spot_img
Homeຂ່າວຕ່າງປະເທດການວ່າງ​ງານຢູ່ອາ​ເມ​ລິ​ກາ​ຕໍ່າ​ສຸດ​ໃນ​ຮອບ 8 ປີ

ການວ່າງ​ງານຢູ່ອາ​ເມ​ລິ​ກາ​ຕໍ່າ​ສຸດ​ໃນ​ຮອບ 8 ປີ

Published on

ອັດຕາການ​ວ່າງ​ງານ​ຂອງ​ອາ​ເມ​ລິ​ກາ​ໃນ​ເດືອນ​ກຸມພາ​ຜ່ານ​ມາຖື​ວ່າ​ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​​ແຕ່​ປີ 2008 ຂະນະ​ທີ່​ການ​ຈ້າງ​ວຽກ​ເຮັດ​ໃໝ່​ສູງ​ເກີນ​ຄວາມ​ຄາດໝາຍ​ຂອງ​ຫຼາຍ​ຝ່າຍ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ກະຊວງ​ແຮງ​ງານ​ຂອງ​ອາ​ເມ​ລິກາ​ອອກ​ລາຍ​ງານ​ສະຫຼຸບ​ສະຖານະ​ການ​ຕະຫຼາດ​ແຮງ​ງານ​ປະຈຳ​ເດືອນ​ກຸມພາ​ທີ່​ຜ່ານ​ມາວ່າ ອັດຕາ​ການ​ວ່າງ​ງານຢູ່​ທີ່ 4,9% ຕໍ່າ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ປີ 2008 ຊຶ່ງ​ເປັນ​ໄລຍະ​ເລີ່​ມຕົ້ນ​ທີ່​ໂລກ​ປະ​ເຊີນ​ກັບ​ວິ​ກິດ​ການ​ເງິນ ສ່ວນ​ຈຳນວນ​ຕໍາ​ແໜ່​ງງານ​ໃໝ່​ຢູ່​ທີ່ 242 ພັນ​ຕຳ​ແໜ່ງ ຖື​ເປັນ​ລະດັບ​ທີ່​ສູງ​ເກີ​ນຄວາມ​ຄາດໝາຍ​ຂອງ​ນັກ​ວິ​ເຄາະ ທີ່​ປະ​ເມີນ​ເອົາ​ໄວ້​ຢູ່​ທີ່ 191 ພັນ​ຕຳ​ແໜ່​ງ​ເທົ່າ​ນັ້ນ.

ຢ່າງ​ໃດ​ກໍ​ຕາມ ຖ້າ​ຫາກ​ຈຳ​ແນ​ກ​ໃນ​ລາຍ​ລະ​ອຽດກັບ​ພົບ​ວ່າ ສະຖິຕິ​ຕຳ​ແໜ່​ງງານ​ໃໝ່​ທີ່​ເພີ່ມ​ຂຶ້ນ​ເປັນ​ຜົນ​ມາ​ຈາກ​ການ​ເຮັດ​ວຽກ​ລັກ​ຊະນະ​ຂອງ​ສັນຍາ​ຈ້າງ​ເພີ່ມ​ຫຼາຍ​ຂຶ້ນ ​ເນື່ອງ​ຈາກ​ຜູ້​ຜະ​ກອບ​ການ​ສ່ວນ​ໃຫຍ່​ຍັງ​ຄົງ​ພະຍາຍາມ​ຮັດ​ສາຍ​ແອວ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ຊຶ່ງ​ລວມ​ເຖິງ​ການ​ລໍ​ຕົວ​ການ​ຈ້າງ​ພະນັກງານ​ປະຈຳ​ເພື່ອ​ປະຢັດ​ງົບປະມານ ສັງ​ເກ​ດ​ໄດ້​ຈາກ​ຕຳ​ແໜ່​ງງານ​ທີ່​ເພີ່ມ​ຂຶ້ນ​ສ່ວນ​ໃຫຍ່​ເປັນ​ວຽກ​ໃນ​ຂະ​ແໜງ​ບໍລິການ ​ແລະ ການ​ກໍ່ສ້າງ ຂະນະທີ່​ຈຳນວນ​ຜູ້​ວ່າງ​ງານໃນ​ໄລຍະ​ຍາວ​ຍັງ​ສູງ​ຢູ່.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...