Homeຂ່າວພາຍໃນພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ແຂວງອັດຕະປື ຂ່າວພາຍໃນຂ່າວເຫດການອຸບັດເຫດແລະປາກົດການຫຍໍ້ທໍ້ Published on 16/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2524 ພໍ່ເມົາຢາບ້າ ຂ້າລູກຊາຍອາຍຸສາມເດືອນ ທີ່ອັດຕະປື ໃນຕອນເຊົ້າວັນທີ 15 ມີນາ 2016 ໃນເວລາ 11:15 ໂມງ ທີ່ຜ່ານໄດ້ເກີດເຫດສະເທືອນໃຈຂຶ້ນທີ່ແຂວງອັດຕະປື ເມື່ອຜູ້ເປັນພໍ່ເກີດອາການເມົາຢາບ້າໜັກລີຍຂ້າລູກໄວອາຍຸພຽງ 3 ເດືອນເທົ່ານັ້ນ. ຜູ້ກ່ຽວໄດ້ຮັບສາລະພາບວ່າ ເມົາຢາບ້າ ແລະ ໄດ້ລົງມືຂ້າລູກຂອງຕົນ ເຊິ່ງເປັນເພດຊາຍ ອາຍຸ 3 ເດືອນ, ເປັນລູກຄົນດຽວຂອງລາວ ແລະ ເມຍ. ທ້າວ ກັນ ເປັນຄົນແຂວງຊຽງຂວາງ ແລະ ໄດ້ຍ້າຍມາຢູ່ເຂດບ້ານໂດນ ເມືອງພູວົງ ແລະ ແຕ່ງງານກັບຄົນບ້ານດັ່ງກ່າວ. ເຈົ້າໜ້າທີ ປກສ ໄດ້ເຂົ້າໄປຈັບຕົວ ທ້າວ ກັນ ທີ່ບ້ານ ໂດນ, ເຂດວຽງໄຊ, ເມືອງພູວົງ ແຂວງອັດຕະປື ໃນຂໍ້ຫາ ຂ້າເດັກນ້ອຍອາຍຸ 3 ເດືອນ ຈົນເສຍຊີວິດ. ພາຍຫຼັງຈັບກຸ່ມແລ້ວ ເຈົ້າໜ້າທີ່ໄດ້ທຳສຳນວນ ແລະ ໄດ້ຈັດພິທີຝັງເດັກນ້ອຍ ໂດຍໃຫ້ພໍ່ຜູ້ທີ່ຂ້າເຈ່ຍລູກຕົນເອງໄປຝັງ. ຈາກນັ້ນ ໄດ້ນຳຕົວຜູ້ກ່ຽວໄປກັກຂັງເພື່ອດຳເນີນຄະດີຕໍ່ໄປ. ນີ້ຄືຜົນຮ້າຍຂອງຢາເສບຕິດ ເຊິ່ງນຳໄປສູ່ການສູນເສຍທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ເຊິ່ງເຫດການນີ້ເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເກີດໃນສັງຄົມລາວ ສຸດທ້າຍທາງທີມງານລາວໂພສຕ໌ກໍ່ຂໍໄຫວ້ອາໄລ ແລະ ຂໍສົ່ງດວງວິນຍານຂອງນ້ອງໄປສູ່ສຸຂະຕິດ້ວຍເຖີດ. http://www.laopost.com/wp-content/uploads/2016/03/ຄາດຕະກຳ.mp4 ພາບ ແລ ະຂ່າວ: ນັກຂ່າວ ອັດຕະປື ແຫລ່ງຂ່າວຈາກ: ມູນນິທິຮ່ວມໃຈ. ຂອບໃຈວິດີໂອຈາກ: ໂທລະໂຄ່ງ ແລະ ພາບນິ້ງຈາກໜ່ວຍກູ້ໄພນາຄາ ສັງລວມເນື້ອໃນຂ່າວໂດຍ: ລາວໂພສຕ໌ Tagsຂ່າວຄາດຕະກຳຂ່າວປະກົດການຫຍໍ້ທໍ້ຂ່າວເດັ່ນ ບົດຄວາມຫຼ້າສຸດ ຂ່າວພາຍໃນ ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ... 09/04/2025 ຂ່າວພາຍໃນ ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,... 09/04/2025 ຂ່າວຕ່າງປະເທດ ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6... 08/04/2025 ຂ່າວຕ່າງປະເທດ ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:... 08/04/2025