນ​ຄ່ຳ​ຊົມ​ແຫ່ນາກ​ໂຄມ­ໄຟພ້ອມ​ທັງ​ຊົມ​ການ­ສະ­ແດງການ​ຟ້ອນ​ສິ­ລະ​ປະ​ວັນ­ນະ­ຄະ­ດີຈາກ​ໂຮງລະ­ຄອນ​ພະ​ລັກ​ພະ​ລາມຕື່ມ​ອີກ.

ພ້ອມ​ດຽວ​ກັນ​ນັ້ນ​ທ່ານ​ຮອງ​ເຈົ້າແຂວງໆ​ຫຼວງ​ພະ​ບາງ​ຍັງ​ໄດ້​ຖື​ໂອ­ກາດອວຍ­ພອນ​ໃຫ້​ບັນ­ດາ​ການ​ນຳ​ທຸກ​ຂັ້ນລວມ​ເຖິງ​ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ໃນ​ຂອບເຂດ​ທົ່ວ​ປະ­ເທດໂດຍ​ສະ­ເພາະ​ແມ່ນຊາວ​ຫຼວງ​ພະ​ບາງ​ຈົ່ງ​ມີ​ແຕ່​ຄວາມ­ສຸກ​ກາຍ​ສະ­ບາຍ​ໃຈ​ຕະ­ຫຼອດ​ປີ​ໃໝ່​ລາວ, ຄວາມ­ເຈັບ​ຢ່າ​ໄດ້​ຄວາມ​ໄຂ້​ຢ່າ​ມີປະ­ຕິບັດ​ໜ້າ­ທີ່​ວຽກ​ງານ​ໃຫ້​ປະ­ສົບ​ຜົນ­ສຳ­ເລັດຍິ່ງໆ​ຂຶ້ນພ້ອມ​ກັນ​ຫຼິ້ນ​ບຸນ​ໃຫ້​ມ່ວນ­ຊື່ນ, ມີ​ສະ­ຕິຮັກ­ສາ​ໄດ້​ຄວາມ​ສະ­ຫງົບ​ປອດໄພ​ຮອບ­ດ້ານ, ຄຽງ​ຄູ່​ໄປ​ກັບ​ການ​ຮັກ­ສາວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ​ລາວເຮົາ​ໄວ້​ໃຫ້​ຍືນ​ຍົງ​ຕະ­ຫຼອດ​ໄປ​ຈົນ​ຮອດຊົ່ວ​ລູກ​ຊົ່ວ​ຫຼານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)