spot_img
Homeຂ່າວຕ່າງປະເທດອິນ​ໂດ​​ເນ​ເຊຍ ມີ​ຜູ້​ເສຍ​ຊີວິດ ຈາກ​ເຫດ​ແຜ່ນດິນ​ໄຫວຮຸນ​ແຮງ​ເກາະ​ສຸ​ມາຕຣາ ຍັງ​ໄປ​ຊ່ວຍ​ເຫຼືອ​ບໍ່​ໄດ້

ອິນ​ໂດ​​ເນ​ເຊຍ ມີ​ຜູ້​ເສຍ​ຊີວິດ ຈາກ​ເຫດ​ແຜ່ນດິນ​ໄຫວຮຸນ​ແຮງ​ເກາະ​ສຸ​ມາຕຣາ ຍັງ​ໄປ​ຊ່ວຍ​ເຫຼືອ​ບໍ່​ໄດ້

Published on

​ເມື່ອ​​ເວລາ​ປະມານ 21.21 ​ໂມງ ສຳນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ຄວາ​ມຄືບ​ໜ້າ​ເຫດ​ແຜ່ນດິນ​ໄຫວ​ນອກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ເກະ​ສຸ​ມາຕຣາ ປະ​ເທດ​ອິນ​ໂດ​ເນ​ເຊຍວ່າ ​ທ້າວ ​ເຮ​ໂຮ​ນິມັສ ກູ​ຣູ ຜູ້​ຊ່ວຍ​ຫົວໜ້າ​ຝ່າຍ​ປະຕິບັດ​ການ​ຂອງ​ສຳນັກງານ​ຄົ້ນ​ຫາ ​ແລະ​ກູ້​ໄພ​ແຫ່ງ​ຊາດ​ໃຫ້​ສຳ​ພາຢືນຢັນ​ວ່າ ມີ​ຜູ້​ເສຍ​ຊີວິດ​ຈຳນວນ​ໜຶ່ງ ​ແຕ່​ຍອມຮັບ​ວ່າ​ຍັງ​ບໍ່​ຮູ້​ຈຳນວນ, ​ແນວ​ໃດ​ກໍ​ຕາມ ປະຕິບັດ​ການ​ຊ່ວຍ​ເຫຼືອ​ໃນ​ເວລາ​ນີ້​ຍັງ​ບໍ່​ສາມາດ​ດຳ​ເນີນ​ການ​ໃດໆ​ໄດ້ ​ເພາະ​ມີ​ບັນຫາ​ກັບ​ຄວາ​ມືດ ​ເນື່ອງ​ຈາກ​ໃນ​ພື້ນ​ທີ່​ດັ່ງກ່າວ​ທີ່​ເປັນ​ພື້ນທີ່​ປ່າ​ເຂດ​ຮ້ອນ​ມືດ​ຄ່ຳ​ໄວ.

ຂະນະ​ທີ່​ທ້າວ ​ເອີ​ວິນ ຊາວ​ເມືອງ​ເມນ​ທາ​ໄວ ​ເທິງ​ເກາະ​ນອກ​ຊາຍ​ຝັ່ງ​ສຸ​ມາຕຣາ ​ໃຫ້​ສຳພາດ​ສະຖານີ​ໂທລະພາບ​ເມ​ໂທຣທີ​ວີ ລະບຸ​ວ່າ ຕອນ​ນີ້​ຕົນ​ກຳລັງ​ນັ່ງ​ຢູ່​ບໍລິ​ເວນ​ຊາຍ​ຫາດກວດ​ຫາ​ວ່າ​ຈະ​ມີ​ສັນຍານ​ຈະ​ເກີດ​ສຶນາ​ມິ​ຂຶ້ນ​ຫຼື​ບໍ່​ໂດຍ​ໃຊ້​​ໄຟ​ສາຍ ​ແຕ່​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ, ຢ່າງ​​ໃດ​ກໍ່ຕາມ​ ມີ​ຊາວບ້ານ​ຈຳນວນ​ຫຼາຍ​ໄດ້​ອົບ​ພະ​ຍົມ​ຂຶ້ນ​ບ່ອນ​ສູງ​ໄປ​ຮຽບຮ້ອຍ​ແລ້ວ​ກ່ອນ​ໜ້າ​ນີ້.

ສະຖານີ​ໂທລະພາບ​ຄອມ​ປາສຂອງ​ອິນ​ໂດ​ເນຍ​ເຊຍ ລະບຸ​ວ່າ ຄົນ​ເຈັບ​ທີ່​ໂຮງໝໍ​ຫຼາຍ​ແຫ່ງ​ໃນ​ເມືອງ​ປາ​ດັງ ຖືກ​ອົບ​ພະ​ຍົມ​ອອກ​ຈາກ​ຕົວ​ອາຄານ ​ໃນ​ຂະນະ​ທີ່​ສະຖານີ​ໂທລະພາບ​ຫຼາຍ​ແຫ່ງ​ລະບຸ​ວ່າ ຊາວ​ເມືອງ​ພາກັນ​ແຕກ​​ຕື່ນ​ໜີ​ອອກ​ຈາກ​ບ້ານ ຈົນ​ເຮັດ​ໃຫ້​ເກີດ​ການ​ຈະລາຈອນ​ຕິດ​ຂັດ.

ຂະນະ​ທີ່​ສຳນັກ​ສຳ​ຫຼວດທໍລະນີວິທະຍາ​ສະຫະລັດ (ຢູ​ເອສຈີ​ເອສ) ​ໄດ້​ປະກາດ​ລະດັບ​ຄວາມ​ຮຸນ​ແຮງ​ຂອງ​ເຫດ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ລົງ​ເຫຼືອ 7,8 ​ແລະ ປັບ​ຄວາມ​ເລິກ​ຂອງ​ສູນ​ກາງ​ແຜ່ນດິນ​ໄຫວ​ຈາກ​ທີ່​ແຈ້ງ​ໄວ້​ວ່າ ຢູ່​ເລິກ​ລົງໄປ​ພື້ນ​ທະ​ເລ 10 ກິ​ໂລ​ແມັດ ​ເປັນ 24 ກິ​ໂລ​ແມັດ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...