spot_img
Homeຂ່າວຕ່າງປະເທດສະຫລົດ! ຍິງຈີນຕິດລິບເສຍຊີວິດ ຄາດຕິດມາດົນນັບເດືອນ ໂດຍບໍ່ມີໃຜຮູ້!

ສະຫລົດ! ຍິງຈີນຕິດລິບເສຍຊີວິດ ຄາດຕິດມາດົນນັບເດືອນ ໂດຍບໍ່ມີໃຜຮູ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ມີນານີ້ວ່າ ພົບສົບຍິງຊາວຈີນ ອາຍຸ 43 ປີ ເສຍຊີວິດຢູ່ພາຍໃນລິບ ຂອງອາຄານທີ່ຢູ່ອາໄສແຫ່ງໜຶ່ງ ໃນເຂດກົ້ວຫລິງ ເມືອງຊີອານ ແຂວງສ່ານຊີ ທາງພາກກາງຂອງປະເທດຈີນ ໂດຍລິບດັ່ງກ່າວນີ້ ຖືກປິດໃຊ້ງານນັບແຕ່ເດືອນມັງກອນທີ່ຜ່ານມາ ແລະ ເຈົ້າໜ້າທີ່ເຊື່ອວ່າ ຍິງເຄາະຮ້າຍດັ່ງກ່າວນີ້ ອາດຕິດຢູ່ພາຍໃນລິບ ຕັ້ງແຕ່ເວລານັ້ນມາ ໂດຍທີ່ບໍ່ມີໃຜຮູ້ຈັກ.

ເຫດການດັ່ງກ່າວເກີດຂຶ້ນ ພາຍຫລັງທີ່ເຈົ້າໜ້າທີ່ ເຂົ້າດຳເນີນການສ້ອມແປງ ຄວາມຜິດປົກກະຕິຂອງລິບດັ່ງກ່າວ ໃນວັນທີ 30 ມັງກອນຜ່ານມາ ໂດຍເຈົ້າໜ້າທີ່ໄດ້ຢຸດລິບໄວ້ ລະຫວ່າງຊັ້ນທີ 10 ແລະ 11 ຂອງອາຄານ ແລ້ວເອີ້ນຖາມລົງມາຈາກຊັ້ນທີ 11 ວ່າ ມີໃຜຢູ່ໃນລິບບໍ່? ເມື່ອບໍ່ໄດ້ຍິນສຽງຕອບໃດໆ ພວກເຂົາຈິ່ງຕັດໄຟລິບດັ່ງກ່າວ.

ແນວໃດກໍຕາມ ການສ້ອມແປງໄດ້ຖືກລະງັບໄວ້ຊົ່ວຄາວ ເນື່ອງຈາກເປັນວັນພັກຍາວໃນເທດສະການກຸດຈີນ ໂດຍເຈົ້າໜ້າທີ່ໄດ້ກັບຄືນມາສ້ອມແປງອີກເທື່ອໜຶ່ງ ໃນວັນທີ 1 ມີນາຜ່ານມາ ແຕ່ເມື່ອເປີດລິບອອກ ພວກເຂົາກໍ່ພົບສົບຂອງຍິງຄົນໜຶ່ງ ຊຶ່ງຮູ້ວ່າເປັນຜູ້ທີ່ອາໄສຢູ່ໃນອາຄານດັ່ງກ່າວນີ້ ໂດຍອາໄສຢູ່ລຳພັງ ແລະ ຍາດທີ່ນ້ອງກໍບໍ່ຄ່ອຍມັກມາຢ້ຽມຢາມ.

ເຈົ້າໜ້າທີ່ຕຳຫລວດເຊື່ອວ່າ ຍິງຄົນນີ້ອາດຕິດຢູ່ພາຍໃນລິບ ຕັ້ງແຕ່ວັນທີ 30 ມັງກອນເປັນຕົ້ນມາ ແລະ ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາເຮັດໃຫ້ຜູ້ອື່ນເສຍຊີວິດໂດຍປະໝາດ ແກ່ເຈົ້າໜ້າທີ່ບໍລິສັດສ້ອມແປງລິບ ຕະຫລອດຮອດຜູ້ຈັດການອາຄານ ລວມມີຜູ້ຖືກຈັບກຸມອີກຫລາຍລາຍ.

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...