spot_img
Homeຂ່າວທ້ອງຖິ່ນມອບ-ຮັບ​ ໝ້າ​ທີ່​ໃໝ່​ຢູ່​ ເມືອງ​ໄຊ​ພູ​ທອງ

ມອບ-ຮັບ​ ໝ້າ​ທີ່​ໃໝ່​ຢູ່​ ເມືອງ​ໄຊ​ພູ​ທອງ

Published on

   ອີງ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ໃນ​ໄລ­ຍະ​ໃໝ່​ໃນ​ຫວ່າງ​ບໍ່​ດົນ​ຜ່ານ​ມາ​ນີ້ທີ່​ຫ້ອງ​ປະ­ຊຸມ​ຊັ້ນ 2 ຂອງ​ຫ້ອງ ວ່າ­ການ​ປົກ­ຄອງ​ເມືອງ​ໄຊ​ພູ​ທອງ ແຂວງ​ສະ­ຫວັນ​ນະ​ເຂດ​ໄດ້​ຈັດ​ຕັ້ງ​ພິ­ທີ​ມອບ-ຮັບ​ໜ້າ­ທີ່​ລະ­ຫວ່າງ​ຜູ້​ຮັກ­ສາ​ການ​ວ່າ­ການ​ເຈົ້າ­ເມືອງ​ໄຊ​ພູ​ທອງ​ຜູ້​ເກົ່າ​ແລະ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ເຈົ້າ­ເມືອງ​ຜູ້​ໃໝ່, ປະ­ກາດ​ການ​ແຕ່ງ­ຕັ້ງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ,ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ທອງ​ທ່ຽງ ສີ­ດາ​ວົງ ຄະ­ນະ​ປະ­ຈຳ​ພັກ​ແຂວງ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ​ແຂວງ​ສະ ຫວັນ​ນະ​ເຂດ, ມີ​ບັນ­ດາ​ຄະ­ນະ​ປະ­ຈຳ​ພັກ​ເມືອງ, ກຳ­ມະ­ການ​ພັກ​ເມືອງ, ຫົວ­ໜ້າ​ຫ້ອງ­ການ​ຄະ­ນະ​ຫ້ອງ­ການ​ອ້ອມ​ຂ້າງ​ເມືອງ​ໄຊ​ພູ​ທອງ ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

  ໃນ​ພິ­ທີ​ໄດ້​ມີ​ການ​ຜ່ານ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດ​ສະ­ບັບ​ເລກ​ທີ 013/ຄປຈ ລົງ​ວັນ​ທີ 17 ກຸມ­ພາ 2016 ແລະ ເລກ​ທີ 29 /ນຍ ລົງ​ວັນ​ທີ 25 ມັງ­ກອນ 2016 ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ, ສະ­ຫາຍ ຄຳ​ວິ​ໃສ ຜຸຍ​ຍະ​ວົງ ກຳ­ມະ­ການ​ພັກ​ແຂວງ ປະ­ທານ​ສານ​ແຂວງ​ສະ­ຫວັນ​ນະ​ເຂດ ໄປ​ເປັນ​ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ໄຊ​ພູ​ທອງ​ຄົນ​ໃໝ່.

ການ​ມອບ-ຮັບ​ຄັ້ງ​ນີ້​ແມ່ນ​ການ​ມອບ​ໜ້າ­ທີ່​ລະ­ຫວ່າງ​ສະ­ຫາຍ​ຫ່ວນ​ຮັງ​ບົວ​ສອນ​ຄະ­ນະ​ປະ­ຈຳ​ພັກ​ເມືອງ​ຜູ້​ວ່າ­ການ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ເມືອງ​ຜູ້​ເກົ່າ ແລະ ສະ­ຫາຍ ຄຳ​ວິ​ໃສ ຜຸຍ​ຍະ​ວົງ ກຳ­ມະ­ການ​ພັກ​ແຂວງ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ເມືອງ​ເຈົ້າ­ເມືອງຜູ້​ໃໝ່.

ທີ່ມາ:logo

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...