spot_img
Homeຂ່າວພາຍ​ໃນເປີດ​ໂຄງ­ການ​ແຟ​ເຊິນ ເພື່ອ​ການ​ກຸ­ສົນ

ເປີດ​ໂຄງ­ການ​ແຟ​ເຊິນ ເພື່ອ​ການ​ກຸ­ສົນ

Published on

   ວັນ​ທີ 8 ມີ­ນາ​ຜ່ານ​ມາ ໂຮງ­ແຮມແລນ​ມາກ​ແມ່​ຂອງ​ລີ​ເວີ​ໄຊ ຮ່ວມ​ກັບອົງ​ການ­ຈັດ­ຕັ້ງ​ແມ່­ຍິງ​ລາວ​ໄດ້​ຖະ­ແຫຼງ​ຂ່າວ​ເປີດ​ໂຄງ­ການ​ແຟ​ເຊິນ ເພື່ອ​ການກຸ­ສົນ​ຊ່ວຍ­ເຫຼືອສູນ​ພັດ­ທະ­ນາ​ແມ່­ຍິງ​ພິ­ການ​ລາວເພື່ອ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ແມ່ ຍິງ​ສາ­ກົນ ໂດຍ​ມີ ທ່ານ ນາງ ອໍ­ລະ­ໄທ ສັນຕິ​ຄົງ​ຄາ ປະ­ທານ​ໂຮງ­ແຮມ ແລນ​ມາກແມ່​ຂອງ​ລີ​ເວີ​ໄຊ ທັງ​ເປັນ​ປະ­ທານ​ຈັດ​ງານຮ່ວມ​ກັບ​ອົງ​ການ­ຈັດ­ຕັ້ງ​ແມ່­ຍິງ​ລາວ, ທ່ານ ນາງ ຈັນ​ເພັງ ສີ​ວິ­ລາ ອຳ­ນວຍການ​ສູນ​ພັດ­ທະ­ນາ​ແມ່­ຍິງ​ພິ­ການ​ລາວ, ທ່ານ ນາງ ສີ​ອຳ­ພອນ ສີ​ລັດ­ຕະ­ນະ​ກຸນ ຮອງ​ຫົວ­ໜ້າ​ກົມ​ໂຄ­ສະ­ນາ ແລະ​ວັດ​ທະນະ​ທຳ ສູນ​ກາງ​ສະ­ຫະ­ພັນ​ແມ່­ຍິງ​ລາວ, ທ່ານ​ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່ຍິງ​ລາວ ຮອງ​ປະ ທານ​ສະ­ມາ­ຄົມ​ນັກ​ຂ່າວ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ບັນ­ດາ​ຜູ້​ໃຫ້ການ​ສະ­ໜັບ­ສະ­ໜູນ ແລະ​ສື່​ມວນ​ຊົນ​ເຂົ້າຮ່ວມ.

   ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບ​ຄວາມສົນ­ໃຈ​ຈາກ​ຜູ້​ສະ­ໜັບ­ສະ­ໜູນ​ຢ່າງ​ຫຼວງຫຼາຍ​ເປັນ­ຕົ້ນເຣ​ຟຣອນ, ຮ້ານ​ຕັດ​ຜົມ​ຊິກແຮ, ບໍ­ລິ­ສັດ​ຟີ​ໂອ​ນິກ​ສ​ອີ​ເວັນເອ​ເຊຍ​ລາວ, ແສງ​ດາ​ວີ​ຟິດ​ເນັດ, ວາ­ລະ­ສານ ແລະ​ເວັບໄຊ​ຮ້ອຍ​ແປດ​ອາ­ຊີບ ແລະ​ອື່ນໆ​ອີກ.

