spot_img
Homeຂ່າວພາຍ​ໃນຄລີນ ຜະລິດຕະພັນນ້ຳຢາລ້າງຈານອອກໃໝ່ຂອງລາວ

ຄລີນ ຜະລິດຕະພັນນ້ຳຢາລ້າງຈານອອກໃໝ່ຂອງລາວ

Published on

ຫຼາຍຄົນຄົງຈະຮູ້ຈັກ ນ້ຳຢາລ້າງຈານ ຄລີນ ສູດເຂັ້ມຂຸ້ນ ນຶ່ງໃນຜະລິດຕະພັນທຳຄວາມສະອາດອຸປະກອນໃນຄົວເຮືອນ ນີ້ແມ່ນສິນຄ້າທີ່ຜະລິດໂດຍພູມປັນຍາ ແລະ ແຮງງານຂອງຄອບຄົວທ່ານ ວຽງໄຊ ຫຼວງປາບ ນຶ່ງໃນລັດຖະກອນຜູ້ມີຄວາມດຸໝັ່ນຂະຫຽັນພຽນ ເຊິ່ງເບິ່ງເຫັນການໃຊ້ເວລາຫວ່າງໃຫ້ເກີດປະໂຫຽດ ແລະ ນັບເປັນອີກທາງເລືອກນຶ່ງໃຫ້ແກ່ຜູ້ບໍລິໂພກຊາວລາວ ເພື່ອຍາດເອົາພື້ນທີ່ຕະຫຼາດຈາກການນຳໃຊ້ແຮງງານ ຫຼື ຄວາມອາດສາມາດໃນການຜະລິດເປັນສິນຄ້າ ຖືເປັນແຮງຈູງໃຈໃຫ້ເກີດການພັດທະນາອາຊີບເສີມ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ.

ii

….ທ່ານ ວຽງໄຊ ຫຼວງປາບ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ຕົນເອງໄດ້ໄປເຝິກອົບຮົມກ່ຽວກັບການຜະລິດເປັນສິນຄ້າ ໂດຍສະເພາະກໍແມ່ນການສ້າງຜະລິດຕະພັນນ້ຳຢາລ້າງຖ້ວຍ-ຈານ ຢູ່ປະເທດໃກ້ຄຽງ ທັງນີ້ ອີງໃສ່ເວລາຫວ່າງທີ່ມີພາຍຫຼັງເລີກວຽກງານປະຈຳ ຈິ່ງໄດ້ງນຳພາລູກຫຼານເຮັດການຜະລິດຕາມແນວຄວາມຄິດຫັນເອົາເວລາຫວ່າງມາສ້າງງານ ສ້າງອາຊີບ ສ້າງລາຍໄດ້ເສີມໃຫ້ແກ່ຄອບຄົວ ສຳລັບນ້ຳຢາລ້າງຈານ ຄລີນ ນັບເປັນຜະລິດຕະພັນໃໝ່ທີ່ຫາກໍໄດ້ເລີ່ມການຜະລິດໃນເດືອນພະຈິກ ປີ 2015 ຜ່ານມາ ພາຍຫຼັງການຫ້າງຫາກະກຽມດ້ານທຶນຮອນ ແລະ ຄວາມພ້ອມດ້ານເຕັກນິກ ວິຊາການມາໄດ້ໄລຍະນຶ່ງ ເຊິ່ງມາຮອດປັດຈຸບັນ ກໍສາມາດດຳເນີນວິສາຫະກິດສ່ວນບຸກຄົນ ເຊິ່ງໂຮງງານໄດ້ກໍ່ຕັ້ງຂຶ້ນຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສຳລັບການຜະລິດນ້ຳຢາລ້າງຈານຄລີນເປັນສິນຄ້າ ແລະ ເຫັນວ່າມີການຕອບຮັບຈາກລູກຄ້າກໍຄືຜູ້ຊົມໃຊ້ໃນທົ່ວປະເທດເປັນຢ່າງດີ ຍ້ອນວ່າມີຄວາມພິເສດຢູ່ທີ່ກິ່ນຫອມອ່ອນໆທີ່ມາພ້ອມຄວາມເຂັ້ມຂຸ້ນຂອງນ້ຳຢາທີ່ສາມາດໃຊ້ໄດ້ຢ່າງປະຢັດ ແຕ່ກຳຈັດຄາບເປື້ອນຄາບມັນຂອງເສດອາຫານເທິງຖ້ວຍ-ຈານໄດ້ຢ່າງສະອາດ ປາສະຈາກສານພິດຕົກຄ້າງ ເນື່ອງຈາກໃນການເຝິກອົບຮົມ ແມ່ນແນໃສ່ສ້າງສິນຄ້າທີ່ປອດໄພ ພ້ອມນັ້ນ ຜູ້ກ່ຽວກໍມີສວນໝາກນາວພັນດີ ຈິ່ງມີແນວຄວາມຄິດໃສ່ຮູບແບບໂລໂກສິນຄ້າເປັນຮູບໝາກນາວ ເຊິ່ງເວົ້າເຖິງຄວາມສະອາດ ແລະ ກິ່ນຫອມທີ່ເປັນເອກະລັກ ແລະ ໄດ້ໃສ່ຊື່ຍີ່ຫໍ້ວ່າ ຄລີນ ເຊິ່ງໃນອະນາຄົດອັນໃກ້ໆນີ້ ກໍກະກຽມສ້າງຜະລິດສະບູແຫຼວ ແລະ ນໍ້າຢາປັບຜ້ານຸ້ມ ໂດຍຄາດວ່າປະມານເດືອນເມສາ 2016 ທີ່ຈະເຖິງນີ້ ກໍຈະຜະລິດ ແລະ ຈໍາໜ່າຍອອກສູ່ຕາມທ້ອງຕະຫຼາດຕື່ມອີກ.

