Homeຂ່າວພາຍ​ໃນCAMBODIA ALL STARS VS LAO PREMIER LEAGUE ALL STARS ໃນວັນທີ 18 ມີນາ...

CAMBODIA ALL STARS VS LAO PREMIER LEAGUE ALL STARS ໃນວັນທີ 18 ມີນາ 2016ນີ້

Published on

ອີງຕາມການເຊື້ອເຊີນຂອງ ສະຫະພັນບານເຕະກໍາປູເຈຍ ເຊິ່ງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕອບຮັບໃນການເຂົ້າຮ່ວມແຂ່ງຂັນບານເຕະນັດມິດຕະພາບ ລະຫວ່າງ CAMBODIA ALL STARS VS LAO PREMIER LEAGUE ALL STARS ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 18 ມີນາ 2016 ເວລາ 18:30 ແຂ່ງຂັນຢູ່ທີສະຫນາມກິລາແຫ່ງຊາດປະເທດກຳປູເຈຍ ເພື່ອເປັນການສ້າງສາຍພົບພັນການທູດລະຫວ່າງລາວ ແລະ ກຳປູເຈຍ ຄົບຮອບ 60 ປີ

 

734855_1105874662766803_3339979747416802765_n

ເຊິ່ງປັດຈຸບັນນັກເຕັກທີມ LAO PREMIER LEAGUE ALL STARS ກຳລັງຝຶກຊ້ອມຢ່າງເຕັມທີ່ກ່ອນລົງແຂ່ງຕົວຈິງໃນວັນທີ 18/03/2016ທີ່ຈະມາເຖິງນີ້ ທີ່ ສະໜາມ ໂອລິມປິກ ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ.

ສຳລັບການເດີນທາງແມ່ນຈະອອກເດີນທາງໃນວັນທີ 16 ມີນາ ແລະ ເດີນທາງກັບ ສປປລາວ ໃນວັນທີ 19 ມີນາ 2016 .

ອີງຕາມແຫລ່ງຂ່າວເບື້ອງຕົ້ນຈາກເຟສບຸ໊ກ: ສະຫະພັນບານເຕະແຫ່ງຊາດລາວ ແມ່ນບໍ່ໄດ້ແຈ້ງວ່ານັດນີ້ມີການຖ່າຍທອດສົດ.

ແຫລ່ງຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....