ພ້ອມ​ດຽວ​ກັນ​ນັ້ນໂຮງ­ແຮມ​ແລນມາກແມ່​ຂອງ​ລີ​ເວີ​ໄຊຍັງ​ໄດ້​ຮ່ວມ​ກັບສູນ​ພັດ­ທະ­ນາ​ແມ່­ຍິງ​ພິ­ການ​ລາວ​ຈັດ​ງານ ວາງ­ສະ­ແດງ​ສິນ­ຄ້າ​ຫັດ­ຖະ­ກຳ​ທີ່​ເປີດ​ກວ້າງ​ໃຫ້​ລູກ​ຄ້າ​ໄດ້​ຊ່ວຍ­ເຫຼືອ​ບັນ­ດາເອື້ອຍ​ນ້ອງ​ແມ່­ຍິງ​ພິ­ການ​ລາວໂດຍ​ການ ສະ­ໜັບ­ສະ­ໜູນ​ຊື້​ສິນ­ຄ້າ​ຂອງ​ພວກ​ເຂົາ, ຮຽນ​ຮູ້​ວິ­ທີ​ການ​ຜະ­ລິດ​ງານ​ສີ­ມືພ້ອມ​ຍັງເປັນ​ໂອ­ກາດ​ທີ່​ເຮົາ​ຈະ​ໄດ້​ເຂົ້າ­ໃຈ​ເຖິງຄວາມ​ລຳ­ບາກ​ຂອງ​ພວກ​ເຂົາ​ຜ່ານ​ການສະ­ແດງ​ວີ​ດີ​ທັດ, ສາ­ທິດ​ການ​ຕ່ຳ­ຫູກ​ຝຶກວິ­ຊາ​ຊີບ​ແມ່­ຍິງ​ຫ້ວຍ​ຫົງ ພ້ອມ​ທັງ​ກາ­ນວາງ­ສະ­ແດງ​ຊຸດ​ຈາກ​ນັກ​ອອກ​ແບບ​ທີ່ ເຂົ້າ​ຮ່ວມ​ໂຄງ­ການ.

ຊຶ່ງ​ງານ​ວາງ­ສະ­ແດງ​ຈະ​ມີ​ຕັ້ງ­ແຕ່ ວັນ ທີ 8-31 ມີ­ນາ 2016 ທີ່​ໂຮມ​ແຮມແລນ​ມາກ, ນອກ​ນັ້ນໂຮງ­ແຮມ ແລນມາກ ຮ່ວມ​ກັບ​ເຣ​ຟຣອນ ແລະ​ຮ້ານ​ຕັດ ຜົມ​ຊິກ​ແຮ ຈະ​ປິດ​ທ້າຍ​ໂຄງ­ການ​ລະ­ດົມ ທຶນ​ຈາກ​ງານ​ແຟ​ເຊິນ​ເພື່ອ​ການ​ກຸ­ສົນໂດຍ​ການ​ປະ­ມູນ​ຊຸດ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ນັກ​ອອກ​ແບບ​ທັງ​ລາວ ແລະ​ຕ່າງ­ປະ­ເທດພ້ອມ​ທັງ​ການ​ເຂົ້າ​ຮ່ວມການ­ສະ­ແດງ​ຊຸດ​ປະ­ຈຳ​ຊາດ​ຂອງ​ບັນ­ດາສະ­ຖານ­ທູດ​ອີກ​ດ້ວຍຊຶ່ງ​ງານ​ດັ່ງ­ກ່າວຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມີ­ນາ 2016 ທີ່ໂຮງ­ແຮມ​ແລນ​ມາກ​ເຊັ່ນ​ດຽວ​ກັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...

“ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ” (ປະຫວັດນາງສັງຂານເທບພະທິດາທັງ 07)

"ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ"(ປະຫວັດນາງສັງຂານເທບພະທິດາທັງ 07) ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະດີດຕະການດົນນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງຊື່ "ພະຍາກະບິນລະພຣົມ" ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາມື້ໜຶ່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດິດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອທ້າສະໝອງລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: "ພະຍາກະບິນລະພຣົມ" ຈຶ່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕຼເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່...