spot_img
Homeຂ່າວພາຍ​ໃນສະໂມສອນ ລາວໂຕໂຢຕ້າ ເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2

ສະໂມສອນ ລາວໂຕໂຢຕ້າ ເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2

Published on

ວັນພຸດ 09/03/2016 ທີ່ຜ່ານມາ AYEYAWADY UNITED (MYA) ພົບ ສະໂມສອນ ລາວໂຕໂຢຕ້າ ແຂ່ງຂັນຢູ່ສະຫນາມ YOUTH TRAINING CENTER YANGON ເວລາ 16 : 00 ຕາມເວລາທ້ອງຖິ່ນປະເທດມຽນມາ
ສາມາດຕິດຕາມການຖ່າຍທອດທາງສະຖານີໂທລະພາບ TVLAO HD ເລີ່ມແຕ່ເວລາ 16:30 ໂມງ ຜົນປະກົດ

ສະໂມສອນ ລາວໂຕໂຢຕ້າ ບຸກໄປເສຍໃຫ້ ສະໂມສອນ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ 4-2 ຄາບ້ານ ໂດຍການຍິງຂອງ Christopher ໃນນາທີທີ 22 ແລະ 32 ເຮັດໃຫ້ ທີມມຽນມານຳ ສະໂມສອນ ລາວໂຕໂຢຕ້າກ່ອນ ຈົບເຄິ່ງເວລາທໍາອິດ AFC CUP ນັດທີ 2 ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ ນຳ ລາວໂຕໂຢຕ້າ 2-0

ເຂົ້າເຄິ່ງເວລາຫຼັງ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາກໍ່ໄດ້ປະຕູເພີ່ມອີກເປັນປະຕູທີ 3 ຈາກການຍິງຂອງ Christopher ໃນນາທີທີ 55 ຈາກນັ້ນອີກບໍ່ດົນທີມສະໂມສອນ ລາວໂຕໂຢຕ້າໄດ້ຈາກ ສິດທິເດດ ຂັນທະວົງ ທີ່ຍິງປະຕູເຂົ້າໃນນາທີທີ 64 ເຮັດໃຫ້ລາວຕີຕື້ນຂຶ້ນມາ ເປັນ 3-1.

ແຕ່ Aung Kyaw Naing ນັກເຕະຈາກ ອາເຢຢາວະດີ ຢູໄນເຕັດ ຈາກ ມຽນມາ ກໍ່ໄດ້ຍິງປະຕູເພີ່ມໃນນາທີທີ 78 ເຮັດໃຫ້ມຽນມາ ນຳ ສະໂມສອນ ລາວໂຕໂຢຕ້າ ເປັນ 4-1

ຜ່ານໄປ 11ນາທີ ສະໂມສອນ ລາວໂຕໂຢຕ້າ ແລະ ແຟນບານມີເຮອີກຄັ້ງເພາະ ສິດທິເດດ ຂັນທະວົງ ໄດ້ຍິງປະຕູເພີ່ມໃນນາທີທີ 89 ກ່ອນຈົບເກມເຮັດໃຫ້ຕອນນີ້ລາວນຳມຽນມາຢູ 2 ປະຕູ.

ການແຂ່ງຂັນສະຫຼຸບວ່າ ສະໂມສອນ ລາວໂຕໂຢຕ້າ ບຸກໄປເສຍໃຫ້ ອາເຢຢາວະດີ ຢູໄນເຕັດ ຄາບ້ານ ດ້ວຍຄະແນນ 4-2

ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຮູ້ວ່ານັກກິລາວໄດ້ສູ້ຢ່າງເຕັມທີ່ແລ້ວ ແຕ່ເລື່ອງເຕັກນິກ ແລະ ວິທີການຕ່າງໆແມ່ນຕ້ອງໄດ້ມີການທອດຖອນບົດຮຽນ ເພື່ອນຳໄປປັບດັດ, ພັດທະນາຮູບເກມການຫຼິ້ນໃໝ່ໃນຄັ້ງຕໍ່ໄປ.

sa

 

ຂໍ້ມູນຈາກ Lao Football News ຂ່າວສານບານເຕະລາວ

ຮຽບຮຽງໂດຍ: ປັອກເລັກ ລາວໂພສຕ໌

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...