spot_img
Home​ຂ່າວບັນເທິງກົນລະຍຸດໃໝ່ ຂອງການໂປຣໂໝດຮູບເງົາໃນລາວ DEADPOOL!

ກົນລະຍຸດໃໝ່ ຂອງການໂປຣໂໝດຮູບເງົາໃນລາວ DEADPOOL!

Published on

 

 

kl

ຖືວ່າເປັນກົນລະຍຸດໃໝ່ໃນການໂປຣໂຫມດຮູບເງົາໃນລາວ ໂດຍໃນວັນທີ 10 ມີນາທີ່ຜ່ານມາໃນວັນເປີດໂຕການເຂົ້າຮູບເງົາເລື່ອງ DEADPOOL ທາງ ຮ້າງສັບພະສິນຄ້າໃຫຍ່ ວຽງຈັນເຊັນເຕີລາວ ແລະ Major Platinum Cineplex ໄດ້ເກີດໄອເດຍ໌ໃໝ່ ທີ່ສ້າງສັນ ແລະ ບໍ່ເຄີຍມີມາກ່ອນໃນລາວ ໂດຍການດຶງຕົວລະຄອນເອກຈາກເລື່ອງ DEADPOOL ອອກມາຍ່າງໂຊໃຫ້ຜູ້ຄົນໃນຮ້າງໄດ້ເຫັນກັນ ແລະ ນີ້ຖືວ່າເປັນຜົນສຳເລັດຈົບງາມ ເພາະໄດ້ຮັບຄວາມສົນໃຈຫຼາຍຈາກຄົນທີ່ມາຊົມຮູບເງົາຸທກເພດທຸກໄວ.

df

ໃນຍຸກປັດຈຸບັນ ການແຂ່ງຂັນດ້ານເສດຖະກິດແມ່ນມີສູງຫຼາຍ ຫາກທຸລະກິດໃດທີ່ຍັງໃຊ້ແຜນການດຳເນີນງານແບບເກົ່າ ຫຼື ຄວາມຄິດຢຸດນິ້ງຢູ່ແຕ່ບ່ອນເກົ່າ ກໍ່ຈະບໍ່ສາມາດປະຄອງທຸລະກິດໃຫ້ຈະເລີນ ຫຼື ຫຼອດຈາກການລົ້ມລະລາຍໄດ້ ແລະ ວັນນີ້ລາວໂພສຕ໌ກໍ່ມີອີກໜຶ່ງຕົວຢ່າງຕົ້ນແບບໃນການພັດນະນາມາແນະນຳ ເຊັ່ນດຽວກັນກັບ Major Platinum Cineplex ທີ່ວຽງຈັນເຊັນເຕີລາວ ບໍ່ແມ່ນພຽງຄວາມທັນສະໄໝຂອງສິ່ງອຳນວຍຄວາມສະດວກ ແລະ ສະຖານທີ່ເປັນຈຸດສຸມທາງເສດຖະກິດເທົ່າ ແຕ່ຍັງມີອີກຫຼາຍໆສິ່ງທີ່ພວກເຂົາຕ້ອງພັດທະນາເພື່ອຄວາມຢູ່ລອດຂອງທຸລະກິດ.

 

 

ຮູບພາບຈາກ: ວຽງຈັນເຊັນເຕີລາວ ແລະ Major Platinum Cineplex 

ຮຽບຮຽງຂໍ້ມູນຈາກ: ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...