Homeຂ່າວພາຍ​ໃນໄຟໄໝ້ປ້ຳນ້ຳມັນ ຄຳພູວອນ ຫຼັກ52 ເມືອງ ໂພນໂຮງ ແຂວງ ວຽງຈັນ

ໄຟໄໝ້ປ້ຳນ້ຳມັນ ຄຳພູວອນ ຫຼັກ52 ເມືອງ ໂພນໂຮງ ແຂວງ ວຽງຈັນ

Published on

ໃນຕອນບ່າຍຂອງວັນທີ 5/3/2016 ເວລາ 14:30 ໂມງ, ໄດ້ມີເຫດການໄຟໄໝ້ ປ້ຳນ້ຳມັນຄຳພູວອນ, ບ້ານ ໂພນສະຫວ່າງ (ທາງແບ່ງນາໂພ) ຫຼັກ52 ເມືອງ ໂພນໂຮງ ແຂວງ ວຽງຈັນ, ຊາວບ້ານໃນບໍລິເວນນັ້ນໄດ້ບອກວ່າ ສາເຫດທີ່ເຮັດໃຫ້ເກີດໄຟໄຫມ້ ຍ້ອນລົດສະບັນທຸກນນ້ຳມັນເປັນຕົ້ນກຳເນີດປະກາຍໄຟກ່ອນທີ່ຈະລາມສູ່ປ້ຳນ້ຳມັນ ເຮັດໃຫ້ເກີດຄວາມເສຍຫາຍ ລົດບັນທຸກນ້ຳມັນ 2 ຄັນ ແລະ ລົດຮຸນໄດ 1 ຄັນ ແລະ ມີຜູ້ເສຍຊີວິດ 1 ຄົນ ເຊິ່ງເປັນພະນັກງານຂາຍນ້ຳມັນໃນປ້ຳດັ່ງກ່າວ

ທາງທີມງານກໍ່ຂໍສະແດງຄວາມເສຍໃຈກັບຜູ້ທີ່ໄດ້ຮັບຄວາມສູນເສຍຈາກເຫດການທີ່ເກີດນີ້ດ້ວຍ!!!

s2

 

ຂໍ້ມູນຈາກເຟສບຸກ: ນາທີ ຊີວິດ/ Risky Time

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...