spot_img
Homeຂ່າວການສຶກສາຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄຂຫ້ອງຮຽນໄອທີ-ຄອມພິວເຕີ້ ທີ່ທັນສະໄໝ

ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄຂຫ້ອງຮຽນໄອທີ-ຄອມພິວເຕີ້ ທີ່ທັນສະໄໝ

Published on

ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ໄຂຫ້ອງຮຽນໄອທີ-ຄອມພິວເຕີ້ ທີ່ທັນສະໄໝ

ໂຄງການສ້າງຫ້ອງຮຽນແບບທັນສະໄໝໃຫ້ແກ່ນັກສຶກສາ ພາກວິຊາໄອທີ-ຄອມພິວເຕີ້ ຂອງຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ແມ່ນຖືກລິເລີ່ມມາຈາກໂຄງການ Tech Institute ທີ່ມີຂຶ້ນໃນປີ 2014 ແລະ ປີ 2015 ເຊິ່ງສະໜັບສະໜູນໂດຍບໍລິສັດໄທຊໍາຊຸງເອເລັກໂຕຣນິກຈໍາກັດ ໂດຍການເອົາຫ້ອງຮຽນທໍາມະດາມາປັບປຸງ ຕົກແຕ່ງກໍ່ສ້າງໃໝ່ໃຫ້ເປັນຫ້ອງຮຽນທີ່ທັນສະໄໝ ພາຍໃຕ້ໂຄງການ Samsung Smart Class ປະກອບມີອຸປະກອນຕ່າງໆເຊັ່ນ ຄອມພິວເຕີ້ ແທັບເລັດ ສະມາດໂຟນ ສະມາດ TV ແລະ ອື່ນໆ ພ້ອມນີ້ ຍັງມີໂຄງການສ້າງຫ້ອງຮຽນທີ່ທັນສະໄໝ ເຊິ່ງໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ເປັນຕົ້ນບໍລິສັດພີເຊັນເທັດສໍາຫຼວດອອກແບບ ແລະ ທີ່ປຶກສາ ຮັບຜິດຊອບການອອກແບບກໍ່ສ້າງ ບໍລິສັດລາວໄອທີເດັນຈໍາກັດ ຮັບຜິດຊອບການຈັດສັນ ແລະ ຕິດຕັ້ງອຸປະກອນພາຍໃນຫ້ອງຮຽນ ແລະ ບໍລິສັດລາວສະຕາຣ໌ ແອັດເວີທາຍຊິງຈໍາກັດ ຮັບຜິດຊອບເກັບກໍາຮວມທັງກ່ອນ ແລະ ຫຼັງໂຄງການ ເຊິ່ງໂຄງການກໍ່ສ້າງຫ້ອງຮຽນດັ່ງກ່າວ ຮວມມີມູນຄ່າ 550 ລ້ານກີບ ມາຮອດປັດຈຸບັນໄດ້ກໍ່ສ້າງສໍາເລັດ 100% ແລະ ພ້ອມແລ້ວທີ່ຈະນໍາໃຊ້ເຂົ້າໃນການຮຽນ-ການສອນ.

ພາຍຫຼັງໂຄງການ Samsung Smart Class ກໍ່ສ້າງສໍາເລັດ ກໍຈະມີການຈັດເຝິກອົບຮົມໃຫ້ແກ່ນັກສຶກສາເປັນເວລາ 2 ອາທິດ ຫຼັງຈາກນັ້ນ ແມ່ນມອບໃຫ້ທາງຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດເປັນຜູ້ບໍລິຫານ ແລະ ຄຸ້ມຄອງນໍາໃຊ້ໃຫ້ຍາວນານ ເພື່ອນໍາໃຊ້ເປັນບ່ອນພັດທະນາຊັບພະຍາກອນມະນຸດດ້ານໄອທີ-ຄອມພິວເຕີ້ ຂອງສະຖາບັນການສຶກສາແຫ່ງນີ້ ໃຫ້ມີຄຸນະພາບດີຂຶ້ນເລື້ອຍໆ.

ພິທີໄຂນໍາໃຊ້ຫ້ອງຮຽນທີ່ທັນສະໄໝດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ມີນາ 2016 ທີ່ພາກວິຊາໄອທີ-ຄອມພິວເຕີ້ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ບ້ານໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ. ບົວລິນ ສ້ອຍສຸວັນ ອະທິການບໍດີ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ຄໍາສຸກ ໂກມຸດຕະພົງ ຕາງໜ້າບໍລິສັດໄທຊໍາຊຸງເອເລັກໂຕຣນິກຈໍາກັດ ມີຄະນະພາກວິຊາໄອທີ-ຄອມພິວເຕີ້ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ບັນດາຄູ ອາຈານ ແລະ ນັກຮຽນ ນັກສຶກສາເຂົ້າຮ່ວມ.

ຂ່າວ/ພາບ: ເທບພະວົງ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...