…….ສ່ວນຕະຫຼາດຈໍາໜ່າຍຜະລິດຕະພັນນໍ້າຢາລ້າງຈານຍີ່ຫໍ້ ຄລີນ ປັດຈຸບັນແມ່ນຢູ່ໃນໄລຍະທົດລອງຕະຫຼາດພາຍໃນ 9 ໂຕເມືອງຂອງນະຄອນຫຼວງວຽງຈັນ ໂດຍສົ່ງຕາມຮ້ານຄ້າທົ່ວໄປ ກໍເຫັນວ່າລູກຄ້າໃຫ້ການຕອບຮັບດີ ແລະ ແຜນການໃນຕໍ່ໜ້າຄາດວ່າ ຈະຂະຫຽາຍຕະຫຼາດຈໍາໜ່າຍໄປແຂວງຕ່າງໆໃນຂອບເຂດທົ່ວປະເທດໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ ທັງນີ້ ນໍ້າຢາລ້າງຈານ ຄລີນ ມີລາຄາຂາຍຢູ່ໜ້າຮ້ານຂວດນ້ອຍປະມານບໍ່ເຖິງ 3.000 ກີບ ແລະ ເພີ່ມຂຶ້ນຕາມຂະໜາດບັນຈຸ ກະຕຸກນ້ອຍ ກະຕຸກກາງ ກະຕຸກໃຫຽ່ ແລະ ກະຕຸກປະລິມານຫຼາຍລິດ ເຊັ່ນ ມີຕັ້ງແຕ່ 2.400 ກີບຕໍ່ນຶ່ງກະຕຸກ (ນ້ອຍ) ຫຼື ແພັກນຶ່ງມີ 12 ຕຸກ ລາຄາ 29.000 ກີບ ໄປຈົນເຖິງລາຄາ 70.000 ກວ່າກີບຕໍ່ນຶ່ງຕຸກ.

…….ຄລີນ ແມ່ນຜະລິດຕະພັນຂອງຄົນລາວ ໂດຍສີມືແຮງງານຄົນລາວ ແນໃສ່ສ້າງໃຫ້ໄດ້ຜະລິດຕະພັນຂອງຄົນລາວ ອອກສູ່ສາຍຕາຂອງສັງຄົມ ແລະ ເພີ່ມເປັນທາງເລືອກນຶ່ງໃຫ້ຜູ້ຊົມໃຊ້ຢູ່ພາຍໃນປະເທດ ໂດຍມີເປົ້າໝາຍການພັດທະນາຜະລິດຕະພັນໃຫ້ກາຍເປັນສິນຄ້ານຶ່ງບ້ານ ນຶ່ງເມືອງ ນຶ່ງຜະລິດຕະພັນ ຫຼື ສິນຄ້າໂອດ໊ອບແຫ່ງຊາດ (ODOP) ໃນອະນາຄົດ ເຊິ່ງພ້ອມທີ່ຈະກ້າວຂຶ້ນພັດທະນາ ຮູບແບບຫຸ້ມຫໍ່ ແລະ ປັບປຸງຄຸນະພາບສິນຄ້າຕາມຄຳແນະນຳຂອງຜູ້ບໍລິໂພກທົ່ວໄປ ເພື່ອເຮັດໃຫ້ທຸລະກິດຂະໜາດນ້ອຍທີ່ເປັນຂອງຄົນລາວສາມາດດຳເນີນກິດຈະການ ສາມາດປະກອບສ່ວນເຂົ້າໃນການຍົກລະດັບຄຸນະພາບຊີວິດຕາມວິໄສທັດສ້າງຫົວໜ່ວຍການຜະລິດເປັນສິນຄ້າທີ່ມີຄວາມຍືນຍົງ.

 

ຂໍ້ມູນຈາກ http://www.vtetoday.la/

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...