spot_img
HomeມູມໄອທີລາວRazer ເປີດໂຕ Blade ແລັບທ໋ອບສຳລັບຫຼິ້ນເກມໂດຍສະເພາະ

Razer ເປີດໂຕ Blade ແລັບທ໋ອບສຳລັບຫຼິ້ນເກມໂດຍສະເພາະ

Published on

Razer ຜູ້ນຳໃນດ້ານອຸປະກອນສຳລັບຜູ້ຫຼິ້ນເກມ (ເກມເມີ້) ໄດ້ເປີດໂຕແລັບທ໋ອບໂຕໃໝ່ຫຼ້າສຸດຄື Razer Blade ເປັນແລັບທ໋ອບສຳລັບຫຼິ້ນເກມໂດຍສະເພາະເລີຍ ໂດຍມີການອັບເກຣດດ້ານສະເປັກໃຫ້ດີຂຶ້ນກວ່າລຸ້ນເກົ່າ ແລະລາຄາກໍບໍ່ແພງຄືເກົ່າແລ້ວ!! (ແຕ່ກະຍັງຖືວ່າແພງຢູ່ດີ 55)

ສຳລັັບແລັບທ໋ອບ Razer Blade ນັັ້ນມາພ້ອມກັບໜ່ວຍປະມວນຜົນ Gen 6 Intel Core i7 ແລະໜ່ວຍປະມວນຜົນກຣາບຟິກ NVIDIA GeForce GTX 970M ພ້ອມກັບ VRAM 6 GB, ເທັກໂນໂລຢີ PCIe SSD ທີ່ຈະຊ່ວຍເພີ່ມຄວາມໄວເຖິງ 3 ເທົົ່າ, RAM 16 GB DDR4 ແລະ AC ແບບໄຮ້ສາຍ. ທຸກໆລຸ້ນນັ້ນຈະມາພ້ອມກັບຈໍຄວາມລະອຽດ 3200×1800 QHD+ ແລະໜັກພຽງແຕ່ 4.25 ປອນ.

ສຳລັບລາຄາຂອງ Razer Blade ນັ້ນເລີ່ມຕົ້ນພຽງ ແຕ່ $1999 (16.250.000 ກີບ) ສຳລັບລຸ້ນ 256GB ແລະ $2199 (17.865.000 ກີບ) ສຳລັບລຸ້ນ 512GB. ສາມາດສັ່ງຈອງໄດ້ຕັ້ງແຕ່ມື້ນີ້ເລີຍທີ່ເວັບ RazerStore.com ແລະໂຕເຄື່ອງນັ້ນຈະເລີ່ມຈັດສົ່ງໃນຊ່ວງເດືອນເມສານີ້

ສຳລັບສະເປັກໂດຍລວມຂອງ Razer Blade ມີດັ່ງນີ້:

– ໃຊ້ງານໜ່ວຍປະມວນຜົນຄອດຄໍ Gen 6 Intel® Core i7-6700HQ (ຄວາມໄວ 2.6 GHz / 3.5 GHz)

– ໃຊ້ງານໜ່ວຍປະມວນຜົນກຣາບຟິກ NVIDIA® GeForce® GTX™ 970M (6 GB GDDR5 VRAM)

– RAM 16 GB (DDR4, 2133 MHz)

– ລະບົບປະຕິບັດການ Windows® 10 64-bit

– 256 GB / 512 GB SSD (PCIe M.2)

– ໜ້າຈໍຂະໜາດ 14.0 ນິ້ວ. ຄວາມລະອຽດ 3200×1800 IGZO QHD+, ອັດຕາສ່ວນ 16:9, ພ້ອມກັບແສງໄຟ LED ແລະຮອງຮັບລະບົບ Multi-touch

– ຄີບອດ Chroma ມາພ້ອມກັບລະບົບ Anti Ghost ເຊິ່ງຈະເຮັດໃຫ້ສາມາດກົດຫຼາຍປຸ່ມພ້ອມກັນໄດ້

– Killer™ AC ແບບໄຮ້ສາຍ 1535 (802.11a/b/g/n/ac + Bluetooth® 4.1)

– Thunderbolt™ 3 (USB-C™)

– ພອຣດ USB 3.0 x3 (SuperSpeed)

– ເອົ້າພຸດວີດີໂອ ແລະ ສຽງ HDMI 1.4b

– ພອຣດຄອມໂບຫູຟັງ/ໄມໂຄໂຟນ 3.5 ມມ

– ເວັບແຄັມໃນໂຕ (2.0 ລ້ານພິກເຊວ)

– ລຳໂພງສະເຕີຣີໂອໃນໂຕ

– ອາເຣໄມໂຄຣໂຟນ

– ລະບົບສຽງຮອບທິດທາງ Dolby® Digital Plus Home Theater Edition

– ຮອງຮັບໂຕແປງສັນຍານ 7.1 (ຜ່ານ HDMI)

– ຝັງຊິບຮັກສາຄວາມປອດໄພ Trusted Platform Module (TPM 2.0) ໃນໂຕ

– Razer Synapse ເປີດໃຊ້ງານມາພ້ອມກັບໂປຣແກຣມຄີບອດ, ແທຣັກແພັດ, ຍ້ອນແສງ ແລະຄວບຄຸມພັດລົມ

– Kensington™ ຊ່ອງຮັກສາຄວາມປອດໄພ

– ອະແດັບເຕີຈ່າຍໄຟ 165 W

– ແບັດເຕີຣີ Lithium-ion Polymer ແບບສາກໃໝ່ໄດ້ 70 Wh ຕິດຕັ້ງໃນໂຕ

– ຂະໜາດ: 0.70 ນິ້ວ. / 17.9 ມມ (ຄວາມສູງ) x 13.6 ນິ້ວ. / 345 ມມ (ຄວາມກວ້າງ) x 9.3 ນິ້ວ. / 235 ມມ (ຄວາມເລິກ)

– ນ້ຳໜັກ: 4.25 ປອນ. / 1.93 ກກ

image

ທີ່ມາ:mspoweruser

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...