spot_img
Homeຂ່າວຕ່າງປະເທດນັກສຳຫລວດຈີນ-ຝຣັ່ງ ພົບຖ້ຳມະຫຶມາໃຕ້ດິນ ເລິກ 400 ກວ່າແມັດ ຍາວນັບສິບປາຍກິໂລ!

ນັກສຳຫລວດຈີນ-ຝຣັ່ງ ພົບຖ້ຳມະຫຶມາໃຕ້ດິນ ເລິກ 400 ກວ່າແມັດ ຍາວນັບສິບປາຍກິໂລ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ມີນາຜ່ານມານີ້ວ່າ ຄະນະນັກທໍລະນີວິທະຍາຈີນ ແລະ ຝຣັ່ງ ໄດ້ຄົ້ນພົບຖ້ຳຂະໜາດໃຫຍ່ ຢູ່ເລິກລົງໄປໃຕ້ດິນ ປະມານ 420 ແມັດ ໂດຍພາຍໃນຖ້ຳ ປະກອບມີທະເລສາບ, ແມ່ນ້ຳ, ນ້ຳຕົກຕາດ, ຫີນງອກຮູບຊົງສວຍງາມຕ່າງໆ ຕະຫລອດຮອດພືດ, ປາ, ເຈຍ, ງູ ແລະ ສິ່ງທີ່ມີຊີວິດສາຍພັນອື່ນໆ ຊຶ່ງຄາດວ່າຖ້ຳດັ່ງກ່າວ ຈະມີຄວາມຍາວຫລາຍກວ່າ 16.5 ກິໂລແມັດ.

ຖ້ຳດັ່ງກ່າວ ຕັ້ງຢູ່ເມືອງຕົງຫລັນ ແຂວງກວາງຊີ ທາງພາກໃຕ້ຂອງປະເທດຈີນ ຊຶ່ງເປັນເຂດພື້ນທີ່ ທີ່ມີພູມສັນຖານອັນເປັນລັກສະນະຊັ້ນຫີນປູນ ຖືກກັດເຊາະຈົນກາຍເປັນຂຸມ, ເປັນຖ້ຳ ແລະ ທາງນ້ຳ ຕ່າງໆ.

559000002522402 559000002522403 559000002522404 559000002522406 559000002522407

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...