Homeມຸມຂ່າວ AECອາຊຽນ-ເອີຣົບ ເປີດກອງປະຊຸມ ປຶກສາຫາລືດ້ານການຄ້າ ຄັ້ງທີ 14 ທີ່ຊຽງໃໝ່ ປະເທດໄທ!

ອາຊຽນ-ເອີຣົບ ເປີດກອງປະຊຸມ ປຶກສາຫາລືດ້ານການຄ້າ ຄັ້ງທີ 14 ທີ່ຊຽງໃໝ່ ປະເທດໄທ!

Published on

ຂປລ. ບັນດາລັດຖະມົນຕີເສດຖະກິດອາ​ຊຽນ (AEM) ຮ່ວມ​ກັບກໍາມະການດ້ານການຄ້າສະຫະພາບເອີຣົບ ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ຄ້າອາ​ຊຽນ– ​ເອີຣົບຄັ້ງ​ທີ 14 ຂຶ້ນ​ທີ່​ແຂວງ​ຊຽງ​​ໃໝ່ປະ​ເທດ​ໄທ​ ໃນ​ວັນ​ທີ 3 ມີນາ ນີ້ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າຢູ່​ໃນ​ 2 ພາ​ກພື້ນ​ໂດຍ​​ເປັນ​ປະທານ​ຮ່ວມລະຫວ່າງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການ​ກະຊວງອຸດສາຫະກໍາ ແລະ ການຄ້າ​ແຫ່ງສປປ ລາວ ແລະ ທ່ານ ນາງ ​ເຊ​ສິ​ເລຍ ມານ​ສະຕຣອມ (Cecilia Malmström) ລັດຖະມົນຕີການຄ້າສະຫະພາບເອີຣົບ.

ໃນ​​ກອງ​ປະຊຸມດັ່ງກ່າວ​, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ ພ້ອມຍົກໃຫ້ເຫັນການພົວພັນຮ່ວມ​ມື​ດ້ານການຄ້າ ​ແລະ ການລົງທຶນ ຈາ​ກອະດີດ​ເຖິງ​ປັດຈຸບັນ ​ໄດ້​ຮັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​​​​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເພາະ​ສະຫະພາບ ເອີຣົບເປັນຄູ່ຮ່ວມດ້ານການຄ້າ-ການ​ລົງທຶນໃຫຍ່ທີ່ສຸດອັນດັບ 2 ຂອງອາຊຽນ.  ​ປີ 2015 ຜ່ານ​ມາ​, ການຮ່ວມ​ມື​ດ້ານຄ້າອາຊຽນ–ເອີຣົບບັນ​ລຸ 201 ຕື້​ເອີ​ໂຣ​ເທົ່າ​ກັບ 11% ຕໍ່​ປີ. ຂະນະ​ທີ່ການລົງທຶນໂດຍກົງ (FDI) ພົບ​ວ່າແຫ​ລ່ງທຶນຈາກສະຫະພາບ ເອີຣົບ​ເຂົ້າ​ອາ​ຊຽນເພີ່ມຂຶ້ນ 31.2% ຫລື 29 ຕື້ກວ່າໂດລາສະຫະລັດ.

ແນວໃດກໍດີ ສອງຝ່າຍໄດ້ຢືນຢັນຮ່ວມກັນ ຈະສືບຕໍ່ຮັດແໜ້ນການພົວພັນ ​ແລະ ການຮ່ວມມືດ້ານເສດຖະກິດໃຫ້ມີຄວາມ​ເລີກເຊິ່ງກວ່າເກົ່າ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...