spot_img
Homeຂ່າວການພັດທະນາເສັ້ນທາງຫຼວງແຫ່ງຊາດ 18A ອັດຕະປື-ປະທຸມພອນ ຄືບໜ້າ 12% ຄາດສຳເລັດທ້າຍປີ 2017!

ເສັ້ນທາງຫຼວງແຫ່ງຊາດ 18A ອັດຕະປື-ປະທຸມພອນ ຄືບໜ້າ 12% ຄາດສຳເລັດທ້າຍປີ 2017!

Published on

ໂຄງການກໍ່ສ້າງ ເສັ້ນທາງຫຼວງແຫ່ງຊາດ ເລກທີ 18A ແຕ່ແຍກທາງເລກທີ 13 ໃຕ້ ບ້ານທາງແບ່ງຫຼັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຫາສາມແຍກເມືອງສາມັກຄີໄຊ ແຂວງອັດຕະປື, ປະ ຈຸບັນການກໍ່ສ້າງມີຄວາມຄືບໜ້າ ແລະ ປະຕິບັດໄດ້ປະມານ 12% ຂອງໜ້າວຽກທັງໝົດ, ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2017.

ທ່ານ ບາສີ ພອນແກ້ວ ຫົວໜ້າຮັບຜິດຊອບ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດ 18A ອັດຕະປື-ປະທຸມພອນ ໄດ້ເປີດເຜີຍໃຫ້ຮູ້ວ່າ: ການກໍ່ສ້າງທາງປູຢາງ ແຕ່ເມືອງສາມັກຄີໄຊ ແຂວງອັດຕະປື-ແຍກທາງ 13 ໃຕ້ ບ້ານທາງແບ່ງຫຼັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ເດືອນມັງກອນປີ 2013 ມີຄວາມຍາວທັງໝົດ 106 ກວ່າກິໂລແມັດ, ອອກແບບເປັນທາງຊັ້ນ 3, ໜ້າທາງປູຢາງຂົ້ວ, ຄວາມກວ້າງໜ້າທາງທັງໝົດ 9 ແມັດ ແລະ ຮັບນ້ຳໜັກໄດ້ 11 ໂຕນ, ການກໍ່ສ້າງແບ່ງອອກເປັນ 3 ໄລຍະ, ໄລຍະທີ 1 ແຕ່ທາງແຍກ 13 ໃຕ້ ບ້ານທາງແບ່ງຫຼັກ 48 ເມືອງປະທຸມພອນ ແຂວງຈຳປາສັກ ຫາ ເຊຄຳພໍ ຍາວ 30 ກວ່າກິໂລແມັດ; ໄລຍະທີ 2 ແຕ່ເຊຄຳພໍຫາບ້ານໃໝ່ເຊປຽນ ຍາວ 33 ກິໂລແມັດ, ໄລຍະທີ 3 ແຕ່ບ້ານໃໝ່ເຊປຽນຫາສາມແຍກເມືອງສາມັກຄີໄຊ ແຂວງອັດຕະປືຍາວ 42,9 ກິໂລແມັດ, ເສັ້ນທາງດັ່ງກ່າວ ມີຂົວ 30 ແຫ່ງ ແລະ ທໍ່ 163 ຈຸດ ໂດຍແມ່ນບໍລິສັດອີຕາລຽນໄທ ມະຫາຊົນຈຳກັດ ເປັນຜູ້ຮັບເໝົາການກໍ່ສ້າງໃນ ມູນຄ່າທັງໝົດຕາມສັນຍາ 76 ລ້ານກວ່າ ໂດລາສະຫະລັດ ຊຶ່ງແມ່ນການລົງທຶນຂອງ ບໍລິສັດຊີໂນລາວອາລູມີນຽມ ຄໍປໍເລເຊິນ ຈຳກັດ ໂດຍແມ່ນລັດຖະບານ ແຫ່ງ ສປປ ລາວ ໃນນາມເຈົ້າຂອງໂຄງການ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຄຸ້ມຄອງ ແລະ ຊີ້ນຳການກໍ່ສ້າງ, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນທ້າຍປີ 2017.

ທ່ານ ບາສີ ພອນແກ້ວ ໄດ້ໃຫ້ຮູ້ຕື່ມວ່າ: ພາຍຫຼັງການກໍ່ສ້າງເສັ້ນທາງ 18A ນີ້ ສຳ ເລັດກໍຈະເຮັດໃຫ້ປະຊາຊົນ ສອງແຂວງອັດຕະປື-ຈຳປາສັກ ມີຄວາມສະດວກສະບາຍ ໃນການໄປມາຫາສູ່ຊື້-ຂາຍ ແລະ ແລກປ່ຽນສິນຄ້ານຳກັນ, ຈາກນັ້ນ ທາງເສັ້ນນີ້ຍັງເປັນຈຸດເຊື່ອມຕໍ່ລະຫວ່າງ ເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແຂວງຈຳປາສັກ ຫາແຂວງອັດຕະປື ອອກໄປສູ່ ສສ ຫວຽດນາມ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)