spot_img
Home​ຂ່າວບັນເທິງຈະເລີນສຸກ ເລືອກເຟັ້ນນັກສະແດງທີ່ມີສີມືສຸດຍອດ

ຈະເລີນສຸກ ເລືອກເຟັ້ນນັກສະແດງທີ່ມີສີມືສຸດຍອດ

Published on

ໃນ​ທ້າຍ​ອາ­ທິດ​ທີ່​ຜ່ານ​ມາ ບໍ­ລິ­ສັດ ຈະ­ເລີນ​ສຸກ ເອ​ເຈນ​ຊີ ຈຳ ກັດ​ຜູ້​ດຽວ ໄດ້​ຈັດ​ງານ​ເພື່ອ​ເລືອກ ເຟັ້ນ​ເອົາ​ນັກ­ສະ­ແດງ​ທີ່​ມີ​ພອນ​ສະ­ຫວັນແລະ​ເຕັມ​ໄປ​ດ້ວຍ​ຄວາມ​ສາ ມາດ​ທີ່​ຈະ​ເຂົ້າ

​ມາ​ສະ­ແດງ​ໃນ​ຮູບ ເງົາ​ເລື່ອງ​ໃໝ່​ທີ່​ມີ​ຊື່­ວ່າ: “ມັດ​ສອຍ ດາວ” ຊຶ່ງ​ງານ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່ ບໍ­ລິ­ສັດ​ດັ່ງ­ກ່າວ ທີ່​ບ້ານ​ໂພນ​ປ່າ ເປົ້າ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ ຫຼວງ​ວຽງ​ຈັນ.

ໂດຍ​ການ​ໃຫ້​ກຽດ​ກ່າວ​ເປີດ ງານ​ຂອງ ທ່ານ ນາງ ຈັນ​ສຸກ ສິ ລະ​ວົງ­ສາ ປະ­ທານ​ບໍ­ລິ­ສັດ ຈະ­ເລີນ ສຸກ ເອ​ເຈນ​ຊີ ຈຳ­ກັດ​ຜູ້​ດຽວ, ມີ​ທ່ານ ສຸ­ລະ​ຊາດ  ສຸ­ວັນ­ນະ​ວົງ ວິ­ຊາ ການ​ກົມ​ສິ­ລະ​ປະ​ການ­ສະ­ແດງ, ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ ທຳ ແລະ​ທ່ອງ​ທ່ຽວ, ທ່ານ ນາງ ໄພ​ວັນ ສິ­ລິ​ວົງ­ສາ ຜູ້­ອຳ­ນວຍ­ການ ທັງ​ເປັນ​ຜູ້​ບໍ­ລິ­ຫານ ພ້ອມ​ທັງ​ອ້າຍ ເອື້ອຍ​ນ້ອງ​ທີ່​ມາ​ຂັດ​ເລືອກ​ອີກ​ຈຳ ນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມ ຈຸດ­ປະ­ສົງ ຂອງ​ການ​ຄັດ​ເລືອກ​ນັກ­ສະ­ແດງ ໃນ​ເທື່ອ​ນີ້ ທ່ານ ປະ­ທານ ບໍ­ລິ­ສັດ ຈະ­ເລີນ​ສຸກ ໄດ້​ກ່າວ​ວ່າ: ເພື່ອ​ຕ້ອງ        ການ​ຈະ​ສ້າງ​ບຸກ​ຄະ­ລາ​ກອນ​ທາງ ດ້ານ​ນີ້​ທີ່​ມີ​ຢູ່​ແລ້ວ​ໃຫ້​ຫຼາຍ​ຂຶ້ນ ກວ່າ​ເກົ່າ ແລະ​ກໍ​ເພື່ອ​ເປັນ​ການ ເປີດ​ໂອ­ກາດ​ໃຫ້​ແກ່​ຜູ້​ທີ່​ມີ­ໃຈ​ຮັກ  ມັກ​ໃນ​ການ­ສະ­ແດງ​ໄດ້​ເຂົ້າ​ຮ່ວມ​ປະ­ກອບ­ສ່ວນ​ອີກ​ຕື່ມ.

ໂອ­ກາດ​ນີ້ ທ່ານ ນາງ ໄພ​ວັນ ສິ­ລິ​ວົງ­ສາ ຍັງ​ໄດ້​ໃຫ້​ສຳ­ພາດ​ກັບ​ນັກ​ຂ່າວ​ຕື່ມ​ວ່າ: ກ່ຽວ​ກັບ​ງົບ​ປະ ມານ​ຂອງ​ການ​ສ້າງ​ຮູບ­ເງົາ​ເລື່ອງ ນີ້​ໃນ​ເບື້ອງ​ຕົ້ນ​ມູນ​ຄ່າ​ປະ­ມານ 500 ລ້ານ​ກີບ ແລະ​ຮູບ­ເງົາ​ເລື່ອງ ນີ້​ໂດຍ​ແມ່ນ ເຈ້ຍ ປາ​ຊີ​ຟິກ ພູນ​ຊະ ນະ ສິ­ລິ​ວົງ­ສາ ເປັນ​ຜູ້​ແຕ່ງ​ໃຫ້ ແລະ​ຈະ​ສ້າງ​ໃຫ້​ສຳ­ເລັດ ພ້ອມ​ທັນ​ເຂົ້າ ສາຍ​ໃນ​ໂຮງ​ສູ່​ສາຍ­ຕາ​ພ້ອມ​ກັນ ໃນ​ທ້າຍ​ປີ​ນີ້​ອີກ​ດ້ວຍ.

ຂໍ້ມູນຈາກ http://www.sedthakid.la/

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...