spot_img
Homeຂ່າວທ້ອງຖິ່ນ20 ມີນາ ຈົ່ງພ້ອມກັນໄປໃຊ້ສິດເລືອກເອົາ ສສຊ ແລະ ສສຂ

20 ມີນາ ຈົ່ງພ້ອມກັນໄປໃຊ້ສິດເລືອກເອົາ ສສຊ ແລະ ສສຂ

Published on

ອີກ​ບໍ່​ພໍ​ເທົ່າໃດ​ວັນ ​ການ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈະ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ບັນດາ​ຜູ້​ສະໝັກ​ເລືອກ​ຕັ້ງ ​ສສຊ ຊຸດ​ທີ VIII ເຂດ​ເລືອກ​ຕັ້ງ​ທີ I ນະຄອນ​ຫຼວງ​ວຽງ​ຈັນ ຈຳນວນ 24 ທ່ານ ໄດ້​ສືບຕໍ່​ລົງ​ເຄື່ອນ​ໄຫວ​ໂຄສະ​ນາ​ຫາ​ສຽງ​ຢ່າງ​ເປັນ​ຂະ​ບວນຟົດຟື້ນ ໃນ​ວັນ​ທີ 14 ມີນາ 2016 ໂດຍ​ໄດ້​ແບ່ງ​ເປັນ 2 ຈຸເຄື່ອນໄຫວ​ ໂຄສະນາ​ຫາ​ສຽງ​ຢູ່​ບັນດາອົງການ-ສຳນັກງານ ລັດ​ວິ​ສາຫະ​ກິດ​ອ້ອມ​ຂ້າງ ນະຄອນຫຼວງວຽງ​ຈັນ ຈຸ​ທີ 1 ນຳ​ໂດຍ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ພ້ອມ​ຜູ້​ສະໝັກ​ອີກ 11 ທ່ານ ລົງເຄື່ອນ​ໄຫວ​ຫາ​ສຽງຢູ່​ທີ່​ສະ​ຖາ​ບັນການ​ທະນາຄານ ແລະ ຈຸ​ທີ 2 ນຳ​ໂດຍ​ທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ພ້ອມ​ຜູ້​ສະໝັກ 11 ທ່ານ ເຄື່ອນ​ໄຫວ​ຫາ​ສຽງ​ຢູ່​ທີ່​ບໍລິ​ສັດ ETL ມະຫາຊົນ.

ໂອກາດ​ດັ່ງກ່າວ ​ຜູ້​ສະໝັກເລືອກ​ຕັ້ງ ​ສສຊ ຊຸດ​ທີ VIII ຍັງ​ໄດ້​ສະເໜີ​ໃຫ້​ຜູ້​ມີ​ສິດເລືອກ​ຕັ້ງ​ປະກອບ​ຄຳ​ເຫັນ ແລະ ສະເໜີ​ບັນຫາ​ເພື່ອ​ແລກປ່ຽນຖອດ​ຖອນ​ບົດຮຽນ ພ້ອມ​ກັບ​ຮຽກຮ້ອງ​ໃຫ້​ພະນັກງານ-ລັດຖະກອນ ພໍ່​ແມ່​ປະຊາຊົນບັນດາເຜົ່າ ກໍ່​ຄືຜູ້​ທີ່​ມີ​ສິດ​ເລືອກ​ຕັ້ງ​ໃນ​ຂອບ​ເຂດທົ່ວ​ປະເທດ ໄດ້​ພ້ອມ​ກັນ​ເປັນ​ເຈົ້າການ​ ອອກ​ໄປ​ໃຊ້​ສິດ​ປະຊາ​ທິ​ປະໄຕ ໃນ​ວັນ​ທີ 20 ມີນາ 2016 ທີ່ຈະ​ມາ​ເຖິງ ເພື່ອ​ເລືອກ​ເອົາ​ບຸກຄົນ​ທີ່​ມີ​ຄວາມ​ຮູ້-ຄວາມ​ສາມາດແທ້​ຈິງ ເພື່ອ​ເປັນ​ຕົວ​ແທນ​ຂອງຕົນ​ເຂົ້າ​ໄປ​ເຮັດ​ວຽກ​ເປັນ​ສະ​ມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ປະກອບສ່ວນ​ສຳຄັນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ພັດ​ທະນາ​ເສດຖະກິດ-ສັງຄົມຂອງ​ຊາດ ໃຫ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ.

ແຫລ່ງຂ່າວຈາກ: SPC Systems

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...