spot_img
Homeຂ່າວການສຶກສາຍີ່ປຸ່ນຊ່ວຍ 6 ຕື້ກວ່າກີບ ສ້າງ-ຂະຫຍາຍໂຮງຮຽນ 9 ແຫ່ງ ຢູ່ຫົກແຂວງ!

ຍີ່ປຸ່ນຊ່ວຍ 6 ຕື້ກວ່າກີບ ສ້າງ-ຂະຫຍາຍໂຮງຮຽນ 9 ແຫ່ງ ຢູ່ຫົກແຂວງ!

Published on

ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ວຽກງານ​ພັດທະນາ​ການ​ສຶກ​ສາ​ແກ່ລັດຖະບານ​ລາວ ພາຍ​ໃຕ້​ໂຄງການ​ເສີມ​ສ້າງ​ຄວາມ​ໝັ້ນຄົງຂອງ​ມະນຸດ​ຂັ້ນ​ຮາກ​ຖານ ຫຼື GGP ແຕ່​ປີ 1989 ເປັນຕົ້ນ​ມາ ຈຳນວນ 278 ໂຄງການ ໃນ​ນັ້ນ ລວມ​ມີ​ການ​ກໍ່ສ້າງ ແລະ ຂະຫຍາຍ​ໂຮງຮຽນ​ປະຖົມ 171 ແຫ່ງ ມັດທະຍົມ 55 ແຫ່ງ ແລະ ໂຄງການ​ອື່ນໆ​ອີກ​ຈຳນວນ​ໜຶ່ງ ​ໃນຂອບ​ເຂດ​ທົ່ວ​ປະເທດ.

ເພື່ອ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ດັ່ງກ່າວ ໃຫ້​ປະສົບ​ຜົນ​ສຳເລັດ​ຕາມ​ຄາດໝາຍ​ວາງ​ໄວ້ ວັນທີ 10 ມີນາ 2016 ຢູ່​ທີ່​ກະຊວງສຶກ​ສາ​ທິ​ການ ແລະ ກີລາ ໄດ້​ມີ​ພິທີ​ເຊັນ​ສັນຍາ​ຊ່ວຍເຫຼືອ​ລ້າ​ຈາກລັດຖະບານ​ຍີ່ປຸ່ນ ຈຳນວນ 768.058 ໂດ​ລາ​ສະຫະລັດ ຫຼື ປະມານ 6,3 ຕື້​ກີບ ເພື່ອ​ຈັດ​ຕັ້ງປະຕິບັດ​ໂຄງການ​ກໍ່ສ້າງ ແລະ ຂະຫຍາຍ​ໂຮງຮຽນ 9 ແຫ່ງ ຢູ່ນະຄອນຫຼວງ​ວຽງ​ຈັນ ແຂວງ​ອຸດົມ​ໄຊ ໄຊ​ຍະ​ບູ​ລີ ຫົວພັນ ສະຫວັນ​ນະ​ເຂດ ແລະ ແຂວງ​ວຽງຈັນ ເຊິ່ງ​ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ຮັກສາ​ການລັດຖະ​ມົນຕີ​ວ່າການ​ກະຊວງ​ສຶກ​ສາທິ​ການ ແລະ ກີລາ ພ້ອມ​ດ້ວຍທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ເອກ​ອັກຄະ​ລາຊະທູດ​ຍີ່ປຸ່ນ ປະຈຳ​ລາວ ແລະ ຜູ້ຕາງໜ້າ​ຈາກ​ພະ​ແນກຫ້ອງການ​ສຶກ​ສາ ຈາກ​ບັນດາແຂວງກ່ຽວຂ້ອງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...