spot_img
Homeຂ່າວການພັດທະນາຄູນ​ໄຊ​ເລັ່ງ​ແປງ​ທາງ​ເລກ 9 ໃຫ້​ສຳ­ເລັດ​ໂດຍ​ໄວ

ຄູນ​ໄຊ​ເລັ່ງ​ແປງ​ທາງ​ເລກ 9 ໃຫ້​ສຳ­ເລັດ​ໂດຍ​ໄວ

Published on

ທ່ານ ເຄນ​ຄຳ ສີ​ລາ­ຊາ ປະ­ທານ​ໃຫຍ່​ບໍ­ລິ­ສັດ​ຄູນ​ໄຊ​ພັດ­ທະ­ນາ​ກໍ່­ສ້າງ​ຈຳ­ກັດ ຜູ້​ຮັບ​ເໝົາ​ໂຄງ­ການ​ຟື້ນ​ຟູ​ທາງ​ເລກ 9 ສັນ­ຍາ 2 ກ່າວ​ລາຍ​ງານ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະ­ຈຸ​ບັນ ທາງ​ບໍ­ລິ­ສັດ​ຄູນ​ໄຊ​ພັດທະ​ນາຈຳ­ກັດ​ພວກ​ເຮົາ ແມ່ນ​ພວມ​ຂຸ້ນຂ້ຽວ​ໃນ​ການ​ສ້ອມ­ແປງ​ທາງ​ເລກ 9 ຊຶ່ງ​ມີ​ຄວາມ​ຍາວ​ຕາມ​ສັນ­ຍາ​ທັງ​ໝົດ 100,6 ກິ­ໂລ­ແມັດ, ໄດ້​ແບ່ງ​ອອກ​ເປັນ 2 ຕອນ​ຄື: ຕອນ​ທີ 1 ເລີ່ມ​ແຕ່​ເມືອງ​ພະ​ລານ ໄຊ (ກິ­ໂລ­ແມັດ​ທີ105+800) ຫາ​ບ້ານ ເຊ​ທ່າ​ມວກ (ກິ­ໂລ­ແມັດ​ທີ149+800), ມີ​ຄວາມ​ຍາວ 44 ກິ­ໂລ­ແມັດ; ສ່ວນຕອນ​ທີ 2 ເລີ່ມ​ແຕ່​ເມືອງ​ເຊ​ໂປນ (ກິ​ໂລ ແມັດ 185+000) ຫາ​ບ້ານ​ແດນ​ສະຫວັນ (ກິ­ໂລ­ແມັດ241+600), ມີ​ລວງ ຍາວ 56,6 ກິ­ໂລ­ແມັດ ໂດຍ​ໄດ້​ເລີ່ມ​ລົງມື​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງ​ມາ ແຕ່​ພຶດ­ສະ­ພາ ປີ 2014 ເປັນ­ຕົ້ນມາ, ລວມ​ມູນ​ຄ່າ​ການ​ກໍ່­ສ້າງ 319 ຕື້້​ກວ່າກີບ ຊຶ່ງ​ໄດ້​ຮັບ​ທຶນ​ກໍ່­ສ້າງ​ຈາກ​ກອງ​ທຶນບູ­ລະ­ນະ​ຮັກ­ສາ​ທາງ​ຫຼວງ 70% ແລະ ງົບ­ປະ­ມານ​ຂອງ​ລັດ 30% ໂດຍ​ມີ​ບໍ​ລິສັດ CaRol ຈາກ​ປະ­ເທດ​ຍີ່­ປຸ່ນ​ແນະ­ນຳທາງ​ດ້ານ​ເຕັກ​ນິ​ິກ ແລະ​ລັດ​ວິ​ສາ​ຫະ​ກິດ​ວິ​ສາ​ວະ​ກຳ​ຄົມ­ມະ­ນາ­ຄົມ​ຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ສຳ​ຫຼວດ​ອອກ​ແບບ ແລະ​ວິ­ໄຈ​ວັດ​ສະ​ດຸ​ກໍ່­ສ້າງ​ເປັນ​ບໍ­ລິ­ສັດ​ທີ່​ປຶກ­ສາ.

ສຳ­ລັບ​ໜ້າ​ວຽກ​ທີ່​ໄດ້​ເຮັດ​ແມ່ນ​ວຽກງານ​ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ, ວຽກ​ສ້ອມແປງ/ຟື້ນ​ຟູ ແລະ​ລະ­ບົບ​ລະ­ບາຍ​ນ້ຳ, ຊຶ່ງມາ​ຮອດ​ເດືອນ​ມັງ­ກອນ 2016 ການ​ຈັດ ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ແມ່ນ​ມີ​ຫຼາຍ​ໜ້າວຽກ​ມີ​ຄວາມ​ຄືບ​ໜ້າ​ພໍ​ສົມ­ຄວນ​ປະ​ເມີນໄດ້​ແມ່ນ 50,19%, ລື່ນ​ແຜນ­ການ 2,24% ໃນ​ນີ້ ສາ­ມາດ​ຂຸດ​ຮື້​ໜ້າ​ທາງເກົ່າ​ໄດ້ 1,89 ແສນ​ຕາ​ແມັດ, ກໍ່­ສ້າງ​ຊັ້ນຮອງ​ພື້ນ​ທາງ​ໄດ້ 66 ພັນ​ກວ່າ​ແມັດກ້ອນ, ກໍ່­ສ້າງ​ຊັ້ນ​ຟື້ນ​ທາງ 46 ພັນ​ກວ່າ ແມັດ​ກ້ອນ, ສີດ​ກັນ​ຊຶມ​ໄດ້ 1,8 ແສນ​ຕາ ແມັດ, ປູ­ຢາງ​ອັດ​ສະ​ຟານ​ຊັ້ນ1 ໄດ້ 2,8 ແສນ​ຕາ​ແມັດ, ປູ­ຢາງ​ອັດ​ສະ​ຟານ​ຊັ້ນ 2 ບັນ­ລຸ​ໄດ້​ແລ້ວ 2,1 ແສນ​ຕາ​ແມັດ ຈາກນີ້ ​ກໍ່​ມີ​ປູ­ຢາງ​ອັດ​ສະ​ຟານ​ທັບ​ໜ້າ​ທາງ​ເກົ່າ​ນຳ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ອຸດົມໄຊ ຈະສົ່ງນັກກິລາ 6 ປະເພດ ຮ່ວມງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ສາລະວັນ

ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ, ໂດຍວາງຄາດໝາຍໃຫ້ໄດ້ 6 ຫຼຽນຄຳ, 8 ຫຼຽນເງິນ...

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ...

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ "ເທດສະການສົງການ"...

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ,...