spot_img
Homeຂ່າວພາຍ​ໃນເຈົ້າພາບ ມະຫາວິທະຍາໄລແຫ່ງຊາດລາວ ຍັງແຮງຕໍ່ເນື່ອງ

ເຈົ້າພາບ ມະຫາວິທະຍາໄລແຫ່ງຊາດລາວ ຍັງແຮງຕໍ່ເນື່ອງ

Published on

ເຈົ້າພາບ ມະຫາວິທະຍາໄລແຫ່ງຊາດລາວ ຍັງແຮງຕໍ່ເນື່ອງ

ໂດຍສະເພາະກີລາກະຕໍ້ເກັບເພີ່ມອີກ 1 ຫຼຽນຄໍາຈາກປະເພດທີມຊຸດຄູ່ຍິງ ຫຼັງເອົາຊະນະ ວິທະຍາໄລພາກລັດ ໄປດ້ວຍຄະແນນ 2-1 ຄູ່ໃນຮອບຊີງຫຼຽນຄໍາ ເມື່ອວັນທີ 14 ມີນາທີ່ຜ່ານມາ ພ້ອມທັງເປັນຄອງແຊັມກີລາກະຕໍ້ ເກັບໄດ້ 3 ຈາກການຊີງໄຊທັງໝົດ 6 ຫຼຽນຄໍາ

ການແຂ່ງຂັນກະຕໍ້ທີມຊຸດຄູ່ຍິງມີ 4 ພາກສ່ວນເຂົ້າຮ່ວມແຂ່ງຂັນກັນທັງໝົດ 3 ຄູ່ ເຊິ່ງໃນຮອບຊີງຊະນະເລີດປະກົດວ່າ: ຄູ່ທໍາອິດເຈົ້າພາບ ມຊ ພາດທ່າເສຍໃຫ້ກັບ ວິທະຍາໄລພາກລັດ 2-0 ເຊັດ 21-12 ແລະ 21-14 ກ່ອນທີ່ຄູ່ທີ 2 ມຊ ຈະແກ້ຕົວໄດ້ດ້ວຍການເອົາຊະນະໄປ 2-0 ເຊັດເຊັ່ນກັນ ເຮັດໃຫ້ຕ້ອງໄປຕັດສິ້ນທີ່ຄູ່ທີ 2 ແລະ ກໍ່ເປັນເຈົ້າພາບ ມະຫາວິທະຍາໄລແຫ່ງຊາດ ທີ່ຄູ່ສຸດທ້າຍຈັດຊຸດເກັ່ງນໍາໂດຍ ນາງ ກ້ອຍ ໄຊຍາວົງ ແລະ ນາງ ນໍຄໍາ ວົງໄຊ ແລະ ກໍ່ເອົາຊະນະ ວິທະຍາໄລພາກລັດ ທີ່ນໍາໂດຍ ນາງ ປະທຸມພອນ ພົມມະຈັນ ແລະ ນາງ ສາຍຊົນ ໄຊຊະວົງສາ ໄປດ້ວຍຄະແນນ 2-0 ເຊັດ 21-8 ແລະ 21-12 ຄວ້າຫຼຽນຄໍາປະເພດທີມຊຸດຍິງຄູ່ ພ້ອມທັງສົ່ງຜົນໃຫ້ ມຊ ເກັບຫຼຽນຄໍາຫຼຽນທີ 3 ຈາກກີລາກະຕໍ້ຕໍ່ຈາກ ທີມດ່ຽວຍິງ ແລະ ທີມຄູ່ຍິງ ເປັນເຈົ້າຫຼຽນຄໍາກະຕໍ້ໃນງານມະຫາກໍາກີລາ ກມລ 1 ສ່ວນຫຼຽນທອງ ແລະ ຫຼຽນທອງຮ່ວມຕົກເປັນຂອງ ມະຫາວິທະຍາໄລຈໍາປາສັກ ແລະ ມະຫາວິທະຍາໄລສະຫວັນນະເຂດ.

ຂະນະທີ່ ປະເພດທີມຊຸດຊາຍມີ 7 ພາກສ່ວນເຂົ້າຮ່ວມ ເຊິ່ງຫຼຽນຄໍາປະເພດທີມຊຸດຊາຍຕົກເປັນຂອງ ມະຫາວິທະຍາໄລສະຫວັນນະເຂດ ທີ່ສາມາດເອົາຊະນະ ວິທະຍາຄານປ້ອງກັນຄວາມສະຫງົບ ໃນຮອບຊີງຊະນະເລີດ ສ່ວນຫຼຽນທອງ ແລະ ຫຼຽນທອງຮ່ວມຕົກເປັນຂອງ ມຊ ແລະ ວິທະຍາໄລຈໍາປາສັກ ສໍາລັບການແຂ່ງຂັນກີລາກະຕໍ້ໃນງານມະຫາກໍາກີລາ ມະຫາວິທະຍາໄລລາວ ຄັ້ງທີ 1 ມີການຊີງໄຊ 6 ຫຼຽນຄໍາປະກົດວ່າ ເຈົ້າພາບ ມະຫາວິທະຍາໄລແຫ່ງຊາດ ກວາດໄປ 3 ຫຼຽນຄໍາ (ຄູ່ຍິງ, ດ່ຽວຍິງ ແລະ ທີມຊຸດຄູ່ຍິງ), 2 ຫຼຽນເງິນ ແລະ 1 ຫຼຽນທອງ ຄອງແຊັມກະຕໍ້ໃນ ກມລ 1 ຂະນະທີ່ ອັນດັບ 2 ເປັນຂອງ ວິທະຍາຄານປ້ອງກັນຄວາມສະຫງົບ ກວາດໄປ 2 ຫຼຽນຄໍາ (ກະຕໍ້ຄູ່ຊາຍ ແລະ ດ່ຽວຊາຍ) ແລະ 1 ຫຼຽນເງິນ ສ່ວນອັນດັບ 3 ເປັນຂອງ ມະຫາວິທະຍາໄລສະຫວັນນະເຂດ 1 ຫຼຽນຄໍາ (ທີມຊຸດຊາຍ) ແລະ 4 ຫຼຽນເງິນ.

 

ຂ່າວຈາກ: ຫຼ້າເອັມເຄພີ
ຮູບຈາກ: ຈອນນີ ໄນໂຕ.

ແຫລ່ງຂ່າວຈາກເຟສບຸກ: ຄວາມເຄື່ອນໄຫວ+ເຈາະເລິກ ຂ່າວສານກີລາລາວ-ສາກົນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...