spot_img
Homeຂ່າວຕ່າງປະເທດຈີນກຳລັງສ້າງ ກຳປັ່ນບັນທຸກເຮືອບິນ ລຳທີສອງຂອງປະເທດ ດ້ວຍຝີມືຈີນລ້ວນ!

ຈີນກຳລັງສ້າງ ກຳປັ່ນບັນທຸກເຮືອບິນ ລຳທີສອງຂອງປະເທດ ດ້ວຍຝີມືຈີນລ້ວນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມີນານີ້ວ່າ ກະຊວງປ້ອງກັນປະເທດຈີນ ກຳລັງສ້າງກຳປັ່ນບັນທຸກເຮືອບິນ ລຳທີສອງຂອງຕົນຂຶ້ນ ພາຍຫລັງທີ່ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ຊຶ່ງເປັນລຳທຳອິດ ແລະ ລຳດຽວຂອງຈີນ ຖືກເຂົ້າປະຈຳການ ໃນປີ 2012 ຜ່ານມາ ໂດຍກຳປັ່ນລຳທີສອງນີ້ ຈະຖືກສ້າງຂຶ້ນດ້ວຍຝີມື ແລະ ເຕັກໂນໂລຊີຂອງຈີນທັງໝົດ.

ທັງນີ້ ແຫລ່ງຂ່າວໄດ້ລະບຸວ່າ ການສ້າງກຳປັ່ນບັນທຸກເຮືອບິນລຳທີສອງດັ່ງກ່າວ ບໍ່ພຽງແຕ່ຈະເຂົ້າປະຈຳການ ເພື່ອປົກປ້ອງອະທິປະໄຕຂອງຈີນເທົ່ານັ້ນ ແຕ່ຍັງຈະປະກອບສ່ວນ ເຂົ້າໃນການປົກປ້ອງຜົນປະໂຫຍດຂອງຈີນ ໃນດິນແດນອື່ນໆຂອງໂລກອີກດ້ວຍ.

ເນື່ອງຈາກປັດຈຸບັນ ຈີນມີການລົງທຶນໃນ 155 ປະເທດ ແລະ ມີພົນລະເມືອງຈີນ ເດີນທາງໄປຕ່າງປະເທດ ຈຳນວນ 120 ລ້ານຄົນໃນປີຜ່ານມາ, ດ້ວຍເຫດນັ້ນ ກຳປັ່ນບັນທຸກເຮືອບິນ ຈຶ່ງມີຄວາມຈຳເປັນ ໃນການປົກປ້ອງຊັບສິນ ແລະ ພົນລະເມືອງຂອງຈີນ ໃນຕ່າງປະເທດ.

ແນວໃດກໍຕາມ ເຈົ້າໜ້າທີ່ລະດັບສູງຂອງກອງທັບເຮືອຈີນ ໄດ້ລະບຸວ່າ ກຳປັ່ນບັນທຸກເຮືອບິນຂອງຈີນ ບໍ່ໄດ້ມີໄວ້ເພື່ອຮຸກຮານ ຫລື ຄຸກຄາມປະເທດເພື່ອນບ້ານ ເນື່ອງຈາກຫລັກການ ປ້ອງກັນຕົນເອງຢ່າງຕັ້ງໜ້າຂອງຈີນ ຈະບໍ່ປ່ຽນແປງ.

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...