spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາການຖ່າຍທອດສົດລາວພຣີເມຍລີກ

ພິທີເຊັນສັນຍາການຖ່າຍທອດສົດລາວພຣີເມຍລີກ

Published on

ໃນຕອນແລງຂອງວັນທີ 10ມີນາ 2016 ຢູ່ທີ່ ໂຮງແຮມແລນມາກ ໄດ້ມີພິທີເຊັນສັນຍາການຖ່າຍທອດສົດລາວພຣີເມຍລີກເຊິ່ງສະຫະພັນບານເຕະແຫ່ງຊາດລາວໄດ້ມອບລິຂະສິດໃຫ້ສະຖານີໂທລະພາບທີວີລາວເປັນຜູ້ຖ່າຍທອດລາວພຣີເມຍລີກ 2016-2018ເປັນຈຳນວນ 3 ປີ ໂດຍໃຫ້ກຽດເຊັນສັນຍາໂດຍທ່ານ ປະສາດໄຊ ພິລາພັນເດຊ ຮັກສາການປະທານສະຫະພັນບານເຕະແຫ່ງຊາດລາວ , ທ່ານ ດຣ ຫົງຄຳ ສຸວັນນະວົງ ປະທານສະຖານີໂທລະພາບທີວີລາວ ເຂົ້າຮ່ວມເປັນສັກຂີພິຍານມີ ທ່ານຄຳໄພ ປະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ , ທ່ານ ດຣ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ແລະ ສື່ມວນຊົນເຂົ້າຮ່ວມ. 

ສຳລັບເນື້ອໃນສັນຍາການຖ່າຍທອດສົດ ລາວພຣີເມຍລີກໄດ້ລະບຸໄວ້ວ່າສະຖານີໂທລະພາຍທີວີລາວ ມີຫນ້າທີ່ຮັບຜິດຊອບການຖ່າຍທອດສົດກາແຂ່ງຂັນ ລາວພຣີເມຍລີກ 52ນັດ ແລະ ຈະຕ້ອງຖ່າຍ 2 ນັດຕໍ່ອາທິດ ແລະ ຖ່າຍທອດສົດ ຫລື ເທັບບັນທຶກ 48 ນັດ ລວມທັງຫມົດທີ່ຈະຕ້ອງຖ່າຍ ແລະ ບັນທຶກເທັບຈຳນວນ 100ນັດ. ພ້ອມກັນນັ້ນຍັງມີຫນ້າ ທີ່ຜະລິດລາຍການ ລາວພຣີເມຍລີກ ເຊິ່ງເປັນລາຍການ 60 ນາທີ ເປັນລາຍການວິເຄາະ , ລາຍງານອັບເດດການແຂ່ງຂັນ ,ລາຍງານການເຄື່ອນໄຫວຂອງລາວພຣີເມຍລີກ ແລະ ສະຫະພັນບານເຕະແຫ່ງຊາດລາວໂດຍອອກອາກາດ 1 ຄັ້ງຕໍ່ອາທິດ. 

ລາວພຣີເມຍລີກ 2016 ຈະເລີ່ມເປີດສາກຄວາມມັນໃນວັນທີ 26 ມີນາ ສຳລັບປີນີ້ມີ 14 ສະໂມສອນ ເຂົ້າຮ່ວມຄື :
1. ລາວໂຕໂຢຕ້າ .
2. ລ້ານຊ້າງ ຢູໄນເຕັດ
3. ຊ້າງນ້ອຍ
4. ກະຊວງ ປ້ອງກັນຄວາມສະຫງົບ ຫລື ປກສ
5. ໄອດີຊີ ຈໍາປາສັກ ຢູໄນເຕັດ
6. ອິສເຕີນສະຕຣາ
7. ກະຊວງ ປ້ອງກັນປະເທດ ຫລື ກອງທັບ
8. ມະຫາວິທະຍາໄລແຫ່ງຊາດ ຫລື ມຊ
9. ໄຟຟ້າລາວ
10.ເອສຣາ
11. ສະຫວັນ ຢູໄນເຕັດ
12.CSC ຈໍາປາ
13. VSV ຢູໄນເຕັດ
14. ໄຊທານີ ຊິດຕີ້

 

ແຫລ່ງຂ່າວຈາກ: Lao Football News ຂ່າວສານບານເຕະລາວ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...