Homeຂ່າວສັ້ນບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ...ຕາຍໝົດ! ບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ…ຕາຍໝົດ! ຂ່າວສັ້ນຂ່າວເຫດການ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2452 ເຜີຍພາບສະຫຼົດ ຊາກເຕົ່າຕາຍ ຫຼັງຄົນມາເຮັດບຸນເອົາເຕົ່າໄປປ່ອຍລົງກະແສນ້ຳ ເຊິ່ງເຕົ່າແຕ່ລະຊະນິດບໍ່ຄືກັນມີທັງເຕົ່າບົກ ແລະ ເຕົ່ານ້ຳ ໃຫ້ສັງເກດກ່ອນປ່ອຍ. ການປ່ອຍນົກ ປ່ອຍປາ ແລະ ສັດຕ່າງໆ ຖືເປັນວິທີການເຮັດບຸນທຳທານຕາມຄວາມເຊື່ອ ແຕ່ໃນການປ່ອຍສັດນັ້ນອາດຈະຕ້ອງສຶກສາກ່ອນ ແລະ ຄິດໃຫ້ຮອບຄອບເຖິງສະພາບແວດລ້ອມບ່ອນຈະໄປປ່ອຍ ວ່າມັນເໝາະສົມຕໍ່ການດຳເນີນຊີວິດຂອງມັນ ຫຼື ບໍ່ ເພາະບໍ່ດັ່ງນັ້ນອາດຈະກາຍເປັນຄວາມປາຖະໜາດີທີ່ສົ່ງຜົນຮ້າຍຕາມມາ. ເຊັ່ນກໍລະນີວັນທີ 12 ມີນາ 2016ທີ່ຜ່ານມາ ໄດ້ມີການເປີດເຜີນຈາກເຟສບຸ໊ກຊື່ Suvinit Aum Pornnavalai ໄດ້ໂພສຕ໌ພາບຊາກເຕົ່າຈຳນວນຫຼາຍທີ່ຖືກນຳໄປປ່ອຍໃນກະແສນ້ຳທີ່ ວັດໃຫຍ່ສຸວະທາຣາມ ຈັງຫວັງເພດບູລີ ໂດຍຊາກເຕົ່າທັງໝົດ ເປັນເຕົ່າທີ່ອາໃສເທິງບົກຫຼາຍກ່ວາໃນນ້ຳ. ວັນນີ້ລາວໂພສຕ໌ມີພາບຊະນິດຂອງເຕົ່າມາແນະນຳໃຫ້ຮູ້ ເພື່ອເປັນຂໍ້ມູນດີໆໃນເວລາທີ່ທ່ານໄປຊື້ເຕົ່າເພື່ອໄປປ່ອຍ ລັກສະນະເຕົ່າບົກ: ຮູບຊົງກະດອງສ່ວນຫຼາຍຈະເປັນໂຄມນູນສູງ ຂອບມີຄວາມໜາ ນ້ຳໜັກຫຼາຍກ່ວາເຕົ່ານ້ຳ ຂາມີເກັດໃຫຍ່ໄວ້ໃຊ້ຂຸດດິນ ຕີນມີລັກສະນະກົມ ແລະ ມີເລັບທີ່ແຂງແຮງ. ລັກສະນະເຕົ່ານ້ຳ: ກະດອງລຽບ ຮູບຊົງແບນຕ່ຳ ນູນຕ່ຳ ຂອບກະດອງບາງ ມີນ້ຳໜັກເບົາກ່ວາເຕົາບົກ ດັ່ງນັ້ນກ່ອນທີ່ທ່ານຈະຊື້ເຕົ່າໄປປ່ອຍທຸກຄັ້ງໃຫ້ທ່ານສຶກສາຂໍ້ມູນກ່ອນ ແລະ ສັງເກດເບິ່ງລັກສະນະຂອງເຕົ່າກ່ອນທີ່ຈະນຳມັນໄປປ່ອຍ ເພື່ອເຮັດໃຫ້ທ່ານໄດ້ບຸນຕາມທີ່ທ່ານປາຖະໜາໄວ້. ແຫລ່ງຂ່າວຈາກເວັບ: ພັນທິບດັອດຄອມ. Tagsຂ່າວເດັ່ນທຳບຸນ ບົດຄວາມຫຼ້າສຸດ ໄພພິບັດ ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ. ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ... 07/10/2025 ຂ່າວຕ່າງປະເທດ ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2... 07/10/2025 ຂ່າວທົ່ວໄປ 14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025 ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ... 06/10/2025 ຂ່າວຕ່າງປະເທດ ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ... 04/10/2025