spot_img
Homeຂ່າວການພັດທະນາປະຊາຊົນບ້ານດົງໂດກສະເໜີໃຫ້ ສສຊ ແກ້ໄຂບັນຫາຮ້ານກິນດື່ມກັບສິ່ງມືນເມົາ

ປະຊາຊົນບ້ານດົງໂດກສະເໜີໃຫ້ ສສຊ ແກ້ໄຂບັນຫາຮ້ານກິນດື່ມກັບສິ່ງມືນເມົາ

Published on

ປະຊາຊົນບ້ານດົງໂດກສະເໜີໃຫ້ ສສຊ ແກ້ໄຂບັນຫາຮ້ານກິນດື່ມກັບສິ່ງມືນເມົາ
—————————————
ຂປລ. ໃນວັນທີ 15 ມີນາ ນີ້ ບັນດາຜູ້ຮັບສະໝັກເລືອກຕັ້ງ ສສຊ ຊຸດທີ VIII ແລະ ສະມາ ຊິກສະພາປະຊາຊົນ ຂັ້ນນະຄອນຫລວງວຽງຈັນ, ໄດ້ລົງໂຄສະນາຫາງສຽງນຳພໍ່ແມ່ປະຊາຊົນຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເຊີ່ງມີຜູ້ຮັບຟັງຈຳນວນ 100 ກວ່າຄົນ. ໃນໂອກາດດັ່ງກ່າວນີ້, ປະຊາຊົນຈໍານວນບໍ່ໜ້ອຍ ໄດ້ສະເໜີຕໍ່ສະມາຊິກສະພາປະຊາຊົນນະຄອນຫລວງ ໃຫ້ຊ່ວຍສອດສ່ອງ ແລະ ແກ້ໄຂບັນຫາຮີບດ່ວນ ຄື: ຂໍໃຫ້ຢຸດຕິການຕັ້ງ ແລະ ຂະຫຍາຍຮ້ານກິນດື່ມຕິດພັນກັບສິ່ງມືນເມົາ ຢູ່ໃກ້ບໍລິເວນມະຫາວິທະຍາໄລແຫ່ງຊາດ; ຊ່ວຍແກ້ໄຂນໍ້າປະປາມາບໍ່ສະດວກ; ບໍ່ອະ ນຸຍາດໃຫ້ນັກຮຽນນຸ່ງເສື້ອແບບ ຫລື ນຸ່ງເສື້ອນັກຮຽນ ທີ່ຕິດປ້າຍຂອງສະຖາບັນຮ່ວມກັນດື່ມສິ່ງມືນເມົາ ເຊິ່ງຈະເປັນການສ້າງພາບຟົດບໍ່ດີ; ຊ່ວຍປາບປາມ ຫລຸດຜ່ອນບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ຢ່າງຮີບດ່ວນ ແລະ ອື່ນໆ.

ແນວໃດກໍດີໃນວັນທີ 15 ມີນາ 2016 ນີ້, ທ່ານ ບົວລີ ແກ້ວມະນີວັນ ຄະນະພັກເມືອງ, ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽວ ເມືອງໄຊທານີ ໄດ້ລົງເຄື່ອນໄຫວພົບ ແລະ ໂຄສະນາຫາສຽງນໍາປະຊາຊົນຢູ່ເຂດບ້ານດົງໂດກ ພ້ອມຜີຍແຜ່ວິທີການປ່ອນບັດເລືອກຕັ້ງໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງໂດຍສະເພາະຜູ້ມີອາຍຸ 18 ປີຂຶ້ນໄປ ຕ້ອງພ້ອມກັນໃປໃຊ້ສິດໃຊ້ສຽງໃຫ້ເຕັມສ່ວນ ຍົກເວັ້ນຄົນເປັນບ້າເສຍຈິດ. ສະເພາະເຂດບ້ານດົງໂດກ ລວມມີ 3 ຈຸດປ່ອນບັດຄື: ຈຸດທີ 1 ຢູ່ວັດບ້ານດົງໂດກ, ຈຸດທີ 2 ຢູ່ທາງ 3 ແຍກໄປສະນີ ແລະ ຈຸດທີ 3 ຢູ່ເຮືອນພັກຊີເກມ. ໃນໂອກາດດັ່ງກ່າວ, ຜູ້ຮັບສະໜັກເລືອກຕັ້ງແຕ່ລະທ່ານ ຍັງໄດ້ຜັດປ່ຽນກັນຂຶ້ນນຳສະເໜີປະ ຫວັດການເຄື່ອນໄຫວແຕ່ລະໄລຍະຂອງຕົນ ເປັນຕົ້ນໜ້າທີ່ຕຳແໜ່ງ, ຄວາມຮູ້ຄວາມສາມາດ, ສິດໜ້າທີ່ພາລະບົດບາດຂອງສະພາແຫ່ງຊາດ, ວິທີການປ່ອນບັດຄັດເລືອກເອົາຕົວແທນຂອງຕົນ ໄປນັ່ງໃນສະພາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຖ້າຫາກໄດ້ເປັນສະມາຊິກສະພາແຫ່ງຊາດແລ້ວ ຈະນໍາເອົາເນື້ອໃນຈິດໃຈ ແລະ ຂໍ້ຄິດເຫັນຕ່າງໆໄປຄົ້ນຄວ້າປະກອບເຂົ້າໃນການສ້າງສາພັດທະນາ, ແກ້ໄຂຄວາມ ທຸກຍາກ, ສ້າງຄວາມສະເໝີພາບ, ເພີ່ມຄວາມຍຸຕິທໍາ-ຄວາມໂປ່ງໃສ ແລະ ອື່ນໆ. ແຕ່ສິ່ງສໍາຄັນໃນປັດຈຸບັນ ຕ້ອງສຸມໃສ່ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ແຫລ່ງຂ່າວຈາກ: Pathedlao Lao

ບົດຄວາມຫຼ້າສຸດ

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...