spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ-ນະຄອນພະນົມ ຕົກລົງຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ເປັນຄັ້ງທຳອິດ

ສະຫວັນນະເຂດ-ນະຄອນພະນົມ ຕົກລົງຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ເປັນຄັ້ງທຳອິດ

Published on

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນລາວ-ໄທ ລະຫວ່າງ ແຂວງສະຫວັນນະເຂດ (ສປປ.ລາວ) ແລະ ແຂວງນະຄອນພະນົມ (ຣາຊະອານາຈັກໄທ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 07-08 ມີນາ 2016 ຜ່ານມາ ຢູ່ຫ້ອງວ່າການປົກຄອງແຂວງນະຄອນພະນົມ ໂດຍແມ່ນແຂວງນະຄອນພະນົມເປັນເຈົ້າພາບ ເຊິ່ງຄັ້ງນີ້ເປັນຄັ້ງທຳອິດ ຝ່າຍແຂວງນະຄອນພະນົມ ນຳໂດຍທ່ານ ສົມຊາຍ ວິດດຳລົງ ຜູ້ວ່າຣາຊະການແຂວງນະຄອນພະນົມ ພ້ອມຄະນະ ຝ່າຍແຂວງສະຫວັນນະເຂດ ສປປ.ລາວ ນຳໂດຍ ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງໆສະຫວັນນະເຂດ ພ້ອມຄະນະ ມີທ່ານກົງສຸນໃຫຽ່ ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ທ່ານ ກົງສຸນໃຫຽ່ ແຫ່ງ ສປປ.ລາວ ປະຈຳແຂວງຂອນແກ່ນ ກໍໄດ້ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ດ້ວຍ.

ແຂວງສະຫວັນນະເຂດ ແລະ ແຂວງນະຄອນພະນົມ ມີຊາຍແດນຮ່ວມກັນ ປະມານ 15 ກິີໂລແມັດ ຢູ່ລະຫວ່າງເມືອງໄຊບູລີ ແລະ ເມືອງທາດພະນົມ ປະຊາຊົນທັງສອງຝັ່ງ ໄດ້ໄປ-ມາຫາສູ່ກັນ ໂດຍສະເພາະໃນງານປະເພນີຕ່າງໆ ເປັນຕົ້ນ ງານກຸດສົງການປີໃໝ່ ງານບຸນທາດພະນົມ ດັ່ງນັ້ນ ເພື່ອເຮັດໃຫ້ຂອບການຮ່ວມມືລະຫວ່າງ 2 ແຂວງມີການຂະຫຽາຍການຮ່ວມມືໃຫ້ໄດ້ຫຼາຍຂຶ້ນ ທັງສອງຝ່າຍ ຈິ່ງໄດ້ແຕ່ງຕັ້ງຄະນະກຳມະການຮ່ວມມືຕາມຊາຍແດນ ໂດຍມີທ່ານເຈົ້າແຂວງຂອງສອງແຂວງ ເປັນປະທານ ແລະ ມີບັນດາພະແນກການຕ່າງໆ ກໍໄດ້ເຂົ້າຮ່ວມເປັນຄະນະກຳມະການ ທັງນີ້ ກໍເພື່ອຄວາມສະຫງົບ ແລະ ຄວາມເປັນລະລະບຽບຮຽບຮ້ອຍຕາມຊາຍແດນ ໄທ-ລາວ ໂດຍສະເພາະ ສະຫວັນນະເຂດ-ນະຄອນພະນົມ ທັງເຮັດໃຫ້ການຮ່ວມມືເປັນໄປຕາມລະບຽບ ຄະນະກຳມະການທັງສອງຝ່າຍ ຈິ່ງໄດ້ເຮັດບົດບັນທຶກໂດຍມີລາຍລະອຽດຄື ການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ແຂວງສະຫວັນນະເຂດ-ນະຄອນພະນົມ ທັງສອງຝ່າຍຮ່ວມມືກັນ ປ້ອງກັນ ແລະປາບປາມອາຊະຍາກຳ ການລັກລອບໂຈລະກໍາຍານພາຫະນະ ແລະ ວັດຖຸບູຮານທີ່ມີຄ່າ ການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ການລັກລອບຄ້າຂາຍສັດ ການຄ້າຂາຍອາວຸດສົງຄາມ ແລະ ທາດລະເບີດ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ການຫຼອກລວງເດັກ ແລະ ແມ່ຍິງ ເພື່ອຄ້າປະເວນີ ການຄ້າແຮງງານຜິດກົດໝາຍ ແລະ ອື່ນໆ ເຊິ່ງໃນກໍລະນີທີ່ຝ່າຍໃດ ຝ່າຍນຶ່ງຮູ້ ແລະ ພົບເຫັນການກະທຳຜິດດັ່ງກ່າວ ຕ້ອງແຈ້ງໃຫ້ອີກຝ່າຍນຶ່ງຊາບໂດຍດ່ວນ ເພື່ອສະກັດກັ້ນ ແລະ ປາບປາມໃຫ້ທັນເວລາ ຈາກນັ້ນ ກໍແມ່ນການຮ່ວມມືໃນການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງຕາມຈຸດຜ່ານແດນ ການຮ່ວມມືປາບປາມຢາເສບຕິດ ການຮ່ວມມືໃນການປົກປັກຮັກສາ ປ້ອງກັນຕະຝັ່ງເຈື່ອນ ແລະ ການແກ້ໄຂບັນຫາການຂຸດຄົ້ນຫີນແຮ່-ຊາຍ ໃນແມ່ນ້ຳຂອງ ການຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ ການຮ່ວມມືແກ້ໄຂບຸກຄົນສອງສັນຊາດ ການຮ່ວມມືດ້ານແຮງງານ ການຮ່ວມມືດ້ານການຕ້ານການຄ້າມະນຸດ ການຮ່ວມມືດ້ານເສດຖະກິດ ລະຫວ່າງ ແຂວງສະຫວັນນະເຂດ-ແຂວງນະຄອນພະນົມ ການຮ່ວມມືລະຫວ່າງ ແຂວງ-ແຂວງ ແລະ ເມືອງ-ເມືອງ ການຮ່ວມມືດ້ານສາທາລະນະສຸກ ແລະ ການຮ່ວມມືໃນເລື່ອງອື່ນໆ ໃນກອງປະຊຸມຍັງໄດ້ກຳນົດ ວັນ ເວລາ ສະຖານທີ່ ຂອງການຈັດກອງປະຊຸມຄັ້ງຕໍ່ໄປ ໂດຍແມ່ນແຂວງສະຫວັນນະເຂດ ຈະເປັນເຈົ້າພາບ ໃນກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຕາມຊາຍແດນ ລາວ-ໄທ ຄັ້ງທີ II.

ຈາກນັ້ນ ທ່ານເຈົ້າແຂວງສະຫວັນນະເຂດ ດຣ. ສຸພັນ ແກ້ວມີໄຊ ແລະ ທ່ານ ສົມຊາຍ ວິດດຳລົງ ຜູ້ວ່າຣາຊະການແຂວງນະຄອນພະນົມ ກໍໄດ້ຮ່ວມກັນເຊັນບົດບັນທຶກສະບັບດັ່ງກ່າວ ເຊິ່ງເປັນສະບັບທຳອິດຂອງແຂວງສະຫວັນນະເຂດ ແລະແຂວງນະຄອນພະນົມ ໃນການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ໂດຍຊ້ອງໜ້າຂອງຄະນະກຳມະການທັງສອງຝ່າຍ ເພື່ອຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕໍ່ໄປ.
ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...