spot_img
Homeລົດຍົນ-ຍານພາຫະນະMitsubishi L200 Geoseek ແລະ ASX Geoseek ສອງລົດຍົນຕົ້ນແບບລຸ້ນໃໝ່ລ່າສຸດ

Mitsubishi L200 Geoseek ແລະ ASX Geoseek ສອງລົດຍົນຕົ້ນແບບລຸ້ນໃໝ່ລ່າສຸດ

Published on

    Mitsubishi L200 Geoseek ແລະ ASX Geoseek ສອງລົດຍົນຕົ້ນແບບລຸ້ນໃໝ່ລ່າສຸດເຜີຍໂສມທີ່ງານ ມໍເຕີໂຊ ກຸງເຈນີວາ ປະເທດສະວິດເຊີແລນ ເມື່ອວັນທີ 1 ມີນາຄົມນີ້.

103

ລົດຕົ້ນແບບທັງສອງລຸ້ນ ຖືກພັດທະນາຂຶ້ນມາຈາກລົດທີ່ກຳລັງວາງຈຳໜ່າຍຢູ່ໃນປັດຈຸບັນ L200/Triton ແລະ ASX (ຫຼື RVR ໃນປະເທດຢີ່ປຸ່ນ) ໂດຍໄດ້ຮັບການພັດທະນາໃຫ້ເໝາະສົມສຳລັບການໃຊ້ງານເພື່ອກິດຈະກຳກາງແຈ້ງ.

     ທັງ L200 Geoseek  ແລະ ASX Geoseek ມາພ້ອມຕົວຖັງສີເທົາ Pearl Grey ເພີ່ມຄວາມແຂງແຮງ ຕົກແຕ່ງດ້ວຍສີສົ້ມບໍລິເວນກອບໄຟດັກໝອກ, ຊຸ້ມລໍ້, ແວ່ນເບິ່ງຂ້າງ, ຂັ້ນໄດຊ້າງ, ລໍ້ອັດລອຍ ແລະ ອື່ນໆ ສະທ້ອນພາບລັກຄວາມມີຊີວິດຊີວາ.

100

ທັງສອງລຸ້ນຕິດຕັ້ງຮາວຫຼັງຄາທີ່ສາມາດຍຶດອຸປະກອນຕ່າງໆ ໂດຍລຸ້ນ L200/Triton Geoseek ຍັງມາພ້ອມມືຈັບ ແລະ ໄຟຊ່ອງກະບະທ້າຍ ຂະນະທີ່ລຸ້ນ RVR Geoseek ຕິດຕັ້ງໄຟຕັດໝອກໜ້າແບບ LED

    ຫ້ອງຜູ່ໂດຍສານພາຍໃນຕົບແຕ່ງດ້ວຍໂທນສີດຳກັບສີສົ້ມ ເບາະນັ່ງຫຸ້ມດ້ວຍໜັງແທ້ສະລັບຜ້າ Suede ເຊິ່ງມິດຊູບີຊິລະບຸວ່າ “ຫ້ອງໂດຍສານພາຍໃນສະແດງເຖິງຄວາມລຽບຫຼຸ ເຂົ້າກັບອຸປະກອນກາງແຈ້ງ”.

102

 

ຂໍ້ມູນຈາກ http://auto.sanook.com/

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...