spot_img
Homeຂ່າວທ້ອງຖິ່ນໄຟ​ໄໜ້​ປໍ້ານໍ້າມັນທີ່ບ້ານໂພນສະຫວ່າງ ມີເສຍຊີ­ວິດ 1 ຄົນ

ໄຟ​ໄໜ້​ປໍ້ານໍ້າມັນທີ່ບ້ານໂພນສະຫວ່າງ ມີເສຍຊີ­ວິດ 1 ຄົນ

Published on

 

ໃນ​ເວ­ລາ​ປະ­ມານ  14 ໂມງ​ຂອງວັນ​ທີ 5 ມີ­ນາ​ນີ້ ໄດ້​ເກີດ​ເຫດ​ໄຟ​ໄໝ້​ປ້ຳນ້ຳ­ມັນ​ຄຳ​ພູ​ວອນ ຢູ່​ບ້ານ​ໂພນ​ສະ­ຫວ່າງ ເມືອງ​ໂພນ​ໂຮງ ແຂວງ​ວຽງ​ຈັນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ຄາ​ທີ 1 ຄົນ ແລະ ຊັບ​ສິນ​ເສຍ​ຫາຍ​ກວ່າ​ຕື້​ກີບ.

ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ສະ­ກັດ​ກັ້ນ ແລະ​ຕ້ານ​ອັກ­ຄີ​ໄພ ແຂວງ​ວຽງ​ຈັນ ໃຫ້​ຮູ້​ວ່າ: ກ່ອນ​ເກີດ​ເຫດໄດ້​ມີ​ລົດ​ບັນ­ທຸກ​ນ້ຳ­ມັນ 18 ລໍ້​ໝາຍ​ເລກທະ­ບຽນ ບຂ 7633 ວຽງ​ຈັນ ເຂົ້າ​ມາຈອດ​ພາຍ​ໃນ​ປ້ຳ​ເພື່ອ​ປ່ຽນ​ຖ່າຍ​ນ້ຳ­ມັນກາ​ຊວນ ທີ່​ມີ​ໃນ​ຖັງ​ລົດ​ກວ່າ 30 ພັນ​ລິດ ໃສ່​ລົດ​ນ້ຳ­ມັນ​ໝາຍ​ເລກ ທະ­ບຽນ ບຂ 9046 ວຽງ​ຈັນ ແຕ່​ໃນ​ຂະ­ນະ​ນັ້ນ​ອາກາດ​ພາຍ​ໃນ​ປ້ຳ​ຮ້ອນ​ອົບ­ເອົ້າ​ເປັນ​ພິ­ເສດ ຈິ່ງ​ເຮັດ​ໃຫ້​ນ້ຳ­ມັນ​ທີ່​ກຳ­ລັງ​ປ່ຽນ​ຖ່າຍ​ຢູ່ນັ້ນ​ເກີດ​ໄຟ​ລຸກ­ຂຶ້ນ ແລະ​ລາມ​ໄປ​ຫາ​ລົດບັນ­ທຸກ​ຢ່າງ​ໄວ­ວາ​ຈົນ​ເກີດ​ໄຟ​ໄໝ້​ລົດທັງ​ສອງ​ຄັນ ພ້ອມ​ພະ­ນັກ­ງານ​ປ້ຳ ຊື່ ທ້າວ ໂຕ້ຍ ອາ­ຍຸ 19 ປີ​ກໍ​ຖືກ​ໄຟ​ໄໝ້​ລຸ­ກລາມໄປ​ທົ່ວ​ໂຕ​ຢ່າງ​ໄວ­ວາ ເຮັດ​ໃຫ້​ເສຍ​ຊີ­ວິດຄາ​ທີ່ສ່ວນ​ຄົນ​ຂັບ​ລົດ​ບັນ­ທຸກ​ສາ­ມາດໂດດອອກ​ຈາກ​ລົດ​ໄດ້​ທັນ​ເວ­ລາຈາກ​ເຫດ­ການ​ດັ່ງ­ກ່າວ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ­ວິດ​ຄາ ທີ່ 1 ຄົນ ລົດ​ບັນ­ທຸກ 18 ລໍ້ 2 ຄັນ ລົດ ໃຫຍ່ 2 ຄັນ ຫ້ອງ­ການ 1 ຫຼັງ ຕູ້​ເຊັບ 1 ໜ່ວຍ ແລະ​ສາງ​ເກັບ​ມ້ຽນ​ເຄື່ອງ​ໄດ້​ຮັບຄວາມ​ເສຍ​ຫາຍລວ​ມູນ​ຄ່າ​ທັງ​ໝົດ​ປະມານ​ຕື້​ກວ່າ​ກີບ ສ່ວນ​ໄຟ​ທີ່​ລຸກ​ຢ່າງແຮງ​ນັ້ນ ເຈົ້າ​ໜ້າ­ທີ່​ໄດ້​ໃຊ້​ເວ­ລາ​ກວ່າ 10 ຊົ່ວ­ໂມງ ຈິ່ງ​ສາ­ມາດ​ຄວບ​ຄຸມ​ໄວ້​ໄດ້.

ຢ່າງ­ໃດ​ກໍ​ຕາມ ຈາກ​ການ​ສືບ­ສວນ-ສອບ​ສວນ​ເບື້ອງ​ຕົ້ນ​ສາ​ເຫດ­ການ​ເກີດອັກ­ຄີ​ໄພ​ມາ​ຈາກ​ຄວາມ​ຜິດ­ພາດ​ຂອງ​ພະນັກ​ງານ​ໃນ​ການ​ປ່ຽນ​ຖ່າຍ​ນ້ຳ­ມັນ ໂດຍປ້ຳ­ນ້ຳ­ມັນ​ດັ່ງ­ກ່າວ​ໄດ້​ເປີດ​ໃຫ້​ບໍ­ລິ­ການມາ​ຫຼາຍ​ປີ ທັງ​ບໍ­ລິ­ການ​ຂາຍ​ນ້ຳ­ມັນ ແລະ ຂາຍ­ເຄື່ອງ​ກໍ່­ສ້າງ​ທົ່ວ​ໄປ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...