spot_img
Homeຂ່າວທ້ອງຖິ່ນຕະຫຼາດຫຼັກຊັບລາວ ເສີມສ້າງຄວາມຮູ້ ເປີດໂລກແຫ່ງການລົງທຶນ ແລະ ໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016

ຕະຫຼາດຫຼັກຊັບລາວ ເສີມສ້າງຄວາມຮູ້ ເປີດໂລກແຫ່ງການລົງທຶນ ແລະ ໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016

Published on

ຄະນະກໍາມະການຕະຫຼາດຫຼັກຊັບລາວ ໄດ້ຈັດງານສໍາມະນາພາຍໃນໃຕ້ຫົວຂໍ້ ເປີດໂລກແຫ່ງການລົງທຶນ ແລະ ໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016 ເພື່ອເສີມສ້າງທັກສະ ຄວາມຮັບຮູ້ ຄວາມສາມາດ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ບັນດາຫົວໜ່ວຍທຸລະກິດ ນັກລົງທຶນ ບັນດາບໍລິສັດທີ່ເຂົ້າຈົດທະບຽນຊື້-ຂາຍໃນຕະຫຼາດຫຼັກຊັບ ນັກຮຽນ ນັກສຶກສາຈາກສະຖາບັນການສຶກສາແຫ່ງຕ່າງໆໃນນະຄອນຫຼວງວຽງຈັນ ກ່ຽວກັບກາລະໂອກາດດ້ານການລົງທຶນ ການລະດົມທຶນ ເພື່ອສາມາດແຂ່ງຂັນໃນຕະຫຼາດຫຼັກຊັບເພື່ອເຊື່ອມໂຍງກັບບັນດາປະເທດສະມາຊິກອາຊຽນ ແລະ ພາກພື້ນສາກົນ ໂດຍມີວິທະຍາກອນ ຊ່ຽວຊານດ້ານການລົງທຶນໃນຕະຫຼາດຫຼັກຊັບ ກໍຄືຜູ້ທີ່ປະສົບຜົນສໍາເລັດແລ້ວ ມາຖ່າຍທອດຄວາມຮູ້ ບົດຮຽນ ແລະ ປະສົບການ.

ງານສໍາມະນາດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມີນາ 2016 ທີ່ອາຄານສໍານັກງານໃຫຽ່ ຕະຫຼາດຫຼັກຊັບລາວ ບ້ານໂພນທັນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຽ່ຕະຫຼາດຫຼັກຊັບລາວ ທ່ານນາງ ນະຄອນສີ ມະໂນທັມ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບລາວ ທ່ານ ຊະນິດ ຊານໄຊນະລົງ ທີ່ປຶກສາບໍລິສັດເນັດເວີກແຄັບປີໂຕຈໍາກັດ ທ່ານ ໂຊຣັດ ວານິດວາຣະກິດ ຜູ້ອໍານວຍການໃຫຽ່ບໍລິສັດປານ ເອເຊຍ ອິນດັດສທຣີ ຈໍາກັດ ທ່ານ ດ໋ອກຢຸນລີ ຮອງປະທານຄະນະ ຫົວໜ້າຝ່າຍດໍາເນີນການຕະຫຼາດຫຼັກຊັບລາວ ມີນັກຊ່ຽວຊານດ້ານຕະຫຼາດຫຼັກຊັບລາວ ບັນດານັກລົງທຶນທັງພາກລັດ-ເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນຄໍາ ວໍຣະວົງ ໄດ້ກ່າວວ່າ ການຈັດງານສໍາມະນາໃນເທື່ອນີ້ ຈັດຂຶ້ນເປັນຄັ້ງທີ 4 ແລະ ໃນໂອກາດທີ່ປະເທດລາວໄດ້ກ້າວເຂົ້າສູ່ຍຸກ AEC ຢ່າງເຕັມໂຕແລ້ວ ເຊິ່ງຕະຫຼາດຫຼກຊັບລາວ ກໍໄດ້ກາຍເປັນທາງເລືອກນຶ່ງໃຫ້ແກ່ບັນດາຫົວໜ່ວຍທຸລະກິດຕ່າງໆໃນການລະດົມທຶນສໍາລັບຂະຫຽາຍທຸລະກິດ ເພີ່ມສະພາບຄ່ອງ ແລະ ສະໜອງຕອບການບໍລິການທີ່ມີຄວາມໂປ່ງໃສ ຍຸຕິທໍາ ແລະ ມີຄວາມທັນສະໄໝ ເພື່ອເຮັດໃຫ້ຕະຫຼາດຫຼັກຊັບລາວ ກາຍເປັນຕະຫຼາດທີ່ມີປະສິດທິພາບໃນການແຂ່ງຂັນ ເພື່ອຮອງຮັບໃນການເຊື່ອມໂຍງກັບບັນດາຕະຫຼາດຫຼັກຊັບຕ່າງໆໃນລະດັບພາກພື້ນອາຊຽນໃນອະນາຄົດອັນໃກ້ນີ້
ສໍາລັບປີ 2016 ເຊິ່ງ ສປປ.ລາວ ໃນນາມເປັນປະທານອາຊຽນ ກໍພວມສຸມໃສ່ກະກຽມບັນດາກອງປະຊຸມສໍາຄັນຕ່າງໆຂອງອາຊຽນ ໃນຂະນະດຽວກັນ ປະເທດລາວກໍພວມຢູ່ໃນຍຸກຂອງ AEC ດັ່ງນັ້ນ ຕະຫຼາດຫຼັກຊັບລາວ ກໍເບິ່ງເຫັນຄວາມສໍາຄັນໃນການຊຸກຍູ້ສົ່ງເສີມໃຫ້ວຽກງານຕະຫຼາດທຶນ ເປັນທີ່ຮູ້ຈັກ ແລະ ເຂົ້າໃຈຢ່າງຖືກຕ້ອງໃນສັງຄົມຫຼາຍຂຶ້ນ ເພື່ອເພີ່ມທາງເລືອກໃຫ້ກັບມວນຊົນໄດ້ມີໂອກາດລົງທຶນໃນຫຸ້ນ ເພື່ອເສີມສ້າງທັກສະ ຈັງຫວະ ແລະ ຄວາມຮອບຄອບໃນການລົງທຶນ ແນໃສ່ໃຫ້ມວນຊົນລາວມີຄວາມອຸດົມຮັ່ງມີ ແລະ ສາມາດນໍາໃຊ້ເງິນທຶນຢ່າງມີປະສິດທິຜົນ.

ພາຍໃນງານສໍາມະນາດັ່ງກ່າວ ຍັງຈັດໃຫ້ມີການວາງສະແດງຜະລິດຕະພັນຂອງບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງໃນວຽກງານຕະຫຼາດທຶນຫຼາຍກວ່າ 30 ພາກສ່ວນ ເພື່ອໃຫ້ມວນຊົນໄດ້ເຂົ້າຢ້ຽມຊົມຜົນງານຂອງຕົນ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...