spot_img
Homeຂ່າວພາຍ​ໃນໄອໂອຊີ ໄຟຂຽວອະນຸຍາດໃຫ້ນັກມວຍຊາຍບໍ່ໃສ່ໝວກປ້ອງກັນຫົວ ຄັ້ງທໍາອິດຮອບ 32 ປີ

ໄອໂອຊີ ໄຟຂຽວອະນຸຍາດໃຫ້ນັກມວຍຊາຍບໍ່ໃສ່ໝວກປ້ອງກັນຫົວ ຄັ້ງທໍາອິດຮອບ 32 ປີ

Published on

ໄອໂອຊີ ໄຟຂຽວອະນຸຍາດໃຫ້ນັກມວຍຊາຍບໍ່ໃສ່ໝວກປ້ອງກັນຫົວ ຄັ້ງທໍາອິດຮອບ 32 ປີ

ຄະນະກໍາມະການໂອແລັມປິກ (ໄອໂອຊີ) ອະນຸຍາດໃຫ້ມວຍສາກົນສະໝັກຫຼິ້ນຊາຍ ໃນໂອແລັມປິກເກມ 2016 ບໍ່ຕ້ອງໃສ່ໝວກປ້ອງກັນຫົວຂຶ້ນເວທີ ຫຼັງ ສະຫະພັນມວຍສາກົນນາໆຊາດ (ເອໄອບີເອ) ນໍາສະເໜີຜົນການວິໄຈອ້າງອິງ ການຊົກມວຍໂດຍບໍ່ໃສ່ໝວກ ສ້າງຜົນກະທົບຕໍ່ນັກກີລາໃນລະດັບຕໍ່າ ແລະ ບໍ່ເປັນອັນຕະລາຍໃດໆ.

ເອໄອບີເອ ໄດ້ມີການປ່ຽນແປງກົດລະບຽບການແຂ່ງຂັນໄປເມື່ອປະມານ 3 ປີທີ່ຜ່ານມາ ໂດຍໃຫ້ນັກມວຍຊາຍ ບໍ່ຕ້ອງສວມໃສ່ໝວກປ້ອງກັນຫົວຂຶ້ນເວທີ ເຊິ່ງມີການບັງຄັບໃຊ້ໄປແລ້ວໃນຫຼາຍລາຍການ ບໍ່ວ່າຈະເປັນມວຍສາກົນສະໝັກຫຼິ້ນຊີງແຊັມໂລກ ຫຼື ແມ່ນແຕ່ ງານມະຫາກໍາກີລາ ເອຊຽນເກມ.

ຫຼ້າສຸດ ເມື່ອທ້າຍອາທິດທີ່ຜ່ານມາ ໄອໂອຊີ ໄດ້ອະນຸຍາດຄໍາຮ້ອງຂອງ ເອໄອບີເອ ໃຫ້ການແຂ່ງຂັນໃນງານມະຫາກໍາກີລາ ໂອແລັມປິກ ທີ່ນະຄອນຫຼວງຣິໂອ ເດິ ຈາເນໂຣ ປະເທດບຣາຊິນ ເຊິ່ງນັກກີລາມວຍສາກົນສະໝັກຫຼິ້ນຊາຍ ບໍ່ຕ້ອງໃສ່ໝວກປ້ອງກັນຂຶ້ນເວທີເປັນຄັ້ງທໍາອິດໃນຮອບ 32 ປີ ຫຼັງມີການອ້າງອິງຜົນງານການວິໄຈດ້ານການແພດເພີ່ມເຕີມວ່າ ບໍ່ເປັນອັນຕະລາຍຕໍ່ນັກກີລາ.

ທ່ານ ມາກ ອະດໍາ ໂຄສົກ ໄອໂອຊີ ກ່າວວ່າ: ເອໄອບີເອ ໄດ້ນໍາສະເໜີຂໍ້ມູນທາງການແພດກ່ຽວກັບຜົນກະທົບຂອງນັກກີລາທີ່ບໍ່ສວມໃສ່ໝວກຂຶ້ນເວທີແຂ່ງຂັນ ເຊິ່ງໄດ້ຮັບຜົນກະທົບຢູ່ໃນລະດັບທີ່ຕໍ່າຫຼາຍ ແລະ ບໍ່ເປັນອັນຕະລາຍໃດໆ ເຊິ່ງພວກເຂົາໄດ້ທໍາການວິໃຈຢ່າງຫຼວງຫຼາຍຕະຫຼອດ 3 ປີທີ່ຜ່ານມາ ແລະ ພວກເຮົາຈະນໍາໄປປ່ຽນແປງກົດໃໝ່ໃນ ຣິໂອເກມ 2016 ທີ່ກໍາລັງມາເຖິງ.

ສໍາລັບການແຂ່ງຂັນ ໂອແລັມປິກ ເມື່ອປີ 1980 ທີ່ນະຄອນຫຼວງມົດສະກູ່ ປະເທດຣັດເຊຍ ເປັນຄັ້ງຫຼ້າສຸດທີ່ມວຍສາກົນສະໝັກຫຼິ້ນ ມີການແຂ່ງຂັນໂດຍບໍ່ໃສ່ໝວກ ກ່ອນທີ່ໃນອີກ 4 ປີຖັດມາທີ່ເມືອງ ລອສ ແອນເຈລິສ ສະຫະລັດອາເມຣິກາ ຈະມີການເລີ່ມນໍາໝວກປ້ອງກັນເຂົ້າມາໃຊ້ເປັນຄັ້ງທໍາອິດໃນປະຫວັດສາດ ຂະນະທີ່ ມວຍສາກົນສະໝັກຫຼິ້ນຍິງ ເຊິ່ງເລີ່ມຕົ້ນຊີງຫຼຽນໃນ ໂອແລັມປິກເກມ ຄັ້ງທໍາອິດເມື່ອປີ 2012 ຈະຍັງບັງຄັບໃຫ້ນັກກີລາສວມໃສ່ໝວກປ້ອງກັນຂຶ້ນເວທີເຊັ່ນເດີມ.

ຂ່າວຈາກ: ຫຼ້າເອັມເຄພີ

ແຫລ່ງຂ່າວຈາກ: ຄວາມເຄື່ອນໄຫວ+ເຈາະເລິກ ຂ່າວສານກີລາລາວ-ສາກົນ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...