spot_img
Homeຂ່າວການພັດທະນາຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດລາວ ໄດ້ຮັບໃບຢັ້ງຢືນ ມາດຕະຖານສາກົນ ISO/IEC 17025

ຫ້ອງທົດລອງສິ່ງແວດລ້ອມແຫ່ງຊາດລາວ ໄດ້ຮັບໃບຢັ້ງຢືນ ມາດຕະຖານສາກົນ ISO/IEC 17025

Published on

ພິທີ​ມອບ-ຮັບ​ໃບຢັ້ງຢືນ​ມາດຕະ​ຖານ​ສາກົນ ISO/IEC 17025 ຂອງ​ຫ້ອງ​ທົດ​ລອງ​ສິ່ງແວດລ້ອມແຫ່ງ​ຊາດ ຈັດ​ຂຶ້ນ​ວັນ​ທີ 10 ມີນາ 2016 ທີ່​ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ແລະ ສິ່ງແວດລ້ອມ (​ກຊສ) ມອບ​ໂດຍ​ທ່ານ ​ດຣ. ສຸດທິ​ເວດ ຕໍ​ແສງ​ຈັນ (Dr. Suthiweth T seangchantara) ອະທິການບໍດີ ກົມ​ວິທະຍາສາດ​ບໍລິຫານກະຊວງ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ປະເທດ​ໄທ ແລະ ຮັບຂອງ​ທ່ານ​ນາງ ສີ​ສຸພັນ ຫຼວງລາດ ຫົວໜ້າ​ສະ​ຖາ​ບັນ​ຊັບ​ພະຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ ໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ​ນາງ ບຸນ​ຄຳ ວໍລະ​ຈິດ ລັດຖະມົນຕີ​ຊ່ວຍ​ວ່າການ ກຊສ ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ກົມອ້ອມ​ຂ້າງ ກຊສ ແລະ ວິຊາ​ການຈາກ​ພາກສ່ວນ​ກ່ຽວຂ້ອງ​ສອງຝ່າຍ.

ໃນ​ພິທີ ທ່ານ​ນາງ ສີ​ສຸພັນ ຫຼວງ​ລາດ ຂຶ້ນ​ລາຍ​ງານ​ສະພາບໂດຍ​ຫຍໍ້​ຂອງ​ສະ​ຖາ​ບັນ​ດັ່ງກ່າວ ໃຫ້​ຮູ້​ວ່າ: ໄດ້​ລິ​ເລີ່ມ​ດຳເນີນ​ການເພື່ອ​ການ​ຮັບຮອງ​ເອົາ​ມາດ​ຕະຖານ​ສາກົນ ISO/IEC 17025 ຂອງ​ຫ້ອງການ​ທົດ​ລອງ​ສິ່ງ​ແວດລ້ອມ ແຕ່​ປີ 2013 ເປັນຕົ້ນ​ມາ.

ຄະນະ​ກວດ​ສອບຈາກ​ກົມວິທະຍາສາດ​ບໍລິຫານ ກະຊວງ​ວິທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ປະເທດ​ໄທ ໄດ້​ມາ​ທຳ​ການ​ກວດສອບ ແລະ ປະ​ເມີນ​ຜົນ​ຫ້ອງ​ທົດລອງ​ສິ່ງແວດລ້ອມ ໄດ້​ຖືກ​ຮັບຮອງ​ມາດຕະຖານ​ສາກົນ ISO/IEC 17025 ແລະ ມີ​ອາຍຸການ​ນຳ​ໃຊ້​ໄດ້ 3 ປີ ເຊິ່ງ​ແຕ່​ລະ​ປີ ຈະ​ຕ້ອງ​ມີ​ການ​ປະ​ເມີນ​ຜົນ ລະບົບ​ຄຸນະພາບ​ຫ້ອງ​ທົດ​ລອງ​ຄືນ ຕາມ​ລະບຽບ​ການ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)